ໃນວັນທີ 6 ສິງຫາ 2026 ນີ້, ທີ່ຫ້ອງປະຊຸມສະພາປະຊາຊົນແຂວງອັດຕະປື ໄດ້ມີພິທີປະກາດແຕ່ງຕັ້ງ ປະທານ, ຮອງປະທານ ແລະ ຄະນະສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ 17 ແຂວງອັດຕະປື ຂຶ້ນຢ່າງເປັນທາງການ.ພິທີດັ່ງກ່າວໄດ້ຮັບກຽດເຂົ້າຮ່ວມຂອງ ທ່ານ ນາງ ອໍາໄພວອນ ລ້ອມບຸນແພງ, ກໍາມະການສູນກາງພັກ, ກໍາມະການຄະນະປະຈໍາ, ປະທານກໍາມາທິການວັດທະນະທໍາ-ສັງຄົມ ແລະ ຊົນເຜົ່າ ສະພາແຫ່ງຊາດ ແລະ ທ່ານ ບຸນເຖິງ ດວງສະຫວັນ, ກຳມະການສູນກາງພັກ, ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງອັດຕະປື. ພ້ອມນີ້ ກໍມີບັນດາຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ຫົວໜ້າ-ຮອງຫົວໜ້າພະແນກການ, ອົງການທຽບເທົ່າ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ.ໃນພິທີອັນມີຄວາມໝາຍສຳຄັນນີ້, ທ່ານ ວຽງແກ້ວ ວັນນະຈັກ ຮອງຫົວໜ້າຫ້ອງວ່າການສະພາແຫ່ງຊາດ ໄດ້ຂຶ້ນຜ່ານມະຕິຂອງຄະນະປະຈຳສະພາແຫ່ງຊາດ ສະບັບເລກທີ 196/ຄປຈ, ລົງວັນທີ 8 ກໍລະກົດ 2026 ວ່າດ້ວຍການສ້າງຕັ້ງກົງຈັກ ແລະ ແຕ່ງຕັ້ງຄະນະສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ 17 ແຂວງອັດຕະປື ເຊິ່ງປະກອບມີລາຍຊື່ດັ່ງລຸ່ມນີ້: ທ່ານ ບຸນເຖິງ ດວງສະຫວັນ ເປັນ ປະທານ, ທ່ານ ພູວັນ ພົມມະຈັນ ເປັນ ຮອງປະທານ, ທ່ານ ພົຈວ ສຸລິໄຊ ພິຈິດ ເປັນ ຄະນະ, ທ່ານ ນາງ ອ່ອນໄສ ມຽງລາວັນ ເປັນ ຄະນະ, ທ່ານ ລິດຕາ ຂັດທິຍະ ເປັນ ຄະນະ, ທ່ານ ນາງ ແສງອາລຸນ ວົງສາທິການ ເປັນ ຄະນະ ແລະ ທ່ານ ພັອ ບຸນເລີດ ແກ້ວພຸດທະວົງ ເປັນ ຄະນະ, ຈາກນັ້ນ ໄດ້ມີການມອບ-ຮັບ ມະຕິຂໍ້ຕົກລົງດັ່ງກ່າວໃຫ້ແກ່ຄະນະສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ 17 ແຂວງອັດຕະປື ຢ່າງສົມກຽດ. ໂອກາດດຽວກັນ, ທ່ານ ນາງ ອໍາໄພວອນ ລ້ອມບຸນແພງ ໄດ້ໃຫ້ກຽດໂອ້ລົມ ແລະ ຊີ້ນຳຕໍ່ກອງປະຊຸມ, ເຊິ່ງທ່ານໄດ້ເນັ້ນໜັກໃຫ້ຄະນະທີ່ໄດ້ຮັບການແຕ່ງຕັ້ງໃໝ່ ຈົ່ງສືບຕໍ່ເອົາໃຈໃສ່ປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍຢ່າງເຂັ້ມງວດ; ຍົກສູງຄວາມຮັບຜິດຊອບທາງການເມືອງ ໃນການເປັນຕົວແທນແຫ່ງສິດ ແລະ ຜົນປະໂຫຍດອັນຊອບທຳຂອງປະຊາຊົນບັນດາເຜົ່າ; ພ້ອມທັງເພີ່ມທະວີຄວາມສາມັກຄີພາຍໃນໃຫ້ແໜ້ນແຟ້ນ ແລະ ປະສານສົມທົບກັບອົງການປົກຄອງທ້ອງຖິ່ນ ເພື່ອຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ຂອງແຂວງອັດຕະປື ໃຫ້ມີຄວາມກ້າວໜ້າ. ຈາກນັ້ນ, ທ່ານ ບຸນເຖິງ ດວງສະຫວັນ ໃນນາມປະທານຄະນະສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ 17 ໄດ້ກ່າວຮັບຄຳໂອ້ວາດ ແລະ ຕາງໜ້າຄະນະປະຕິຍານຕົນວ່າ ຈະນຳເອົາທິດຊີ້ນຳອັນລ້ຳຄ່າດັ່ງກ່າວ ໄປຈັດຕັ້ງປະຕິບັດໃຫ້ປະກົດຜົນເປັນຈິງ, ພ້ອມທັງຈະອຸທິດເຫື່ອແຮງ, ສະຕິປັນຍາ ແລະ ຄວາມຮູ້ຄວາມສາມາດຂອງຕົນ ເຂົ້າໃນການປະຕິບັດໜ້າທີ່ການເມືອງທີ່ພັກ, ລັດ ແລະ ປະຊາຊົນມອບໝາຍໃຫ້ ດ້ວຍຄວາມຮັບຜິດຊອບສູງສຸດ.
(ວິນັດ)

