ບໍລິສັດ DSK ມອບນ້ຳດື່ມຊຸກຍູ້ກອງປະຊຸມສະໄໝສາມັນເທື່ອທີ 9

ມ.ຖ. 10, 2025 | SlideMobile, ຂ່າວກອງປະຊຸມ, ຂ່າວເດັ່ນ

(ສພຊ) – ວັນທີ 10 ມິຖຸນານີ້, ບໍລິສັດ DSK ຈຳກັດ ໄດ້ມອບນ້ຳດື່ມແຮ່ມິນີໂຣ ຈຳນວນ 250 ແພັກ ລວມ ມູນຄ່າ 50 ລ້ານກີບ ເພື່ອປະກອບສ່ວນຊຸກຍູ້ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX, ຕາງໜ້າມອບໂດຍນາງ ພອນສະຫວັນ ແສນບຸດຕະລາດ ຫົວໜ້າຫ້ອງການບໍລິສັດດັ່ງກ່າວ ແລະ ຕາງໜ້າຮັບໂດຍທ່ານ ປອ. ອາຄົມ ປຣະເສີດ ຮອງເລຂາທິການສະພາແຫ່ງຊາດ ເຊິ່ງມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພະຍານ; ທ່ານ ອາຄົມ ປຣະເສີດ ໄດ້ສະແດງຄວາມຂອບໃຈ ແລະ ມອບໃບຍ້ອງຍໍຂອງຄະນະເລຂາທິການສະພາແຫ່ງຊາດ ໃຫ້ບໍລິສັດ DSK ຈຳກັດ ທີ່ມີຜົນງານດີເດັ່ນໃນການປະກອບສ່ວນມອບນ້ຳດື່ມເພື່ອອຸປະຖຳໃນຄັ້ງນີ້.