loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ທ່ານ ນາງ ທຸມມາລີ ວົງພະຈັນ ກໍາມະການຄະນະປະຈໍາສະພາແຫ່ງຊາດ ປະທານກໍາມາທິການວັດທະນະທໍາ-ສັງຄົມ, ພ້ອມດ້ວຍຄະນະ ເຄື່ອນໄຫວເຮັດວຽກຕິດຕາມກວດກາ ຢູ່ແຂວງສະຫວັນນະເຂດ

ກ.ຍ. 26, 2022 | ເຂດ 13 ສະ​ຫວັນນະເຂດ

ໃນລະຫວ່າງວັນທີ 22-23 ກັນຍາ 2022 ທີ່ຜ່ານມາ ທີ່ຫ້ອງປະຊຸມສະພາປະຊາຊົນແຂວງສະຫວັນນະເຂດ ໂດຍການເປັນປະທານຂອງທ່ານ ນາງ ທຸມມາລີ ວົງພະຈັນ ກຳມະການຄະນະປະຈຳສະພາແຫ່ງຊາດ, ປະທານກຳມາທິການວັດທະນະທຳ-ສັງຄົມ ໄດ້ລົງມາເຄື່ອນໄຫວຕິດຕາມກວດກາ ວຽກງານການສ້າງວິຊາຊີບ, ການພັດທະນາສີມືແຮງງານ ແລະ ການສ້າງວຽກເຮັດງານທໍາໃຫ້ແກ່ປະຊາຊົນ ເພື່ອແກ້ໄຂບັນຫາການວ່າງງານ, ໂດຍການຕ້ອນຮັບຂອງທ່ານ ນາງ ພູທອນ ແກ້ວພູວົງ ຮອງປະທານສະພາປະຊາຊົນແຂວງ, ບັນດາທ່ານ ຄະນະກຳມະການວັດທະນະທໍາ-ສັງຄົມ ພ້ອມດ້ວຍພະນັກງານວິຊາການ ຂອງບັນດາຂະແໝງການທີ່ກ່ຽວຂ້ອງເຂົ້າຮ່ວມ.

ໃນການລົງມາເຄື່ອນໄຫວຕິດຕາມກວດກາໃນຄັ້ງນີ້ຈຸດປະສົງແມ່ນ ເພື່ອສຶກສາຄົ້ນຄວ້າ, ເກັບກໍາ ສະພາບການວ່າງງານ ຂອງແຮງງານລາວ, ການຝຶກວິຊາຊີບ, ການພັດທະນາສີມືແຮງງານ, ການສ້າງວຽກເຮັດງານທໍາ, ການຈັດຫາງານ, ການຄຸ້ມຄອງ, ການປົກປ້ອງສິດຜົນປະໂຫຍດຂອງຜູ້ອອກແຮງງານ, ຄວາມປອດໄພ ແລະ ສຸຂະພາບ, ເພື່ອນໍາເອົາຂໍ້ມູນໄປວິເຄາະ, ວິໃຈ ໃຫ້ເຫັນໄດ້ສະພາບຕົວຈິງ ແລະ ນໍາເອົາບັນຫາດັ່ງກ່າວເຂົ້ານໍາສະເໜີຕໍ່ກອງປະຊຸມຄະນະປະຈໍາສະພາແຫ່ງຊາດ ແລະ ກອງປະຊຸມສະໄໝສາມັນເທື່ອທີ 04 ຂອງສະພາແຫ່ງຊາດ ຊຸດທີ IX.

ຫຼັງຈາກນັ້ນກໍ່ໄດ້ເຮັດວຽກຮ່ວມກັບບັນດາພະແນກການທີ່ກ່ຽວຂ້ອງ ພ້ອມທັງໄດ້ຮັບຟັງບົດລາຍງານ ສະພາບການຈັດຕັ້ງ ປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຂອງແຂວງ ຕິດພັນກັບການສ້າງວິຊາຊີບ, ສີມືແຮງງານ ແລະ ສ້າງວຽກເຮັດງານທໍາຂອງປະຊາຊົນ, ນອກຈາກນັ້ນປະທານກອງປະຊຸມກໍ່ໄດ້ເປີດໂອກາດໃຫ້ບັນດາພະແນກການໄດ້ແລກປ່ຽນຄຳຄິດຄໍາເຫັນເຊິ່ງກັນແລະກັນຢ່າງກົງໄປກົງມາ, ປະທານກໍ່ໄດ້ສະຫຼຸບພ້ອມທັງມີທິດຊີ້ນໍາໃນການປະຕິບັດວຽກງານໃນຕໍ່ໜ້າ, ພ້ອມທັງລົງເຄື່ອນໄຫວຢ້ຽມຢາມ ວິທະຍາໄລເຕັກນິກວິຊາຊີບ, ຫ້ອງຄຸ້ມຄອງເຂດເສດຖະກິດພິເສດແຂວງ ເພື່ອເອົາຂໍ້ມູນ ສະພາບການຕົວຈິງນໍາສະເໜີໃນຂັ້ນຕໍ່ໄປ.