loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ປະກາດພັກການຮັບອຸດໜູນບໍານານ ໃຫ້ພະນັກງານພາຍໃນ ສພຊ

​ກ.ກ. 14, 2020 | ຂ່າວກອງປະຊຸມ

(ສພຊ) ວັນທີ 3 ມິຖຸນາຜ່ານມາ ທີ່ຫ້ອງປະຊຸມຄະນະເລຂາທິການສະພາແຫ່ງຊາດ (ຫລັກ 6) ນະຄອນຫລວງວຽງຈັນ ສະພາແຫ່ງຊາດ (ສພຊ) ໄດ້ຈັດພິທີປະກາດການພັກການຮັບອຸດໜູນບໍານານ ຂອງການນຳ ແລະ ພະນັກງານ-ລັດຖະກອນ ຂອງ ສພຊ; ໂດຍການເປັນປະທານຂອງທ່ານ ແສງນວນ ໄຊຍະລາດ ເລຂາຄະນະບໍລິຫານງານພັກສະພາແຫ່ງຊາດ, ຮອງປະທານ ສພຊ; ເຂົ້າຮ່ວມມີຮອງປະທານ ສພຊ, ປະທານ-ຮອງປະທານກໍາມາທິການ, ເລຂາ-ຮອງເລຂາທິການສະພາແຫ່ງຊາດ, ຫົວໜ້າ-ຮອງຫົວໜ້າກົມ, ຫົວໜ້າ-ຮອງຫົວໜ້າພະແນກ ພ້ອມດ້ວຍວິຊາການພາຍໃນ ສພຊ.

ໃນພິທີ, ທ່ານ ສຸບັນ ສະວະບຸດ ຮອງເລຂາທິການສະພາແຫ່ງຊາດ ໄດ້ຜ່ານມະຕິຂອງຄະນະ ປະຈໍາສະພາແຫ່ງຊາດ ແລະ ຂໍ້ຕົກລົງຂອງຄະນະເລຂາທິການສະພາແຫ່ງຊາດ ວ່າດ້ວຍການອອກ ອະນຸມັດໃຫ້ພະນັກງານອອກພັກການ-ຮັບອຸດໜູນບໍານານ ເຊິ່ງປະກອບມີ: ທ່ານ ຄໍາເຜີຍ ປານມະໄລທອງ ຫົວໜ້າສະຖາບັນຄົ້ນຄວ້ານິຕິກໍາສະພາແຫ່ງຊາດ, ທ່ານ ຄໍາຊາວ ໄກຊົງ ຮອງເລຂາທິການ ສະພາແຫ່ງຊາດ, ທ່ານ ໄຂຄໍາ ວັນນະວົງສີ ຫົວໜ້າສູນເຝິກອົບຮົມ ແລະ ຂໍ້ມູນຂ່າວສານ, ສະຖາບັນ ຄົ້ນຄວ້ານິຕິກຳ ສະພາແຫ່ງຊາດ, ທ່ານ ອໍາໄພ ຫລ້າດວງພັນ ຫົວໜ້າກົມຊົນເຜົ່າ ແລະ ສາສະໜາ, ກໍາມາທິການບັນດາເຜົ່າ ແລະ ທ່ານ ພົງສະຫວັນ ອິນສີຊຽງໃຫມ່ ລັດຖະກອນຊ່ວຍວຽກບໍລິຫານ ກົມບໍລິຫານ.

ໃນພິທີປະກາດພັກອຸດໜູນບໍານານໃນຄັ້ງນີ້, ທ່ານ ແສງນວນ ໄຊຍະລາດ ໄດ້ມີຄໍາເຫັນໂອ້ ລົມວ່າ:   ບັນດາສະຫາຍທີ່ໄດ້ຮັບນະໂຍບາຍພັກການຮັບອຸດໜູນບໍານານໃນຄັ້ງນີ້, ສ່ວນໃຫຍ່ແມ່ນເປັນພະນັກງານການນຳຂັ້ນຍຸດທະສາດຂອງ ສພຊ ເຊິ່ງບັນດາສະຫາຍໄດ້ສຸມທຸກເຫື່ອແຮງ, ສະຕິປັນຍາເຂົ້າໃນການປະຕິບັດໜ້າທີ່ວຽກງານອັນມີກຽດຂອງຕົນ ແລະ ມີຜົນສຳເລັດໃນຫລາຍດ້ານທີ່ເປັນໜ້າຍ້ອງຍໍສັນລະເສີນ ເຊິ່ງເປັນການປະກອບສ່ວນອັນສຳຄັນເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດເວົ້າລວມ, ເວົ້າສະເພາະກໍແມ່ນການປະກອບສ່ວນທີ່ສຳຄັນເຂົ້າໃນວຽກງານລວມຂອງສະພາແຫ່ງຊາດ ໃນຫລາຍສະໄໝຜ່ານມາຢ່າງມີຜົນສຳເລັດ ແລະ ເຮັດຢ່າງສຸດກົກສຸດປາຍ (ປະຕິບັດໜ້າທີ່ຄົບ 60 ປີ) ຕາມທີ່ກົດໝາຍກໍານົດ;  ສະນັ້ນ,  ຕາງໜ້າຄະນະປະຈໍາສະພາແຫ່ງຊາດ ບໍລິຫານງານພັກ ແລະ ໃນນາມສ່ວນຕົວຂໍສະແດງຄວາມຂອບໃຈ ແລະ ຍ້ອງຍໍຊົມເຊີຍຜົນງານອັນຍິ່ງໃຫຍ່ ທີ່ພວກສະຫາຍໄດ້ປະກອບສ່ວນໃນໄລຍະຜ່ານມາ. ດັ່ງທີ່ໄດ້ຮັບຮູ້ນຳກັນແລ້ວວ່າ ການປະຕິບັດນະໂຍບາຍພັກການຮັບອຸດໜູນບໍານານຂອງພະນັກງານການນຳ ກໍຄືພະນັກງານ-ລັດຖະກອນທົ່ວໄປ ແມ່ນກົດເກນອັນແນ່ນອນຂອງຊີວິດພະນັກງານ-ລັດຖະກອນ ທັງໝົດ ເຊິ່ງບໍ່ມີໃຜຈະຫລີກໄດ້ ເມື່ອຮອດກຳນົດເວລາແລ້ວກໍຕ້ອງໄດ້ປະຕິບັດຕາມກົດໝາຍ ແລະ ລະບຽບການທີ່ກຳນົດ ເຊິ່ງມັນກໍບໍ່ຕ່າງຫຍັງກັບຄຳສຸພາສິດບູຮານທີ່ວ່າ: ລູກແທນພໍ່ ໜໍ່ແທນລຳ, ວົງຈອນຊີວິດຂອງພະນັກງານການນຳ ກໍຄືພະນັກງານ-ລັດຖະກອນ ກໍຕ້ອງມີການສືບທອດປ່ຽນ ແທນ ລຸ້ນຕໍ່ລຸ້ນເຊັ່ນດຽວກັນ.

ການປະຕິບັດນະໂຍບາຍໃຫ້ພວກສະຫາຍພັກການຮັບອຸດໜູນບຳນານໃນຄັ້ງນີ້,​ ແມ່ນການ ປະຕິບັດນະໂຍບາຍຂອງພັກ-ລັດ ຕໍ່ພະນັກງານການນຳ ແລະ ພະນັກງານ-ລັດຖະກອນ ທີ່ມີຜົນງານ ດີເດັ່ນໃນການປະກອບສ່ວນເຂົ້າໃນວຽກງານລວມຂອງ ສພຊ ໃນຫລາຍສິບປີຜ່ານມາ. ການພັກການຮັບອຸດໜູນບຳນານຂອງພວກສະຫາຍ ຢາກໃຫ້ພັກແຕ່ທາງດ້ານຮ່າງກາຍ ແຕ່ທາງດ້ານຈິດໃຈ, ຄວາມຮູ້ສຶກນຶກຄິດ,​ ຄວາມຜູກພັນ ລະຫວ່າງ ສພຊ ກັບພວກສະຫາຍ ສະເໜີໃຫ້ຮັກສາໄວ້ຄືເກົ່າ, ໃຫ້ໝັ່ນໄປມາຫາສູ່ກັບການຈັດຕັ້ງຂອງ ສພຊ ເພື່ອຊ່ວຍເບິ່ງແຍງຕິດຕາມການເຄື່ອນໄຫວວຽກງານຂອງ ສພຊ ໂດຍສະເພາະແມ່ນການຕິດຕາມການເຄື່ອນໄຫວຢູ່ຮາກຖານ ຖ້າເຫັນວ່າມີອັນໃດບໍ່ສອດຄ່ອງເໝາະສົມ ກໍໃຫ້ຊ່ວຍສົ່ງຂ່າວ ແລະ ຕັກເຕືອນຊ່ວຍກັນ; ເນື່ອງຈາກສະພາບການຂະຫຍາຍຕົວເສດຖະກິດ-ສັງຄົມ, ສື່ສັງຄົມອອນລາຍ ແມ່ນມີການຂະຫຍາຍຕົວຢ່າງກ້າວກະໂດດ, ມີການຜັນແປຢ່າງສະຫລັບສັບຊ້ອນ ແລະ ຄວບຄຸມໄດ້ຍາກ. ປາກົດການຫຍໍ້ທໍ້ໃນສັງຄົມກໍນັບມື້ນັບຫລາຍ. ສະນັ້ນ, ຈຶ່ງສະເໜີໃຫ້ບັນດາສະຫາຍທີ່ພັກຮັບອຸດໜູນບໍານານ ຈົ່ງໄດ້ບິແບ່ງເວລາຂອງຕົນເອງ ໃນໄລຍະພັກບຳນານນີ້ ຄິດວ່າ ຈະມີເວລາວ່າງຫລາຍຂຶ້ນ ເພື່ອປະກອບສ່ວນເຮັດວຽກງານແນວໂຮມ ຫລື ໂຄສະນາເຜີຍແຜ່ລະບຽບກົດໝາຍຊ່ວຍຮາກຖານ (ຂັ້ນບ້ານ), ຊ່ວຍເປັນຫລັກເປັນແຫລ່ງໃຫ້ແກ່ອຳນາດການປົກຄອງບ້ານ ກໍຈະເປັນການປະກອບສ່ວນທີ່ສຳຄັນເຂົ້າໃນການແກ້ໄຂປາກົດການຫຍໍ້ທໍ້ຂອງຮາກຖານອີກທາງໜຶ່ງ.

ແຫຼ່ງຂ່າວທີ່ມາ: ສະພາແຫ່ງຊາດ