ໃນຕອນເຊົ້າວັນທີ 13 ມິຖຸນາ 2022 ທ່ານ ປອ. ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ໄດ້ກ່າວໄຂກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ IX ວ່າ: ປະຕິບັດຕາມກົດໝາຍວ່າດ້ວຍສະພາແຫ່ງຊາດ ມາດຕາ 60 ກ່ຽວກັບກອງປະຊຸມສະໄໝສາມັນ ປະຈຳຫົກເດືອນຕົ້ນປີ ຂອງສະພາແຫ່ງຊາດ, ມື້ນີ້ ກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ IX ໄດ້ໄຂຂຶ້ນຢ່າງເປັນທາງການ ໃນທ່າມກາງບັນຍາກາດທີ່ທົ່ວພັກ-ລັດ, ທົ່ວກຳລັງປະກອບອາວຸດ ແລະ ທົ່ວປວງຊົນລາວທັງຊາດ ພວມສຸມໃສ່ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX ກໍຄືບັນດາມະຕິກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX, ໂດຍສະເພາະແຜນພັດທະນາເສດຖະ ກິດ-ສັງຄົມ ປະຈຳປີ 2022 ຕິດພັນກັບການຈັດຕັ້ງປະຕິບັດສອງວາລະແຫ່ງຊາດ ແລະ ການຟື້ນຟູຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19 ໃຫ້ຄືນສູ່ສະພາບປົກກະຕິ.
ໃນໂອກາດ ທີ່ມີຄວາມໝາຍສຳຄັນນີ້, ກອງປະຊຸມມີຄວາມພາກພູມໃຈ ແລະ ຄວາມປິຕິຍິນດີເປັນຢ່າງຍິ່ງ ທີ່ໄດ້ຕ້ອນຮັບທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ແຫ່ງ ສປປລາວ ທີ່ໄດ້ໃຫ້ກຽດເຂົ້າຮ່ວມກອງປະຊຸມທີ່ມີຄວາມສຳຄັນຄັ້ງນີ້, ຂໍສະແດງຄວາມຂໍ່ານັບຊົມເຊີຍຢ່າງສຸດອົກສຸດໃຈ.
ຂໍສະແດງຄວາມຂ່ຳນັບຊົມເຊີຍ ບັນດາທ່ານຜູ້ນຳຂັ້ນສູງຂອງພັກ-ລັດ, ບັນດາທ່ານອະດີດການນໍາຂັ້ນສູງຂອງພັກ-ລັດ, ບັນດາທ່ານສະມາຊິກລັດຖະບານ, ຜູ້ຕາງໜ້າອົງການຈັດຕັ້ງພັກ-ລັດ, ແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າ, ອົງການຈັດຕັ້ງມະຫາຊົນຂັ້ນສູນກາງ, ຜູ້ຊົງຄຸນວຸດທິ, ສະຖາບັນການສຶກສາ, ຫົວໜ່ວຍທຸລະກິດ ທີ່ໄດ້ໃຫ້ກຽດເຂົ້າຮ່ວມກອງປະຊຸມຄັ້ງນີ້ ຢ່າງສຸດໃຈ.
ຂໍສະແດງຄວາມຊົມເຊີຍ ຕໍ່ບັນສະມາຊິກສະພາແຫ່ງຊາດ ຊຸດທີ IX ໃນນາມທີ່ເປັນຕົວແທນແຫ່ງສິດ ແລະ ຜົນປະໂຫຍດຂອງປະຊາຊົນລາວບັນດາເຜົ່າ ໃນຂອບເຂດທົ່ວປະເທດ ທີ່ໄດ້ຕັ້ງໜ້າເຂົ້າຮ່ວມກອງປະຊຸມຄັ້ງນີ້.

ການເຄື່ອນໄຫວຈັດຕັ້ງປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ ຂອງສະພາແຫ່ງຊາດ ເລີ່ມແຕ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ມາຮອດປັດຈຸບັນ ກໍເປັນເວລາ 6 ເດືອນກວ່າ ເຊິ່ງຢູ່ໃນສະພາບການພາກພື້ນ ແລະ ສາກົນ ທີ່ມີການຜັນແປໄປຢ່າງສະຫຼັບສັບຊ້ອນ, ເຄັ່ງຮ້ອນ ແລະ ມີຄວາມຫຼໍ່ແຫຼມຫຼາຍດ້ານ ທີ່ຄາດຄະເນໄດ້ຍາກ ບວກກັບສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ເຊິ່ງໄດ້ສົ່ງຜົນກະທົບຕໍ່ປະເທດຕ່າງໆໃນໂລກ ລວມທັງ ສປປລາວ ຂອງພວກເຮົາ, ເຖິງຢ່າງໃດກໍຕາມ ໃນໄລຍະ 6 ເດືອນກວ່າທີ່ຜ່ານມາ, ພາຍໃຕ້ການນຳພາ-ຊີ້ນຳ ຂອງຄະນະບໍລິຫານງານສູນກາງພັກ, ສະພາແຫ່ງຊາດ ໄດ້ປະສານສົມທົບກັບລັດຖະບານ ປຶກສາຫາລືວຽກງານສຳຄັນຕ່າງໆ ເພື່ອສ້າງຄວາມເປັນເອກະພາບໃນການແກ້ໄຂບັນຫາຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ, ການເໜັງຕີງຂອງອັດຕາແລກປ່ຽນ, ອັດຕາເງິນເຟີ້, ການເພີ່ມຂຶ້ນຂອງລາຄາສິນຄ້າ, ນ້ຳມັນເຊື້ອໄຟ ແລະ ອື່ນໆ; ລັດຖະບານ ໄດ້ເປັນເຈົ້າການຊີ້ນໍາ-ບັນຊາບັນດາອົງການຈັດຕັ້ງລັດທຸກຂັ້ນ ກໍຄືປະຊາຊົນລາວບັນດາເຜົ່າ ຈັດຕັ້ງປະຕິບັດມາດຕະການປ້ອງກັນ ການແຜ່ລະບາດຂອງພະຍາດໂຄວິດ-19 ຢ່າງຈິງຈັງ ເຊິ່ງມາຮອດປັດຈຸບັນ ການແຜ່ລະບາດຂອງພະຍາດດັ່ງກ່າວ ໄດ້ຫຼຸດລົງ, ສາມາດຄວບຄຸມໄດ້ ແລະ ເຮັດໃຫ້ລັດຖະບານ ສາມາດປະກາດເປີດປະເທດ ໃນວັນທີ 9 ພຶດສະພາຜ່ານມາ. ພ້ອມກັນນັ້ນ, ຍັງໄດ້ແກ້ໄຂໄພພິບັດທຳມະຊາດ ແລະ ວຽກງານອື່ນໆ ໄດ້ຮັບຜົນສຳເລັດຕາມຄາດໝາຍ; ບັນດາອົງການຈັດຕັ້ງຂອງພັກ-ລັດ, ອົງການປົກຄອງທ້ອງຖິ່ນທຸກຂັ້ນ ແລະ ທຸກພາກສ່ວນໃນສັງຄົມ ໄດ້ມີຄວາມພະຍາຍາມສູ້ຊົນຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ 6 ເດືອນຕົ້ນປີ 2022 ກໍຄືການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດທີ່ສະພາແຫ່ງຊາດ ໄດ້ຮັບຮອງເອົານັ້ນ ມີຄວາມຄືບໜ້າເປັນຢ່າງດີ ເຊິ່ງສາມາດບັນລຸຄາດໝາຍທາງດ້ານເສດຖະກິດມະຫາພາກຈໍານວນໜຶ່ງ, ເຮັດໃຫ້ປະເທດຊາດ ສືບຕໍ່ມີສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບໂດຍພື້ນຖານ, ເສດຖະກິດສືບຕໍ່ມີການຂະຫຍາຍຕົວ, ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າ ໄດ້ຮັບການຍົກສູງຂຶ້ນເປັນກ້າວໆ, ການພົວພັນຮ່ວມມືກັບຕ່າງປະເທດ ສືບຕໍ່ໄດ້ຮັບການເສີມຂະຫຍາຍຕາມທິດ “ການທູດປ້ອງກັນເຫດ” ເຊິ່ງເຮັດໃຫ້ບົດບາດອິດທິພົນຂອງປະເທດເຮົາ ໄດ້ຮັບການຍົກສູງຢ່າງຕໍ່ເນື່ອງໃນເວທີພາກພື້ນ ແລະ ສາກົນ.

ກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ IX ຄັ້ງນີ້ ຈະໄດ້ພິຈາລະນາຮັບຮອງບັນດາເນື້ອໃນທີ່ສຳຄັນ ດັ່ງນີ້:
1) ລາຍງານໂດຍສັງເຂບຂອງທ່ານ ນາຍົກລັດຖະມົນຕີ ກ່ຽວກັບສະພາບພົ້ນເດັ່ນໃນການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ, ແຜນເງິນຕາ 6 ເດືອນຕົ້ນປີ 2022 ແລະ ແຜນການ 6 ເດືອນທ້າຍປີ 2022;
2) ບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 6 ເດືອນຕົ້ນປີ 2022 ແລະ ແຜນການ 6 ເດືອນທ້າຍປີ 2022;
3) ບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ 6 ເດືອນຕົ້ນປີ 2022 ແລະ ແຜນການ 6 ເດືອນທ້າຍປີ 2022;
4) ບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນເງິນຕາ 6 ເດືອນຕົ້ນປີ 2022 ແລະ ແຜນການ 6 ເດືອນທ້າຍປີ 2022;
5) ບົດລາຍງານຂອງລັດຖະບານ ກ່ຽວກັບຄວາມຄືບໜ້າໃນການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ;
6) ບົດລາຍງານຂອງລັດຖະບານ ກ່ຽວກັບຄວາມຄືບໜ້າໃນການຈັດຕັ້ງປະຕິບັດວາລະແຫ່ງຊາດການແກ້ໄຂບັນຫາຢາເສບຕິດ;
7) ບົດລາຍງານຂອງລັດຖະບານ ກ່ຽວກັບການປະເມີນຜົນການຈັດຕັ້ງປະຕິບັດກົດໝາຍ 4 ສະບັບຄື: ກົດ
ໝາຍວ່າດ້ວຍທີ່ດິນ, ກົດໝາຍວ່າດ້ວຍການສົ່ງເສີມການລົງທຶນ, ກົດໝາຍວ່າດ້ວຍຊັບສິນຂອງລັດ ແລະ ກົດໝາຍວ່າດ້ວຍແຮ່ທາດ;
8.) ບົດລາຍງານຂອງລັດຖະບານ ກ່ຽວກັບທິດທາງການປະຕິຮູບລັດວິສາຫະກິດ ລວມທັງການປັບປຸງໂຄງສ້າງຂອງທະນາຄານທຸລະກິດລັດ;
9) ບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນການທ່ອງທ່ຽວສີຂຽວ ແລະ ການເປີດປະເທດ ຕິດພັນກັບການປ້ອງກັນ ແລະ ຮັບມືການແຜ່ລະບາດຂອງພະຍາດໂຄວິດ-19;
10) ບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດບັນດາຄາດໝາຍໃນຂົງເຂດສຶກສາທິການ ແລະ ກິລາ ເປັນຕົ້ນ ການປັບປຸງຄຸນນະພາບລະບົບການຮຽນ-ການສອນທຸກຊັ້ນທຸກສາຍ ໃນໄລຍະໃໝ່ ແລະ ການຄຸ້ມຄອງວຽກງານກິລາ-ກາຍະກຳ.
11) ບົດລາຍງານຂອງອົງການໄອຍະການປະຊາຊົນສູງສຸດ ກ່ຽວກັບການຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ຕາມມະຕິ ກອງປະຊຸມສະພາແຫ່ງຊາດ ສະບັບເລກທີ 04/ສພຊ, ລົງວັນທີ 10 ສິງຫາ 2021 ແລະ ການຕິດຕາມກວດກາການນໍາໃຊ້ 7 ມາດຕະການສະກັດກັ້ນ ຂອງອົງການສືບສວນ-ສອບສວນ ຕາມທີ່ກໍານົດໄວ້ໃນມາດຕາ 136 ຂອງກົດໝາຍວ່າດ້ວຍການດໍາເນີນຄະດີອາຍາ ໂດຍສະເພາະການແກ້ໄຂການລະເມີດກົດໝາຍ ໃນການພາຕົວ, ກັກຕົວ, ຈັບຕົວ ແລະ ການກັກຂັງພາງ ທີ່ບໍ່ຖືກຕ້ອງຕາມກົດໝາຍ.
12) ບົດລາຍງານຂອງຄະນະປະຈຳສະພາແຫ່ງຊາດ ກ່ຽວກັບການເຄື່ອນໄຫວວຽກງານ ໃນໄລຍະແຕ່ກອງປະຊຸມສະໄໝສາມັນເທື່ອທີ 2 ຫາກອງປະຊຸມສະໄໝສາມັນ ເທື່ອທີ 3 ແລະ ແຜນການຮອດກອງປະຊຸມສະໄໝສາມັນ ເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ IX;
13) ບົດລາຍງານຂອງຄະນະປະຈຳສະພາແຫ່ງຊາດ ກ່ຽວກັບຜົນການຕິດຕາມກວດກາວາລະແຫ່ງຊາດໃນໄລຍະຜ່ານມາ ແລະ ແຜນການຕິດຕາມກວດກາຂອງສະພາແຫ່ງຊາດ ກ່ຽວກັບການປະຕິບັດວາລະແຫ່ງຊາດໃນຕໍ່ໜ້າ.
14) ພິຈາລະນາ ແລະ ຮັບຮອງເອົາ ກົດໝາຍໃໝ່ ແລະ ປັບປຸງ 9 ສະບັບ ດັ່ງນີ້:
ຮ່າງກົດໝາຍສ້າງໃໝ່ 3 ສະບັບ ຄື: ຮ່າງກົດໝາຍວ່າດ້ວຍວິຈິດສິນ; ຮ່າງກົດໝາຍວ່າດ້ວຍຄວາມປອດໄພຂອງເຂື່ອນ, ຮ່າງກົດໝາຍວ່າດ້ວຍການຄຸ້ມຄອງອາວຸດ ແລະ ວັດຖຸລະເບີດ; ກົດໝາຍປັບປຸງ 6 ສະບັບ ຄື: ກົດໝາຍວ່າດ້ວຍຊັບສິນຂອງລັດ; ກົດໝາຍວ່າດ້ວຍການຄຸ້ມຄອງເງິນຕາຕ່າງປະເທດ, ກົດໝາຍວ່າດ້ວຍການສົ່ງເສີມຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ, ກົດໝາຍວ່າດ້ວຍການປັບປຸງບາງມາດຕາ ຂອງກົດໝາຍວ່າດ້ວຍສານປະຊາຊົນ; ກົດໝາຍວ່າດ້ວຍການແກ້ໄຂຄຳຮ້ອງທຸກ ແລະ ກົດໝາຍວ່າດ້ວຍການປັບປຸງບາງມາດຕາ ຂອງກົດໝາຍວ່າດ້ວຍ
ນໍ້າ ແລະ ຊັບພະຍາກອນນໍ້າ.
ນອກນັ້ນ, ຍັງຈະໄດ້ຮັບຟັງການລາຍງານຂອງຄະນະປະຈຳສະພາແຫ່ງຊາດ ກ່ຽວກັບການຍົກຍ້າຍ, ແຕ່ງຕັ້ງຮອງປະທານກຳມາທິການຈຳນວນໜຶ່ງຂອງສະພາແຫ່ງຊາດ ແລະ ການເລືອກຕັ້ງແທນສະມາຊິກສະພາແຫ່ງຊາດ ທີ່ວ່າງລົງ, ພ້ອມກັນນັ້ນ, ຍັງຈະໄດ້ຮັບຟັງການຊີ້ແຈງຂອງພາກສ່ວນກ່ຽວຂ້ອງຈຳນວນໜຶ່ງ ຕໍ່ຄຳຊັກຖາມຂອງບັນດາສະມາຊິກສະພາແຫ່ງຊາດ.
ເພື່ອພິຈາລະນາຮັບຮອງເອົາບັນຫາສຳຄັນພື້ນຖານຂອງປະເທດຊາດ ທີ່ມີຈໍານວນຫຼາຍຄືດັ່ງກ່າວນີ້ ໃຫ້ບັນລຸຜົນຕາມແຜນການທີ່ວາງໄວ້, ໃນນາມປະທານກອງປະຊຸມ ຂໍຮຽກຮ້ອງມາຍັງທຸກພາກສ່ວນທີ່ກ່ຽວຂ້ອງ ສືບຕໍ່ໃຫ້ການຮ່ວມມື ແລະ ສະໜອງຂໍ້ມູນຕໍ່ບັນດາເນື້ອໃນທີ່ຈະນຳເຂົ້າພິຈາລະນາໃນກອງປະຊຸມຄັ້ງນີ້, ຮຽກຮ້ອງມາຍັງບັນດາທ່ານສະມາຊິກສະພາແຫ່ງຊາດ ຈົ່ງໄດ້ນໍາໃຊ້ສິດປະຊາທິປະໄຕ ແລະ ເຊີດຊູຄວາມຮັບຜິດຊອບການເມືອງຂອງຕົນ ໃນການຄົ້ນຄວ້າ, ປະກອບຄໍາເຫັນ ຕໍ່ທຸກບັນຫາຢ່າງຖີ່ຖ້ວນ, ພາວະວິໄສ ແລະ ເລິກເຊິ່ງ ບົນພື້ນຖານແນວທາງນະໂຍບາຍຂອງພັກ, ກົດໝາຍ ແລະ ສະພາບຄວາມເປັນຈິງທາງດ້ານເສດຖະກິດ-ສັງຄົມຂອງປະເທດເຮົາໃນປັດຈຸບັນ ເພື່ອເຮັດໃຫ້ເນື້ອໃນທີ່ນໍາມາພິຈາລະນາ, ຮັບຮອງຄັ້ງນີ້ ມີຄຸນນະພາບ ແລະ ສາມາດນຳໄປຈັດຕັ້ງປະຕິບັດຢ່າງເປັນຮູບປະທຳ.
ໃນໂອກາດອັນສະຫງ່າລາສີນີ້, ໃນນາມປະທານກອງປະຊຸມ, ຂໍປະກາດໄຂກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ IX ຢ່າງເປັນທາງການ ນັບແຕ່ເວລານີ້ເປັນຕົ້ນໄປ.