
ຕອນບ່າຍຂອງວັນພະຫັດ, ວັນທີ 4 ເມສາ 2024, ຢູ່ທີ່ສະໂມສອນແຂວງອຸດົມໄຊ ໄດ້ຈັດກອງປະຊຸມທາບທາມຄຳເຫັນໃສ່ກົດໝາຍ 3 ສະບັບ (ສະບັບປັບປຸງ), ໂດຍການເປັນປະທານຂອງທ່ານ ປອ. ລິນຄໍາ ດວງສະຫວັນ ກໍາມະການສໍາຮອງສູນກາງພັກ, ເລຂາທິການສະພາແຫ່ງຊາດ ແລະ ທ່ານ ຄໍາດີ ວົງລ້ອມ ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ, ມີທ່ານ ສົມຈິດ ປັນຍາສັກ ກໍາມະການປະຈໍາພັກແຂວງ ຮອງເຈົ້າແຂວງ, ມີອາດີດສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງ, ອາດີດສະມາຊິກສະພາປະຊາຊົນແຂວງ, ສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງ, ສະມາຊິກສະພາປະຊາຊົນແຂວງ, ຫົວໜ້າ-ຮອງຫົວໜ້າພະແນກການ, ອົງການທຽບເທົ່າ, ສອງກໍາລັງ ປກຊ-ປກສ, ແຂກເຊີນ ແລະ ຄະນະຮັບຜິດຊອບມາຈາກສະພາແຫ່ງຊາດ ເຂົ້າຮ່ວມ.



ຈຸດປະສົງ, ກໍ່ເພື່ອປະຕິບັດຕາມແຈ້ງການຂອງເລຂາທິການສະພາແຫ່ງຊາດ ກ່ຽວກັບການຈັດຕັ້ງປະຕິບັດການທາບທາມຄຳເຫັນໃສ່ບັນດາກົດໝາຍ, ທີ່ຈະນຳເຂົ້າພິຈາລະນາຮັບຮອງໃນກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ເພື່ອປະຕິບັດຕາມຂັ້ນຕອນການສ້າງ ແລະ ປັບປຸງກົດໝາຍ ທີ່ກຳນົດໄວ້ໃນກົດໝາຍວ່າດ້ວຍການສ້າງນິຕິກຳ.
ກອງປະຊຸມ, ທ່ານ ສິງຄໍາ ວົງພະຈັນ ຮອງເລຂາທິການສະພາແຫ່ງຊາດ, ໄດ້ສະເໜີບົດລາຍງານກ່ຽວກັບການປັບປຸງກົດໝາຍ ວ່າດ້ວຍ ສະພາແຫ່ງຊາດ, ກົດໝາຍ ວ່າດ້ວຍສະພາປະຊາຊົນຂັ້ນແຂວງ(ສະບັບປັບປຸງ) ລວມມີ 14 ມາດຕາ ແລະ ກົດໝາຍ ວ່າດ້ວຍ ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ(ສະບັບປັບປຸງ) ລວມມີ 7 ໝວດ 12 ມາດຕາ ເຊິ່ງການປັບປຸງກົດໝາຍ 3 ສະບັບດັ່ງກ່າວ ໃນແຕ່ລະໝວດ ແລະ ມາດຕາ ສ່ວນຫຼາຍແມ່ນຄ້າຍຄືກັນ, ການປັບປຸງໃນບາງມາດຕາ ແມ່ນເພີ່ມເນື້ອໃນເຂົ້າຕື່ມ ແລະ ບາງເນື້ອໃນຕັດອອກ, ບາງມາດຕາໄດ້ຫຍໍ້ເນື້ອໃນເຂົ້າ, ປັບປຸງເນື້ອໃນໃຫ້ສອດຄ່ອງກັບກົດໝາຍອື່ນ, ໄດ້ເພີ່ມມາດຕາໃໝ່ເຂົ້າຕື່ມ ແລະ ບາງມາດຕາໄດ້ຕັດອອກ ເພື່ອເຮັດໃຫ້ເນື້ອໃນຈະແຈ້ງ ແລະ ຄົບຖ້ວນກວ່າເກົ່າ.


ຫຼັງຈາກນັ້ນ, ບັນດາທ່ານຜູ້ແທນກອງປະຊຸມ, ໄດ້ເຊີດຊູຄວາມຮັບຜິດຊອບການເມືອງຕົນຕາມການ ມອບໝາຍ, ປະຕິບັດສິດໜ້າທີ່ ແລະ ໄດ້ປະກອບຄໍາຄິດຄໍາເຫັນຕາມການສະເໜີ ແລະ ຕາມຄໍາຖາມເຈາະຈີ້ມຂອງຄະນະຮັບຜິດຊອບ ຢ່າງກົງໄປກົງມາ, ເລິກເຊິ່ງ ແລະ ເປັນຂະບວນຟົດຟື້ນ. ກອງປະຊຸມດັ່ງກ່າວແມ່ນຈະດໍາເນີນເຖິງ ວັນທີ 5 ເມສາ 2024 ຈຶ່ງຈະສໍາເລັດ.
