(ສພຊ) – ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ຄັ້ງວັນທີ 14 ຕຸລາ 2026, ທ່ານ ນາງ ໃບຄຳ ຂັດທິຍະ ລັດຖະມົນຕີກະຊວງສາທາລະນະສຸກ ໄດ້ສະເໜີປັບປຸງກົດໝາຍວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ ໂດຍຍົກໃຫ້ເຫັນສະພາບຄວາມເປັນມາ, ເຫດຜົນ ແລະ ຄວາມຈຳເປັນໃນການປັບປຸງ, ຂະບວນການປັບປຸງ, ໂຄງປະກອບ ແລະ ເນື້ອໃນສໍາຄັນ, ແລະ ຄາດຄະເນຜົນໄດ້ຮັບ ເຊິ່ງກົດໝາຍສະບັບດັ່ງກ່າວ ເປັນບ່ອນອີງໃນການຈັດຕັ້ງປະຕິບັດວຽກງານຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ ໃຫ້ແກ່ຂະແໜງການສາທາລະນະສຸກ ແລະ ຂະແໜງການກ່ຽວຂ້ອງ ມາເປັນໄລຍະເວລາຫຼາຍກວ່າ 12 ປີ.

ຜ່ານການທົບທວນເນື້ອໃນ ແລະ ການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າໄລຍະຜ່ານມາ ເຫັນໄດ້ວ່າຫຼາຍມາດຕາຍັງບໍ່ທັນມີຄວາມຮັດກຸມ ໂດຍສະເພາະການຄຸ້ມຄອງການຜະລິດເຫຼົ້າແບບຄອບຄົວໃນຊຸມຊົນ, ການໂຄສະນາຂອງພາກທຸລະກິດທີ່ສົ່ງເສີມໃຫ້ເຍົາວະຊົນ-ຊາວໜຸ່ມ ມີຄ່ານິຍົມດື່ມເຄື່ອງດື່ມທີ່ມີທາດເຫຼົ້າດ້ວຍຫຼາຍຮູບແບບ ແລະ ກາຍເປັນວັດທະນະທຳໃນການດຳລົງຊີວິດ ທີ່ສົ່ງຜົນກະທົບຕໍ່ສຸຂະພາບຢ່າງກວ້າງຂວາງ; ການຈໍາໜ່າຍເຄື່ອງດື່ມທີ່ມີທາດເຫຼົ້າ ຍັງບໍ່ທັນມີການກຳນົດລະບຽບການຄຸ້ມຄອງ ແລະ ອອກອະນຸຍາດທີ່ຊັດເຈນໃນດ້ານເວລາ-ສະຖານທີ່ ລວມທັງມາດຕະການປັບໃໝຕໍ່ຜູ້ລະເມີດ ຍັງເບົາບາງ, ບໍ່ໜັກແໜ້ນ ແລະ ບໍ່ໄດ້ກຳນົດຊັດເຈນໃນກົດໝາຍ ສົ່ງຜົນເຮັດໃຫ້ມີປາກົດການຫຍໍ້ທໍ້ຕ່າງໆເກີດຂຶ້ນໃນສັງຄົມ ເປັນຕົ້ນແມ່ນການບໍລິໂພກເຫຼົ້າບໍ່ໄດ້ຮັບການກວດກາຢັ້ງຢືນຄຸນນະພາບ ເຊິ່ງເປັນຜະລິດຕະພັນທີ່ຜະລິດເອງໃນງານບຸນປະເພນີຕ່າງໆຂອງທ້ອງຖິ່ນ, ອຸບັດເຫດຕາມທ້ອງຖະໜົນທີ່ເພີ່ມຂຶ້ນ ສ້າງຜົນກະທົບທາງດ້ານສຸຂະພາບ, ເສດຖະກິດ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ.
ພາຍຫຼັງກົດໝາຍສະບັບປັບປຸງນີ້ ຖືກຮັບຮອງ ແລະ ປະກາດໃຊ້, ເຊື່ອໝັ້ນວ່າຈະເຮັດໃຫ້ວຽກງານຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ ໄດ້ຮັບການຈັດຕັ້ງປະຕິບັດຢ່າງເປັນລະບົບ, ຄ່ອງຕົວ, ມີປະສິດທິພາບ ແລະ ປະສິດທິຜົນສູງ ນັບແຕ່ສູນກາງລົງຮອດທ້ອງຖິ່ນ; ຊຸມຊົນມີຄວາມເຊື່ອໝັ້ນ, ເປັນເຈົ້າການ ແລະ ມີສ່ວນຮ່ວມຢ່າງຫ້າວຫັນຕໍ່ວຽກງານດັ່ງກ່າວ ແລະ ຮັບປະກັນໃຫ້ການດຳເນີນທຸລະກິດກ່ຽວກັບເຄື່ອງດື່ມທີ່ມີທາດເຫຼົ້າ ໄດ້ຮັບການຄຸ້ມຄອງ, ຕິດຕາມກວດກາຢ່າງເປັນລະບົບ ທັງເປັນການຍົກສູງບົດບາດຂອງລັດຖະບານ ໃນການກໍານົດນະໂຍບາຍກ່ຽວກັບການຄຸ້ມຄອງເຄື່ອງດື່ມທີ່ມີທາດເຫຼົ້າ, ມາດຕະການປ້ອງກັນ, ສົ່ງເສີມສຸຂະພາບປະຊາຊົນລາວ ສູງເດັ່ນຂຶ້ນ ແລະ ຫຍັບມໍ່ມາດຕະການຂອງພາກພື້ນ ແລະ ສາກົນ.

