
ພິທີປະກາດບ້ານໃຫຍ່ ສີບຸນເຮືອງ ເປັນຕົວເມືອງນ້ອຍໃນຊົນນະບົດ ໄດ້ຈັດຂຶ້ນຢ່າງເປັນທາງການໃນຕອນເຊົ້າຂອງວັນທີ 28 ທັນວາ 2024 ຢູ່ທີ່ບ້ານສີບຸນເຮືອງ ເມືອງຮຸນ ແຂວງອຸດົມໄຊ, ເຊິ່ງເປັນບ້ານທໍາອິດຂອງເມືອງ ແລະ ເປັນບ້ານທີ 2 ຂອງແຂວງ, ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ຄຳດີ ວົງລ້ອມ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງ, ທ່ານ ນ. ຄຳໝັ້ນ ແກ້ວບຸນຫວນ ກຳມະການພັກແຂວງ ເລຂາພັກເມືອງ-ເຈົ້າເມືອງເມືອງຮຸນ, ທ່ານ ສົມອົກ ນາມມະວົງ ນາຍບ້ານສີບຸນເຮືອງ, ມີບັນດາທ່ານເຈົ້າເມືອງ-ຮອງເຈົ້າເມືອງ, ພະແນກການກ່ຽວຂ້ອງ, ອົງການປົກຄອງບ້ານ ແລະ ປະຊາຊົນພາຍໃນບ້ານເຂົ້າຮ່ວມຢ່າງພ້ອມພຽງ.









ໃນພິທີໄດ້ຜ່ານຂໍ້ຕົກລົງ ຂອງເຈົ້າແຂວງອຸດົມໄຊ ວ່າດ້ວຍການຮັບຮອງເອົາບ້ານໃຫຍ່ສີບຸນເຮືອງ ເມືອງຮຸນ ແຂວງອຸດົມໄຊ ເປັນຕົວເມືອງນ້ອຍໃນຊົນນະບົດ ພ້ອມມອບໃບຢັ້ງຢືນຢ່າງເປັນທາງການ ເຊິ່ງຕາງໜ້າມອບໂດຍທ່ານ ຄຳດີ ວົງລ້ອມ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງ, ຮັບໂດຍ ທ່ານ ສົມອົກ ນາມມະວົງ ນາຍບ້ານສີບຸນເຮືອງ ແລະ ຮ່ວມຕັດແຖບຜ້າ, ເປີດປ້າຍບ້ານໃຫຍ່ສີບຸນເຮືອງ ເມືອງຮຸນ ແຂວງອຸດົມໄຊ ເປັນຕົວເມືອງນ້ອຍໃນຊົນນະບົດ ແລະ ລັ່ນຄ້ອງ 9 ບາດ, ພ້ອມນັ້ນກໍໄດ້ມີການມອບໃບຍ້ອງຍໍໃຫ້ບຸກຄົນ, ກົມກອງທີ່ໄດ້ປະກອບສ່ວນໃນການກະ ກຽມ ແລະ ດໍາເນີນການສ້າງບ້ານໃຫຍ່ເປັນຕົວເມືອງໃນຊົນນະບົດ ຕື່ມອີກ.

ຂ່າວ: ສພຂ.