loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ທາບທາມຄຳເຫັນໃສ່ຮ່າງກົດໝາຍ ຈໍານວນ 11 ສະບັບ.

ພ.ພ. 3, 2023 | ເຂດ 4 ອຸດົມໄຊ

ໂດຍປະຕິບັດຕາມ ແຈ້ງການຂອງຄະນະເລຂາທິການ ສະພາແຫ່ງຊາດ ເລກທີ 160/ຄລສ.ກກໝ, ລົງວັນທີ 25 ເມສາ 2023 ກ່ຽວກັບການຈັດຕັ້ງປະຕິບັດການທາບທາມຄຳເຫັນໃສ່ຮ່າງກົດໝາຍ 11 ສະບັບ, ທີ່ຈະນຳເຂົ້າພິຈາລະ ນາຮັບຮອງໃນກອງປະຊຸມສະໄໝສາມັນເທື່ອທີ 5 ຂອງສະ ພາແຫ່ງຊາດ ຊຸດທີ IX.

ຕອນເຊົ້າຂອງວັນພຸດ, ວັນທີ 3 ພຶດສະພາ 2023, ຢູ່ທີ່ຫ້ອງປະຊຸມພະແນກກະສິກໍາ ແລະ ປ່າໄມ້ແຂວງ , ສະພາປະຊາຊົນແຂວງອຸດົມໄຊ ໄດ້ຈັດກອງປະຊຸມ ທາບທາມຄຳເຫັນໃສ່ຮ່າງກົດໝາຍ 11 ສະບັບ, ໂດຍການເປັນປະທານຂອງທ່ານ ຄໍາດີ ວົງລ້ອມ ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ, ໂດຍການເຂົ້າຮ່ວມຂອງທ່ານ ສົມຈິດ ປັນຍາສັກ ກໍາມະການປະຈໍາພັກແຂວງ, ຮອງເຈົ້າແຂວງ, ມີສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງ, ສະມາຊິກສະພາປະຊາຊົນແຂວງ, ຫົວໜ້າ, ຮອງຫົວໜ້າພະແນກການ, ອົງການທຽບເທົ່າ, ສອງກໍາລັງ ປກຊ-ປກສ, ແຂກເຊີນ ແລະ ຄະນະຮັບຜິດຊອບພາຍໃນສະພາປະຊາຊົນແຂວງ ເຂົ້າຮ່ວມ.

ທ່ານ ຄໍາດີ ວົງລ້ອມ ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ, ໄດ້ມີຄໍາເຫັນກ່າວໄຂກອງປະ ຊຸມວ່າ: ເພື່ອປະຕິບັດຕາມຂັ້ນຕອນການສ້າງ ແລະ ປັບປຸງກົດໝາຍ ທີ່ກຳນົດໄວ້ໃນກົດໝາຍວ່າດ້ວຍ ການສ້າງນິຕິກຳ ສະບັບເລກທີ 06/ສພຊ, ລົງວັນທີ 16 ພະ ຈິກ 2021, ການທາບທາມຮ່າງກົດໝາຍໃນຄັ້ງນີ້ ເປັນມິດໝາຍທີ່ສຳຄັນ ໃນການກ້າວໄປສູ່ການສ້າງລັດທີ່ປົກຄອງດ້ວຍກົດໝາຍໃຫ້ມີປະສິດທິພາບ ແລະ ປະສິດທິຜົນ ແນໃສ່ການພັດທະນາເສດຖະກິດ-ສັງຄົມ ຕາມທິດສາມສ້າງເຊິ່ງຮ່າງກົດໝາຍທີ່ນຳເອົາມາທາບທາມໃນມື້ນີ້ ມີທັງໝົດ 11 ກົດ ໝາຍ, ສ້າງໃໝ່ 5 ກົດໝາຍຄື: ກົດໝາຍວ່າດ້ວຍ ການຈັດຫາງານ, ກົດໝາຍວ່າດ້ວຍ ການຊົດເຊີຍຄ່າເສຍຫາຍຈາກລັດ, ກົດໝາຍວ່າດ້ວຍ ການປົກຄອງ, ກົດໝາຍວ່າດ້ວຍ ອາກອນທີ່ດິນ ແລະ ກົດໝາຍວ່າດ້ວຍ ສາທາລະນະສຸກ, ສະບັບປັບປຸງ 6 ກົດໝາຍຄື: ກົດໝາຍວ່າດ້ວຍ ການປົກປ້ອງສິດ ແລະ ຜົນປະໂຫຍດຂອງເດັກ, ກົດໝາຍວ່າດ້ວຍ ການພິມຈຳໜ່າຍ, ກົດໝາຍວ່າດ້ວຍ ສານທະຫານ, ກົດໝາຍວ່າດ້ວຍ ສັດນ້ຳ ແລະ ການປະມົງ, ກົດໝາຍວ່າດ້ວຍ ສັດປ່າ ແລະ ກົດໝາຍວ່າດ້ວຍ ທະນາຄານທຸລະກິດ.

  ປະທານກອງປະຊຸມ, ໄດ້ຮຽກຮ້ອງມາຍັງບັນດາທ່ານຜູ້ແທນກອງປະຊຸມ ຈົ່ງເຊີດຊູຄວາມຮັບຜິດຊອບການ ເມືອງຂອງຕົນຕາມສິດ ແລະ ໜ້າທີ່ຂອງຕົນໃນການປະກອບຄໍາຄິດຄໍາເຫັນໃສ່ບັນດາເນື້ອໃນຂອງຮ່າງກົດໝາຍ ຕາມການສະເໜີ ແລະ ເຈາະຈີ້ມຂອງຄະນະຮັບຜິດຊອບ ແລະ ບັນຫາອື່ນໆທີ່ເຫັນວ່າຈຳເປັນ ແລະ ຍັງບໍ່ທັນໄດ້ລະ ບຸໃນກົດໝາຍ.ກອງປະຊຸມດັ່ງກ່າວແມ່ນຈະດໍາເນີນເປັນເວລາ 3 ວັນ, ແຕ່ວັນທີ 3-5 ພຶດສະພາ 2023 ຈຶ່ງຈະສໍາເລັດ.

ພາບ/ຂ່າວ: ແສງພອນ ອິນນະລົງ.