loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ບຸນມະໂຫລານກອງປຶ້ມໃຫຍ່ ໃຫ້ແງ່ຄິດຫຍັງແດ່?

ມ.ຖ. 15, 2023 | SlideMobile, ຂ່າວເດັ່ນ

ດັ້ນກີບເມກ
ອາທິດຜ່ານມາວັນທີ 8-12 ມີນາ 2023 ຢູ່ທີ່ ສະໂມສອນມະຫາວິທະຍາໄລແຫ່ງຊາດ ໄດ້ມີກິດຈະກຳງານໜັງສື ເຊິ່ງໄດ້ເຊີນເອົາວິທະຍາກອນນັກຂຽນ, ນັກອ່ານ, ຄູອາຈານ, ຜູ້ສົນໃຈທົ່ວໄປ ເຂົ້າຮ່ວມຊົມກິດຈະກຳດັ່ງກ່າວ ໂດຍສະເພາະບັນດາ ນັກຂຽນ ເຈົ້າຂອງຜົນງານໜັງສືຫຼາຍຫົວທີ່ຂຶ້ນເວທີເປີດໂຕປຶ້ມທີ່ພິມອອກໃໝ່ ຖືເປັນການສົ່ງເສີມນັກຂຽນ, ນັກອ່ານ ແລະ ເປັນເວທີໃຫ້ສະແດງຄວາມຄິດເຫັນ, ກ້າສະແດງອອກ…
ຜູ້ຂຽນໄດ້ມີໂອກາດເປັນພິທີກອນໃຫ້ນັກຂຽນທ່ານໜຶ່ງ ທີ່ເປັນພະ ກຳລັງມີຜົນງານໃໝ່ຊື່ປຶ້ມວ່າ ບາລີ ໄວຍາກອນ ເຊິ່ງເຈົ້າຂອງຜົນງານກໍໄດ້ຮຽນຈົບຫຼັກສູດບາລີໄດ້ 9 ປະໂຫຍກ ຖືເປັນຊັ້ນສູງສຸດ ແລະ ກໍຍາກພໍສົມຄວນທີ່ຄູບາຈະຮຽນຈົບໄດ້ ຄືຈະບໍ່ຕ່າງກັບການໄຄວ່ຄົ້ວເອົາ ປະລິນຍາເອກນັ້ນແຫຼະ! ຜູ້ຂຽນຂໍຍົກຕົວຢ່າງຄຳເວົ້າໜຶ່ງ ທີ່ຄູບາເພິ່ນຍົກມາອະທິບາຍ ຄືຄຳວ່າ ສາມັກຄີ ທີ່ມາຈາກ 2 ຄຳ, ສັງແປວ່າດີ, ພ້ອມພຽງ ສ່ວນຄຳວ່າອັກຄະ ແປວ່າເລີດ ເຊິ່ງເວລາລວມສອງຄຳເຂົ້າກັນຈຶ່ງເປັນຄຳວ່າ ສາມັກຄີ ແປວ່າດີເລີດພ້ອມພຽງກັນ ແຕ່ຖ້າດີແຕ່ບໍ່ພ້ອມພຽງກັນ ກໍບໍ່ສາມາດເອີ້ນວ່າສາມັກຄີໄດ້, ຄູບາເພິ່ນຍັງອະທິບາຍຕື່ມວ່າ: ການໃຊ້ຄຳວ່າ ສາມັກຄີ ແມ່ນມຸ່ງໝາຍໃຫ້ເກີດພຶດຕິກຳພ້ອມພຽງກັນເປັນມຸງຄຸນຄວາມດີ ບໍ່ແມ່ນສາມັກຄີກັນດື່ມເຫຼົ້າ ເພາະມີລັກສະນະອະບາຍຍະມຸກ ມືນເມົາ ເພິ່ນຍົກຕົວຢ່າງວ່າ ເວລາເລີກປະຊຸມ ຕັ້ງໂຕະກັນຍົກຈອກວ່າສາມັກຄີ, ບາດຕືື່ນເຊົ້າມາ ເມົາຄ້າງໄປເຮັດວຽກບໍ່ໄດ້ນັ້ນບໍ່ແມ່ນສາມັກຄີ.
ງານບຸນມະໂຫລານໜັງສືຈັດຂຶ້ນທຸກປີ ແຕ່ຜູ້ຂຽນສັງເກດໄດ້ວ່າ ຄະນະຈັດງານໄດ້ສົ່ງໜັງສືເຊີນຫຼາຍຄົນ, ຫຼາຍສະຖາບັນການສຶກສາ ບາດມາສັງເກດເບິ່ງຜູ້ເຂົ້າຮ່ວມງານມີໜ້ອຍດຽວ ເຊິ່ງມັນສະທ້ອນໃຫ້ເຫັນວ່າ ບໍ່ໃຫ້ຄວາມສຳຄັນ, ຖືເບົາຕໍ່ການພັດທະນາຄວາມຮູ້-ສະຕິປັນຍາ ນີ້ຄືເປັນພຽງແງ່ຄິດໃນງານບຸນປຶ້ມ…!