ຕອນເຊົ້າວັນທີ 22 ມີນາ 2022 ນີ້, ທ່ານ ປອ ລີເບີ ລີບົວປາວ ກໍາມະການສູນກາງພັກ, ປະທານກໍາມາທິການແຜນການ, ການເງິນ ແລະ ການກວດສອບ ພ້ອມດ້ວຍຄະນະ ໄດ້ເຂົ້າພົບທ່ານ ເຫລັກໄຫລ ສີວິໄລ ເຈົ້າແຂວງ ເຊກອງ ທີ່ຫ້ອງຮັບແຂກຫ້ອງວ່າການປົກຄອງແຂວງ ເນື່ອງໃນໂອກາດທີ່ທ່ານ
ລົງເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກນໍາສະພາປະຊາຊົນແຂວງ ໃນວັນທີ 22 ມີນາ 2022 ນີ້, ໂດຍມີທ່ານ ປອ ແພງສີ ສີລາວີ ຄະນະປະຈໍາພັກແຂວງ, ຮອງປະທານສະພາປະຊາຊົນແຂວງ, ທ່ານ ສີສຸພັນ ມະຫາວົງ ກໍາມະການພັກແຂວງ, ຫົວໜ້າຫ້ອງວ່າການປົກຄອງແຂວງ ພ້ອມດ້ວຍຂະແໜງການທີ່ກ່ຽວຂ້ອງເຂົ້າຮ່ວມຕ້ອນຮັບຢ່າງອົບອຸ່ນ.

ຈາກນັ້ນ, ທ່ານ ເຫລັກໄຫລ ສີວິໄລ ເຈົ້າແຂວງໆເຊກອງ ກໍ່ໄດ້ກ່າວສະແດງຄວາມຕ້ອນຮັບ ແລະ ຕີລາຄາສູງຕໍ່ທ່ານ ປະທານກໍາມາທິການແຜນການ, ການເງິນ ແລະ ການກວດສອບ ພ້ອມດ້ວຍຄະນະ ທີ່ໄດ້ລົງມາຢ້ຽມຢາມ ແລະ ເຮັດວຽກງານຢູ່ ແຂວງ ເຊກອງ ໃນຄັ້ງນີ້, ພ້ອມທັງລາຍງານໂດຍຫຍໍ້ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ ແລະ ການປະຕິບັດ 2 ວາລະແຫ່ງຊາດ ເຊິ່ງທ່ານໄດ້ຍົກໃຫ້ເຫັນບັນດາຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ຂໍ້ຄົງຄ້າງທີ່ຈະຕ້ອງໄດ້ພ້ອມກັນສືບຕໍ່ຈັດຕັ້ງປະຕິບັດໃຫ້ບັນລຸຕາມຈຸດປະສົງ ແລະ ລະດັບຄາດໝາຍ. ພ້ອມນັ້ນ, ທ່ານຍັງໄດ້ຮຽກຮ້ອງມາຍັງທ່ານ ປະທານກໍາມາທິການແຜນການ, ການເງິນ ແລະ ການກວດສອບ ຊ່ວຍຊຸກຍູ້ບັນດາໂຄງການ, ຂະແໜງການທີ່ກ່ຽວຂ້ອງຂັ້ນສູນກາງ, ພ້ອມທັງຊ່ວຍຊຸກຍູ້ທຶນຮອນຕ່າງໆລົງມາຊ່ວຍແຂວງ ເຊກອງ ໃນການພັດທະນາພື້ນຖານໂຄງລ່າງຂອງແຂວງ ໃຫ້ຫຼາຍຂຶ້ນ.