loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ທາດຍຸກໃໝ່ຂອງການບໍລິໂພກ

ຕ.ລ. 20, 2023 | SlideMobile, ຂ່າວເດັ່ນ

ດັ້ນກີບເມກ
ຜູ້ຂຽນເຂົ້າໃຈວ່າ ຖ້າຄົນເຮົາບໍ່ເຄີຍຫວນຄິດ ພິຈາລະນາເຖິງວິຖີຊີວິດເກົ່າກ່ອນ ແລະ ເຂົ້າປາອາຫານທີ່ເຮົາເຄີຍມີຢ່າງອຸດົມສົມບູນ ເຮົາກໍເທົ່າກັບວ່າ ຖືກປັບປ່ຽນໃຫ້ເຂົ້າລັກສະນະ ທາດຍຸກໃໝ່ ເຊິ່ງເນື່ອງຈາກອາຫານເຄີຍອຸດົມສົມບູນນັ້ນ ປັດຈຸບັນນີ້ມັນສູນຫາຍ ແລະ ຖືກເຮັດໃຫ້ສູນຫາຍດ້ວຍນໍ້າມືຂອງເຮົາ ແລະ ຜົນກະທົບຂອງທຶນນິຍົມ ເພາະນາຍທຶນເຂົານຳໃຊ້ສື່ເປັນເຄື່ອງມື ໃຫ້ຄົນໃນສັງຄົມເຫັນດີງາມວ່າກິນຢູ່ແບບເຂົາດີກວ່າ.
ວິທີການຂອງບໍລິໂພກນິຍົມ ແລະ ທຶນນິຍົມ ເຂົາມີອາຫານກິນງ່າຍວ່ອງໄວ ທີ່ນັ່ງສະບາຍມີຫ້ອງແອເຢັນໄວ້ບໍລິການ ແຕ່ຢ່າລືມວ່າທຸກມື້ ເຮົາພົບກັບວິກິດສຸຂະພາບ ຈາກອາຫານ ທີ່ເຮົາບໍລິໂພກແບບໃໝ່ ເຊິ່ງຖ້າຫວນຄືນເຖິງເມື່ອກ່ອນ ພໍ່ແມ່ບໍ່ເຄີຍເປັນພະຍາດ ດັ່ງທີ່ຄົນເປັນໃນປັດຈຸບັນນີ້; ໃນອະດີດເຮົາກິນພືດຜັກ ປູ ປາ ອາຫານທຳມະຊາດ ແຕ່ຕອນນີ້ກິນອາຫານຜະລິດໃນເມືອງທັນສະໄໝ ເປັນຫຍັງສຸຂະພາບເຮົາ ຈຶ່ງຊຸດໂຊມເຈັບປ່ວຍໄຂ້ໄດ້ງ່າຍ; ຢ່າລືມວ່າ ໝູ ໄກ່-ປາ ເຂົາລ້ຽງຂາຍ ບໍລິໂພກໃນຮ້ານອາຫານນັ້ນ ມັນບໍ່ຄື ໝູ-ໄກ່ ປູປາ ທີ່ເຕີບໂຕຕາມທຳມະຊາດ ເພາະເຂົາລ້ຽງດ້ວຍ ສານອາຫານ ໃຫ້ໄດ້ຊີ້ນຫຼາຍ ແລະ ໃຫຍ່ໄວເພື່ອຟ້າວຂາຍເອົາກຳໄລ.
ຄົນລາວເມື່ອກ່ອນ ກິນອາຫານຫຼາຍລົດຊາດ ເຄັມ-ຂົມ-ຝາດຫວານ ເຮົາຈຶ່ງໄດ້ສານອາຫານສົມບູນແກ່ຮ່າງກາຍ, ອາຫານທຸກມື້ນີ້ ໝູ-ໄກ່-ໄຂ່-ປາລ້ຽງ (ປານິນ) ແຕ່ດິນດອນຕອນຫຍ້າ-ພືດຜັກ ສວນຄົວເຮົາເຄີຍມີ, ສັດເຄີຍລ້ຽງກໍສູນຫາຍ, ປູປາກໍສູນຫາຍ ຍ້ອນເຄມີຈາກກະເສດ ໄຫຼລົງນໍ້າລໍາຄອງ ຫ້ວຍໜອງຄອງບຶງ ອາຫານທີ່ອຸດົມສົມບູນ, ພືດຜັກກໍ່ຕາຍສູນຫາຍໄປ ນີ້ຄືເຫດຜົນທີ່ມັນທຳລາຍອາຫານພື້ນເມືອງ ສູນຫາຍຕາຍໄປ ເພື່ອໃຫ້ເຮົາບໍລິໂພກອາຫານເຂົາຜະລິດ, ມັນຝຣັ່ງເຮົາກິນຂອງເຂົາ … ໄກ່ພັນຂາໃຫຍ່, ເອິກໃຫ່ຍເພື່ອລ້ຽງຂາຍເອົາກຳໄລ.
ຜູ້ຂຽນຄິດວ່າ: ລະບົບກະແສໂລກຍຸກໃໝ່ ເຊິ່ງມີທັງບໍລິໂພກນິຍົມ, ທຶນນິຍົມ ເຂົາໃຊ້ສື່ໂຄສະນາ ໃຫ້ຄົນໃນສັງຄົມເຫັນດີງາມວ່າ ຂອງເຂົາດີກວ່າ ພາກັນຫຼົງໄຫຼບໍລິໂພກຂອງເຂົາຫາເງິນໄດ້ກໍຊື້ຂອງເຂົາບໍລິໂພກ, ທາດແບບໃໝ່ ມັນອາດຄືບຄານມາເຂົ້າສິງຈິດວິນຍານຫຼາຍຄົນແບບບໍ່ຮູ້ສຶກໂຕ, ທາງອອກຕ້ອງຟື້ນດິນ, ບໍ່ໃຊ້ສານເຄມີ, ຟື້ນປ່າບໍ່ໃຫ້ມີເຄມີ ແລະ ສານພິດ, ຟື້ນຟູພືດພັນກະເສດພື້ນເມືອງ-ຮູ້ຮັກຫອມ ມໍລະດົກຂອງຕົນ!