ທ່ານ ປອ. ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ກ່າວເປີດກອງປະຊຸມສຸດຍອດລັດຖະສະພາ ກຳປູເຈຍ-ລາວ-ຫວຽດນາມ (CLV) ຄັ້ງທີ 1

ທ.ວ. 6, 2023 | SlideMobile, ຂ່າວເດັ່ນ

ຮຽນ: – ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດແຫ່ງ ສປປ ລາວ ທີ່ເຄົາລົບ ແລະ ນັບຖືຢ່າງສູງ;
– ສົມເດັດ ມະຫາ ຣັດສະເພຍທິກາ ທິພາໄດ ຄຸນ ສຸດາຣີ, ປະທານສະພາແຫ່ງຊາດ ແຫ່ງ ລາຊະອານາ ຈັກກຳປູເຈຍ ທີ່ເຄົາລົບ ແລະ ນັບຖືຢ່າງສູງ;
– ພະນະທ່ານ ເວືອງ ດິ່ງ ເຫວະ, ປະທານສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ ທີ່ເຄົາລົບ ແລະ ນັບຖືຢ່າງສູງ;
– ບັນດາທ່ານຜູ້ແທນ, ແຂກຜູ້ມີກຽດ, ທ່ານຍິງ ແລະທ່ານຊາຍທີ່ນັບຖື ແລະ ຮັກແພງທັງຫຼາຍ.
ຂ້າພະເຈົ້າ, ຂໍສະແດງຄວາມປິຕິຍິນດີຕ້ອນຮັບບັນດາທ່ານເຂົ້າສູ່ກອງປະຊຸມສຸດຍອດລັດຖະສະພາ ກຳປູເຈຍ-ລາວ-ຫວຽດນາມ (CLV) ຄັ້ງທີ 1 ໃນນາມປະທານກອງປະຊຸມຮ່ວມ, ຂ້າພະເຈົ້າຮູ້ສຶກເປັນກຽດ ແລະ ມີຄວາມພາກພູມໃຈເປັນຢ່າງຍິ່ງ ທີ່ບັນດາພະນະທ່ານປະທານ ແລະ ແຂກຜູ້ມີກຽດ ໄດ້ໃຫ້ກຽດຕອບຮັບ ແລະ ສະຫຼະເວລາອັນມີຄ່າ ເຂົ້າຮ່ວມກອງປະຊຸມຄັ້ງປະຫວັດສາດດັ່ງກ່າວຕາມການເຊື້ອເຊີນຂອງຂ້າພະເຈົ້າ ແລະ ເຊື່ອໝັ້ນວ່າ ການເຂົ້າຮ່ວມ ແລະ ການປະກອບສ່ວນຢ່າງຫ້າວຫັນຂອງບັນດາທ່ານ ຈະເຮັດໃຫ້ກອງປະຊຸມສຸດຍອດຂອງພວກເຮົາໃນຄັ້ງ
ນີ້ ໄດ້ຮັບຜົນສຳເລັດຕາມຈຸດປະສົງ ແລະ ລະດັບຄາດໝາຍທຸກປະການ.
ບັນດາທ່ານຜູ້ແທນ, ທ່ານຍິງ ແລະ ທ່ານຊາຍ ທີ່ນັບຖື,
ດັ່ງທີ່ບັນດາທ່ານຮັບຮູ້ແລ້ວວ່າ, ກອງປະຊຸມສຸດຍອດລັດຖະສະພາ CLV ຄັ້ງນີ້ ໄດ້ຈັດຂຶ້ນໃນທ່າມກາງ ທີ່ສະພາບການຂອງພາກພື້ນ ແລະ ສາກົນ ສືບຕໍ່ຜັນແຜໄປຢ່າງສະຫລັບຊັບຊ້ອນ, ເຄັ່ງຮ້ອນ ແລະ ມີຄວາມຫຼໍ່ແຫຼມຫຼາຍດ້ານ ແລະ ມີທ່າອ່ຽງແກ່ຍາວເປັນວົງກວ້າງ ເຊິ່ງໄດ້ສົ່ງຜົນກະທົບໂດຍກົງຕໍ່ປະເທດຕ່າງໆໃນໂລກ ລວມທັງ 3 ປະເທດຂອງພວກເຮົາ, ສປປ ລາວ ກໍພວມປະເຊີນໜ້າກັບຄວາມທຸກຍາກດ້ານເສດຖະກິດ-ການເງິນ, ເກີດມີບັນຫາເງິນເຟີ້, ລາຄານໍ້າມັນຂຶ້ນສູງ ຊີວິດການເປັນຢູ່ຂອງປະຊາຊົນມີຄວາມຫຍຸ້ງຍາກຢ່າງຫຼີກລ້ຽງບໍ່ໄດ້.
ໃນທ່າມກາງສະພາບການທີ່ມີຄວາມອ່ອນໄຫວຄືດັ່ງກ່າວ, ມີຄວາມຈຳເປັນຢ່າງຍິ່ງ ທີ່ສາມປະເທດ CLV ຂອງພວກເຮົາ ຕ້ອງເພີ່ມທະວີການຮ່ວມມືກັນຢ່າງສະໜິດແໜ້ນ ເພື່ອຊອກຫາວິທີທາງແກ້ໄຂບັນຫາ ເພື່ອສາມາດຮັບມືກັບສິ່ງທ້າທາຍນາໆປະການ, ພ້ອມກັນສືບຕໍ່ນຳໃຊ້ທ່າແຮງທີ່ມີຂອງ 3 ປະເທດ ໃຫ້ເກີດຜົນປະໂຫຍດສູງສຸດແກ່ປະຊາຊົນໃນເຂດສາມຫຼ່ຽມພັດທະນາ CLV ຢ່າງແທ້ຈິງ.
ບັນດາທ່ານຜູ້ແທນ ທ່ານຍິງ ແລະ ທ່ານຊາຍ ທີ່ນັບຖື.
ກອງປະຊຸມຄັ້ງປະຫວັດສາດນີ້ ເປັນການຍົກລະດັບກົນໄກການປະຊຸມ ຈາກຂັ້ນກຳມາທິການຕ່າງໆຂອງສະພາແຫ່ງຊາດສາມປະເທດ (CLV) ຂຶ້ນເປັນກອງປະຊຸມສຸດຍອດລັດຖະສະພາ ແນໃສ່ເພີ່ມທະວີ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ, ຄວາມສາມັກຄີຢ່າງແໜ້ນແຟ້ນ ແລະ ຮ່ວມມືີຮອບດ້ານ, ໂດຍສຸມໃສ່ຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ, ການຮ່ວມມືວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ການພົວພັນດ້ານວັດທະນະທຳ ແລະ ສັງຄົມ, ການພົວພັນລະຫວ່າງປະຊາຊົນກັບປະຊາຊົນ ເພື່ອການພັດທະນາແບບຍືນຍົງ ລະຫວ່າງສາມປະເທດ ແລະ ຢູ່ໃນພາກພື້ນ. ພ້ອມກັນນີ້, ກໍເພື່ອຍົກສູງບົດບາດຂອງສະພາແຫ່ງຊາດໃນການຊຸກຍູ້ສົ່ງເສີມ ແລະ ຕິດຕາມກວດກາໃນການຈັດຕັ້ງປະຕິບັດບັນດາສັນຍາ, ແຜນງານ ແລະ ໂຄງການຮ່ວມມືຕ່າງໆ ເຊິ່ງລັດຖະບານຂອງສາມປະເທດໄດ້ລົງນາມຮ່ວມກັນ ກໍຄືສັນຍາຫຼາຍຝ່າຍ ເຊິ່ງທັງສາມປະເທດເປັນພາຄີ; ເພື່ອສ້າງເປັນເວທີໃຫ້ສະມາຊິກສະພາແຫ່ງຊາດຂອງສາມປະເທດໄດ້ມີການແລກປ່ຽນຂໍ້ມູນຂ່າວສານ, ປະສົບການ, ບົດຮຽນ ແລະ ພຶດທິກໍາທີ່ດີ ກ່ຽວກັບການປະຕິບັດໜ້າທີ່ ແລະ ພາລະບົດບາດ ຂອງສາມສະພາແຫ່ງຊາດ CLV; ພ້ອມທັງຮ່ວມກັນປຶກສາຫາລື ກ່ຽວກັບການຈັດສັນງົບປະມານ ແລະ ການຄົ້ນຄວ້າຊ່ອງທາງໃນການລະດົມທຶນຈາກພາຍໃນ ແລະ ຄູ່ຮ່ວມພັດທະນາສາກົນຂອງ CLV ແລະ ການຮ່ວມມືໃນຂົງເຂດອື່ນໆ.
ຂ້າພະເຈົ້າຕີລາຄາສູງ ແລະ ສະແດງຄວາມຊົມເຊີຍຕໍ່ຄວາມພະຍາຍາມຂອງລັດຖະບານສາມປະເທດ ທີ່ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດບັນດາສັນຍາ, ສົນທິສັນຍາ, ແຜນງານ ແລະ ໂຄງການຮ່ວມມືຕ່າງໆ ໃນໄລຍະຜ່ານມາ ດ້ວຍຜົນສໍາເລັດໃນຫຼາຍດ້ານ ເຊິ່ງເປັນການສົ່ງເສີມ ແລະ ອຳນວຍຄວາມສະດວກໃຫ້ແກ່ການຄ້າ, ການລົງທຶນ ແລະ ການທ່ອງທ່ຽວຢູ່ເຂດສາມຫຼ່ຽມພັດທະນາ. ພ້ອມກັນນີ້, ຂ້າພະເຈົ້າຕີລາ
ຄາສູງຕໍ່ລັດຖະບານ ກໍຄືອຳນາດການປົກຄອງທ້ອງຖິ່ນ ຂອງ 3 ປະເທດ ທີ່ໄດ້ເອົາໃຈໃສ່ປະສານງານ ແລະ ປຶກສາຫາລືຮ່ວມກັນຢ່າງເປັນປົກກະຕິຕໍ່ກັບການຮ່ວມມືທາງດ້ານຄວາມໝັ້ນຄົງ ຢູ່ບໍລິເວນເຂດຊາຍແດນ ແລະ ແກ້ໄຂບັນຫາປະກົດການຫຍໍ້ທໍ້ຕ່າງໆທາງສັງຄົມ ເປັນຕົ້ນ: ຢາເສບຕິດ, ການຄ້າມະນຸດ, ຄ້າຂາຍເຖື່ອນທີ່ຜິດກົດໝາຍ ແລະ ອາດຊະຍາກຳຂ້າມຊາດ ລວມທັງການຮ່ວມມືເກັບກູ້ລະເບີດທີ່ຍັງບໍ່ທັນແຕກ ແລະ ຕົກຄ້າງແຕ່ປາງສົງຄາມ ທີ່ເປັນໄພຂົ່ມຂູ່ ຕໍ່ການດຳລົງຊີວິດຂອງປະຊາຊົນ ແລະ ການພັດທະນາເສດຖະກິດ-ສັງຄົມ.
ຂ້າພະເຈົ້າ, ສະແດງຄວາມຊົມເຊີຍຕໍ່ຜົນສໍາເລັດຂອງການລົງຕິດຕາມກວດກາຮ່ວມລະຫວ່າງສະພາແຫ່ງຊາດ ຂອງ 3 ປະເທດໃນລະຫວ່າງ ວັນທີ່ 17-21 ຕຸລາ 2023 ຜ່ານມາ ເຊິ່ງເປັນກົນໄກການຕິດຕາມກວດກາຮ່ວມກັນຄັ້ງທໍາອິດ ແລະ ໄດ້ຮັບການຮ່ວມມືຈາກອໍານາດການປົກຄອງບັນດາແຂວງ ໃນຂົງເຂດສາມຫຼ່ຽມ ແລະ ຂະແໜງການກ່ຽວຂ້ອງຂອງລັດຖະບານຂອງທັງ 3 ປະເທດເປັນຢ່າງດີ; ເຊິ່ງຜົນສໍາເລັດຂອງການຕິດຕາມກວດກາຄັ້ງນັ້ນ ຈະເປັນຂໍ້ມູນພື້ນຖານໃຫ້ແກ່ການຄົ້ນຄວ້າປຶກສາຫາລື ແລະ ປະກອບຄໍາເຫັນ ເພື່ອຊອກຫາວິທີທາງແກ້ໄຂບັນຫາຮ່ວມກັນ ໃຫ້ທັນການ. ເພື່ອຕອບສະໜອງຕາມຈຸດປະສົງ ແລະ ຄວາມຮຽກຮ້ອງຕ້ອງການໃນການພັດທະນາເຂດສາມຫຼ່ຽມພັດທະນາ CLV, ກອງປະຊຸມສຸດຍອດຄັ້ງນີ້ຈັດຂຶ້ນພາຍໃຕ້ຫົວຂໍ້: “ເພີ່ມທະວີບົດບາດຂອງລັດຖະສະພາໃນການສົ່ງເສີມການຮ່ວມມືຮອບດ້ານລະຫວ່າງ ກຳປູເຈຍ-ລາວ-ຫວຽດນາມ” ພ້ອມກັນນີ້, ຍັງໄດ້ກຳນົດຫົວຂໍ້ຍ່ອຍເພື່ອລົງເລິກຄົ້ນຄວ້າປຶກສາຫາລືກັນໃນແຕ່ລະຂົງເຂດ ຄື:
1. ວຽກງານຮ່ວມມືດ້ານການເມືອງ ແລະ ການຕ່າງປະເທດ: “ເພີ່ມທະວີບົດບາດຂອງລັດຖະສະພາ ກຳປູເຈຍ-ລາວ-ຫວຽດນາມ ໃນການຊຸກຍູ້ການຮ່ວມມື, ການເປັນຄູ່ຮ່ວມ, ຄວາມສາມັກຄີ ແລະ ຄວາມຈະເລີນຮຸ່ງເຮືອງ”;
2. ວຽກງານການຮ່ວມມືດ້ານເສດຖະກິດ ແລະ ວັດທະນະທຳ-ສັງຄົມ: “ເພີ່ມທະວີການຮ່ວມມືຂອງລັດຖະສະພາ ໃນການຊຸກຍູ້ການເຊື່ອມຈອດທາງດ້ານເສດຖະກິດ ຂອງກຳປູເຈຍ-ລາວ-ຫວຽດນາມ ໄປສູ່ເປົ້າໝາຍການພັດທະນາແບບຍືນຍົງ ແລະ ກວມລວມ”;
3. ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ: “ເພີ່ມທະວີພາລະບົດບາດໃນການຕິດຕາມກວດກາ ຂອງລັດຖະສະພາ ກຳປູເຈຍ-ລາວ-ຫວຽດນາມ ຕໍ່ກັບວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເພື່ອຮັບປະກັນສັນຕິພາບ ແລະ ສະຖຽນລະພາບ”.
ນອກຈາກນີ້, ບັນດາສະມາຊິກສະພາແຫ່ງຊາດ ແລະ ຜູ້ແທນກອງປະຊຸມ ຍັງຈະໄດ້ຮັບຟັງການລາຍງານຄວາມຄືບໜ້າໃນການຈັດຕັ້ງປະຕິບັດແຜນດຳເນີນງານຕ່າງໆ ໃນເຂດສາມຫຼ່ຽມພັດທະນາ ຈາກພາກສ່ວນກ່ຽວຂ້ອງຂອງລັດຖະບານ, ເປັນໂອກາດແລກປ່ຽນຂໍ້ມູນ-ຂ່າວສານ, ບົດຮຽນ, ປະສົບການ ແລະ ສະແດງຄຳຄິດຄຳເຫັນຕໍ່ວຽກງານໃນທ້ອງຖິ່ນຂອງຕົນ ແລະ ແລກປ່ຽນບົດຮຽນ ແລະ ປະສົບການໃນການປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ ຂອງອົງການນິຕິບັນຍັດ, ການຕິດຕາມກວດກາ ແລະ ຊຸກຍູ້ການຈັດຕັ້ງປະຕິບັດບັນດາສັນຍາຮ່ວມການມື ລະຫວ່າງລັດຖະບານສາມປະເທດ.
ຂ້າພະເຈົ້າ ຂໍຮຽກຮ້ອງມາຍັງຜູ້ແທນກອງປະຊຸມ ໂດຍສະເພາະບັນດາຜູ້ແທນທີ່ມາຈາກສາມ ຫຼ່ຽມພັດທະນາຂອງແຕ່ລະປະເທດ, ຊຶ່ງເປັນຜູ້ທີ່ມີຄວາມໃກ້ຊິດຕິດແທດກັບປະຊາຊົນ ຈົ່ງເປັນເຈົ້າການໃນການຄົ້ນຄວ້າ ແລະ ປະກອບຄຳຄິດຄຳເຫັນໃສ່ແຕ່ລະບັນຫາຢ່າງສ້າງສັນ ແລະ ກົງໄປກົງມາ ເພື່ອຊອກຫາວິທີທາງ ແລະ ມາດຕະການທີ່ເໝາະສົມ ເພື່ອສະເໜີແນະຕໍ່ລັດຖະບານ; ເປັນເຈົ້າການປະກອບສ່ວນຊຸກຍູ້ການຈັດຕັ້ງປະຕິບັດດ້ານນິຕິກຳ, ການໂຄສະນາເຜີຍແຜ່ນະໂຍບາຍການລົງທຶນໃນເຂດສາມຫຼ່ຽມພັດທະນາໂດຍຜ່ານກົນໄກລັດຖະສະພາ ແລະ ອົງການລັດຖະສະພາພາກພື້ນ ແລະ ສາກົນ ເພື່ອດຶງດູດນັກລົງທຶນພາຍໃນ ແລະ ຕ່າງປະເທດໃຫ້ເຫັນໄດ້ທ່າແຮງທາງດ້ານເສດຖະກິດ ແລະ ມີຄວາມສົນໃຈມາລົງທຶນໃນເຂດສາມຫຼ່ຽມພັດທະນາ ໃຫ້ຫຼາຍຂຶ້ນ; ເອົາໃຈໃສ່ສົ່ງເສີມການຮ່ວມມືດ້ານການປົກປັກຮັກສາສິ່ງແວດລ້ອມ, ການຄຸ້ມຄອງ ແລະ ການນຳໃຊ້ຊັບພະຍາກອນທຳມະຊາດ ເພື່ອການພັດທະນາແບບຍືນຍົງ, ຊຸກຍູ້ການຮ່ວມ,ມືໃນການຕ້ານ ແລະ ສະກັດກັ້ນການຄ້າມະນຸດ, ຕ້ານການອາດຊະຍາກຳຂ້າມຊາດ, ຕ້ານການກໍ່ການຮ້າຍ, ເກັບກູ້ລະເບີດທີ່ບໍ່ທັນແຕກ ຕົກຄ້າງຈາກສົງຄາມ ໃນເຂດສາມຫຼ່ຽມພັດທະນາ ແລະ ການຊອກຄົ້ນອັດຖິຂອງບັນດາທະຫານທີ່ເສຍຊີວິດ ໃນສົງຄາມຜ່ານມາກັບຄືນປະເທດ ແລະ ບັນຫາອື່ນໆ ທີ່ເປັນຄວາມສົນໃຈຂອງທັງສາມປະເທດ.
ສຸດທ້າຍນີ້, ຂ້າພະເຈົ້າ ຕາງໜ້າໃຫ້ສະພາແຫ່ງຊາດ ແຫ່ງ ສປປ ລາວ, ຂໍສະແດງຄວາມຂອບໃຈເປັນຢ່າງສູງ ແລະ ຂໍອວຍພອນໄຊອັນປະເສີດມາຍັງ ພະນະທ່ານ ທອງລຸນ ສີສຸລິດເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ແຫ່ງ ສປປ ລາວ, ບັນດາທ່ານປະທານ, ບັນດາທ່ານຜູ້ແທນ, ແຂກຜູ້ມີກຽດທຸກທ່ານທີ່ໄດ້ສະຫຼະເວລາອັນມີຄ່າຂອງຕົນເຂົ້າຮ່ວມກອງປະຊຸມຄັ້ງນີ້ ຈົ່ງມີພາລານາໄມສົມບູນ, ມີຄວາມຜາສຸກໃນຊີວິດຄອບຄົວ ຂໍອວຍພອນໃຫ້ກອງປະຊຸມຈົ່ງດຳເນີນໄປດ້ວຍຜົນສໍາເລັດ ບົນຈິດໃຈສັນຕິພາບ, ມິດຕະພາບ,ສາມັກຄີ ແລະ ການຮ່ວມມື ເພື່ອຄວາມຈະເລີນຮຸ່ງເຮືອງ ແລະ ຍືນຍົງໃນພາກພື້ນ.
ໃນໂອກາດອັນສະຫງ່າລາສີນີ້, ຂ້າພະເຈົ້າ ໃນນາມປະທານຮ່ວມ ຂໍປະກາດເປີດກອງປະຊຸມສຸດຍອດລັດຖະສະພາ ກຳປູເຈຍ-ລາວ-ຫວຽດນາມ (CLV) ຄັ້ງທີ 1 ຂຶ້ນຢ່າງເປັນທາງການ ນັບແຕ່ເວລານີ້ເປັນຕົ້ນໄປ.