ປະກອບຄຳເຫັນໃສ່ຮ່າງກົດໝາຍວ່າດ້ວຍສານປະຊາຊົນ (ສະບັບປັບປຸງ)

​ກ.ກ. 6, 2022 | SlideMobile

 

(ສພຊ) ໃນຕອນບ່າຍວັນທີ 6 ກໍລະກົດ 2022 ນີ້ ໂດຍການເປັນປະທານກອງປະຊຸມຂອງທ່ານ ສຈ. ປອ. ຈະເລີນ ເຍຍປາວເຮີ ຮອງປະທານສະພາແຫ່ງຊາດ. ໂອກາດດັ່ງກ່າວ ບັນດາທ່ານສະມາຊິກສະພາແຫ່ງຊາດ ແຕ່ລະເຂດເລືອກຕັ້ງ ໃນນາມເປັນຕົວແທນແຫ່ງສິດ ແລະ ຜົນປະໂຫຍດຂອງປະຊາຊົນ ໄດ້ປະກອບຄຳເຫັນໃສ່ຮ່າງກົດໝາຍວ່າດ້ວຍສານປະຊາຊົນ (ສະບັບປັບປຸງ) ຂອງສານປະຊາຊົນສູງສຸດ ໃນກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ IX ຕາມການເຈາະຈີ້ມຂອງປະທານກອງປະຊຸມ ຢ່າງມີຈຸດສຸມ ແລະ ມີເຫດມີຜົນ.