ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມຄົບຄະນະກາງສະໄໝ ຂອງຄະນະບໍລິຫານງານພັກ ແຂວງວຽງຈັນ ສະໄໝທີ VI. ທ່ານ ປອ. ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດໄດ້ໄດ້ລົງເຄື່ອນໄຫວຊຸກຍູ້ ຢ້ຽມຢາມໂຄງການ ພັດທະນາ ເຂດຈຸດສຸມ ການຜະລິດກະສິກຳ, ປູກຝັງ, ລ້ຽງສັດ ຕິດພັນກັບການທ່ອງທ່ຽວ ຢູ່ ບ້ານນ້ຳໂທ່ມ ເມືອງຫີນເຫີບ ແຂວງວຽງຈັນ, ມີ ທ່ານ ດາວເຮືອງ ນັນທະວົງ ຄະນະປະຈຳພັກແຂວງ, ຮອງເຈົ້າແຂວງວຽງຈັນ ພ້ອມດ້ວຍຄະນະ. ໃນພິທິ ທ່ານ ທອງໄລ ຈັນມະວົງ ປະທານບໍລິສັດ ສົມສະຫ່ວາງ ຟາມ ຈຳກັດຜຸ້ດຽວ ໄດ້ລາຍງານໂດຍຫຍໍ້ກ່ຽວກັບການຈັດຕັ້ງປະຕິບັດວຽກຂອງໂຄງການໃນໄລຍະຜ່ານມາວ່າ: ອີງໃສ່ແນວທາງນະໂຍບາຍຂອງພັກ ແລະ ລັດ ກ່ຽວກັບການສົ່ງເສີມວຽກງານການຜະລິດກະສິກໍາ ຕິດພັນກັບການທ່ອງທ່ຽວ ແບບອານຸລັກທຳມະຊາດ.

ດັ່ງນັ້ນ, ບໍລິສັດ ຈຶ່ງໄດ້ຕັດສິນໃຈ ລົງສຳຫຼວດພື້ນທີ່ຕົວຈິງ ໃນຂອບເຂດ ເມືອງສັງທອງ ແລະ ເມືອງຫີນເຫີບ ຜ່ານການສຳຫຼວດຕົວຈິງເຫັນວ່າ ເຂດດັ່ງກ່າວມີຄວາມເໝາະສົມ ແລະ ເອື້ອອຳນວຍຄວາມສະດວກຫຼາຍດ້ານ ວ່າ: ສະພາບດິນຟ້າອາກາດ, ມີແຫຼ່ງນໍ້າທໍາມະຊາດໄຫຼຕະຫຼອດປີ, ພື້ນທີ່ດິນມີຄວາມອຸດົມສົມບູນໄປດ້ວຍພູຜາປ່າໄມ້, ພູເຂົາເກາະກາຍ ສະລັບຊັບຊ້ອນ ມີຄວາມສວຍງາມ ເໝາະສົມແກ່ການພັດທະນາເປັນແຫຼ່ງທ່ອງທ່ຽວ ແບບອານຸລັກທຳມະຊາດ, ໃນເນື້ອທີ່ດິນ ທີ່ສຳຫຼວດໄດ້ ຈຳນວນ 1.100 ເຮັກຕ່າ ບໍລິສັດໄດ້ຊົດເຊີຍ ກໍາມະສິດນໍາໃຊ້ທີ່ດິນໃຫ້ແກ່ປະຊາຊົນສຳເລັດຈຸດປະສົງ ຂອງໂຄງການແມ່ນເພຶ່ອພັດທະນາທາງດ້ານ ການຜະລິດກະສິກຳ, ປູກຝັງ, ລ້ຽງສັດ ຕິດພັນການທ່ອງທ່ຽວ ແບບອານຸລັກທຳມະຊາດ, ເພຶ່ອສ້າງວຽກເຮັດງານທໍາໃຫ້ແກ່ປະຊາຊົນຜູ້ທີ່ວ່າງງານ, ຮັບປະກັນສະບຽງອາຫານ ແລະ ຫຼຸດຜ່ອນການນຳເຂົ້າສິນຄ້າກະສິກຳຈາກຕ່າງປະເທດ. ມູນຄ່າການລົງທຶນຄາດຄະເນ ທັງໝົດ 1.000 ຕື້ກີບ,ໄລຍະເວລາການກໍ່ສ້າງໂຄງການໃຫ້ສຳເລັດ 7 ປີ,ນັບແຕ່ທ້າຍປີ 2019 ຮອດປະຈຸບັນ ສາມາດປະຕິບັດໄດ້ 40% ມີມູນຄ່າເທົ່າກັບ 400 ຕື້ກີບ,ໂດຍໄດ້ນຳໃຊ້ເຂົ້າໃນການບຸກເບີກ, ກໍ່ສ້າງເສັ້ນທາງ ເຂົ້າຫາໂຄງການ ແລະ ພາຍໃນໂຄງການ ສຳເລັດ, ບຸກເບີກຈັດສັນພື້ນທີ່ໄດ້ 1,100 ເຮັກຕາ, ກໍ່ສ້າງ ອ່າງເກັບນໍ້າ ຂະໜາດໃຫຍ່ ເພື່ອຮັບໃຊ້ການຜະລິດໄດ້ 04 ອ່າງ, ກໍ່ສ້າງ ລະບົບຊົນລະປະທານ (ເໝືອງຝາຍ), ກໍ່ສ້າງ ຄອກລ້ຽງສັດ ເຊັ່ນ: ຄອກງົວ, ແບ້, ໝູ ແລະ ຄອກສັດປີກ, ກໍ່ສ້າງ ອາຄານເຮືອນພັກ, ໂຮງແຮມ, ຈຸດຊົມວິວ ແລະ ຮ້ານອາຫານ, ເຮັດໜອງປາ 18 ໜອງ, ເຮັດນາປູກເຂົ້າ 2 ລະດູ ໃນເນື້ອທີ່ 200 ເຮັກຕາ ຜົນຜະລິດສະເລ່ຍ 1,200ໂຕນຕໍ່ປີ, ປູກຕົ້ນໄມ້ກິນໝາກ (ໝາກມ່ວງ, ໝາກພ້າວ) ຈໍານວນ 10,000ຕົ້ນ, ບຸກເບີກຄັງຫຍ້າ ເພື່ອລ້ຽງສັດ ຈຳນວນ 60 ເຮັກຕາ, ລ້ຽງງົວ ຈໍານວນ 500 ໂຕ, ລ້ຽງແບ້ ຈໍານວນ 600 ໂຕ. ນອກຈາກນັ້ນ ຍັງລ້ຽງສັດປີກ ແລະ ສັດນໍ້າ ຈໍານວນໜື່ງ ເພື່ອຮັບໃຊ້ໃຫ້ໂຄງການ.ນອກນັ້ນທາງບໍລິສັດຍັງມີແຜນສືບຕໍ່ພັດທະນາໂຄງການໃນອານາຄົດ:ຈະຂະຫຍາຍເນື້ອທີ່ 500 ເຮັກຕາ, ສືບຕໍ່ສ້າງອາຄານ, ເຮືອນພັກ, ໂຮງແຮມ, ຮ້ານອາຫານ, , ໂອກາດນີ້, ທ່ານ ປ.ອ ໄຊສົມພອນ ພົມວິຫານ ໄດ້ສະແດງຄວາມຍ້ອງຍໍຊົມຊົມ ຕ່ໍບໍລິສັດ ທີ່ໄດ້ມີຄວາມຕັດສິນໃຈສູງລົງທຶນພັດທະນາເຂດໂຄງການດັ່ງກ່າວນີ້ ແລະໄດ້ແນະນຳໃຫ້ບໍລິສັດຕ້ອງໄດ້ມີແຜນການໃຫ້ລະອຽດ, ເອົາໃຈໃສ່ທາງດ້ານວິຊາການ ແລະການຕະຫຼາດ ພ້ອມທັງການຮັກສາສິ່ງແວດລ້ອມ, ໃຫ້ປະຊາຊົນໄດ້ມີສ່ວນຮ່ວມຫຼາຍຂຶ້ນຕື່ມອີກ.


