ບາງຄຳເຫັນຕໍ່ແຜນການເຄື່ອນໄຫວປີ 2027 ຂອງສະພາແຫ່ງຊາດ

ຕ.ລ. 14, 2026

(ສພຊ) – ວັນທີ 12 ຕຸລານີ້, ທ່ານ ລາວປ່າວຊົງ ນະວົງໄຊ ກຳມະການສູນກາງພັກ, ຮອງປະທານສູນກາງແນວລາວສ້າງຊາດ ໄດ້ຕາງໜ້າຄະນະປະຈຳສູນກາງແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າລາວ, ອົງການຈັດຕັ້ງມະຫາຊົນຂັ້ນສູນກາງ ປະກອບຄໍາເຫັນຕໍ່ບົດລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານປະຈໍາປີ 2026 ແລະ ແຜນການປະຈໍາປີ 2027 ຂອງສະພາແຫ່ງຊາດ ເຊິ່ງສະເໜີໃຫ້ເອົາໃຈໃສ່ຍົກສູງຄຸນນະພາບການຕິດຕາມກວດກາ ແລະ ແກ້ໄຂບາງບັນຫາ ດັ່ງນີ້:
– ລົງເລິກຕິດຕາມກວດກາແຕ່ຫົວທີ ວາລະແຫ່ງຊາດ ວ່າດ້ວຍການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ແລະ ການນໍາໃຊ້ເຄື່ອງມືທັນສະໄໝໃນການຈັດເກັບລາຍຮັບ-ຄຸ້ມຄອງລາຍຈ່າຍ.
– ການສ້າງ ແລະ ປັບປຸງກົດໝາຍແຕ່ລະຄັ້ງ ຕ້ອງໄດ້ມີການເປີດກວ້າງ, ການທາບທາມຄາຄິດເຫັນ, ການປະເມີນ, ການມີສ່ວນຮ່ວມ ຂອງອົງການຈັດຕັ້ງພັກ-ລັດ, ແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າ, ບັນດາອົງການຈັດຕັ້ງມະຫາຊົນ ນັບທັງຂັ້ນສູນກາງ-ທ້ອງຖິ່ນ ແລະ ປະຊາຊົນບັນດາເຜົ່າ ໃຫ້ແທດເຖິງທຸກເປົ້າໝາຍໃນສັງຄົມ; ພ້ອມກັນນັ້ນ, ການໂຄສະນາເຜີຍແຜ່ກົດໝາຍ ຕ້ອງລົງເລິກ ແລະ ເຂົ້າເຖິງປະຊາຊົນທຸກກຸ່ມເປົ້າໝາຍໃນສັງຄົມ.
– ການຮັບຮອງກົດໝາຍ ແລະ ນິຕິກຳໃຕ້ກົດໝາຍ ຕ້ອງມີການຄົ້ນຄວ້າຢ່າງລະອຽດເລິກເຊິ່ງ, ຈະແຈ້ງ, ຊັດເຈນ ກ່ອນທີ່ຈະຮັບຮອງ, ຮັບຮອງແລ້ວ ສາມາດຈັດຕັ້ງປະຕິບັດໃຫ້ເຂັ້ມງວດ ແລະ ເດັດຂາດ.
– ຕິດຕາມກວດກາ ແລະ ຊຸກຍູ້ວຽກງານການສຶກສາຂອງພາກລັດ ແລະ ເອກະຊົນ, ການບໍລິການສາທາລະນະສຸກ, ບັນຫາແຮງງານ, ການອະນຸລັກວັດທະນະທຳອັນດີງາມຂອງຊາດ ແລະ ຂອງເຜົ່າ.
– ເພີ່ມທະວີຄວາມຮັບຜິດຊອບ, ເອົາໃຈໃສ່ຫັນລົງພົບປະຜູ້ມີສິດເລືອກຕັ້ງຕາມເຂດເລືອກຕັ້ງໃຫ້ຫຼາຍກວ່າເກົ່າ; ການປະກອບຄໍາຄິດຄໍາເຫັນໃນກອງປະຊຸມສະພາແຫ່ງຊາດແຕ່ລະຄັ້ງ ຄວນນໍາເອົາຄໍາຄິດຄໍາເຫັນຂອງປະຊາຊົນຜ່ານໄປຍັງລັດຖະບານ ໃຫ້ມີຈຸດສຸມ ແລະ ສະເໜີວິທີການແກ້ໄຂບັນຫາທີ່ເກີດຂຶ້ນໃຫ້ຖືກຈຸດ ພ້ອມທັງໃຫ້ກະຊວງ-ອົງການກ່ຽວຂ້ອງ ອອກຊີ້ແຈງຜົນການພິຈາລະນາແກ້ໄຂໃຫ້ທົ່ວສັງຄົມຮັບຮູ້.