ທະນາຄານແຫ່ງ ສປປ ລາວ ພາກເໜືອ ແຂວງອຸດົມໄຊ ແລະ ບໍລິສັດລາວຊິນຫຼົງອຸດສາຫະກໍາບໍ່ແຮ່ຈໍາກັດ ມອບຄອມໃຫ້ສະພາປະຊາຊົນແຂວງອຸດົມໄຊ.

ກ.ກ. 5, 2022

ຕອນບ່າຍຂອງວັນພະຫັດ, ວັນທີ 30 ມິຖຸນາ 2022, ຢູ່ທີ່ຫ້ອງປະຊຸມສະພາປະຊາຊົນແຂວງ ທ່ານ ແອ ສ້ອຍສຸວັນ ຮັກສາການຫົວໜ້າທະນາຄານແຫ່ງ ສປປ ລາວ ພາກເໜືອແຂວງອຸດົມໄຊ ພ້ອມດ້ວຍຄະນະໄດ້ມອບຄອມພີວເຕີ້ ໃຫ້ທາງສະພາປະຊາຊົນແຂວງ ແລະ ຕາງໜ້າຮັບໂດຍແມ່ນທ່ານ ຄໍາເຜີຍ ງອນວັນຄໍາ ກໍາມະການປະຈໍາພັກແຂວງ, ຮອງປະທານສະພາປະຊາຊົນແຂວງ, ບັນດາທ່ານຄະນະປະຈໍາ ສພຂ ແລະ ຄະນະເລຂາ ທິການ ສພຂ ເຂົ້າຮ່ວມ.
ອຸປະກອນທີ່ນໍາມາມອບໃນຄັ້ງນີ້ປະກອບມີ: ຄອມພີວເຕີ້ຕັ້ງໂຕະຈໍານວນ 2 ຊຸດ ແລະ ບໍລິສັດລາວຊິນຫຼົງອຸດສາຫະກໍາບໍ່ແຮ່ຈໍາກັດ ມອບຄອມພີວເຕີ້ 1 ເຄື່ອງມູນຄ່າ 5.000.000 ກີບ, ພ້ອມທັງໄດ້ມອບຮັບຢ່າງເປັນທາງການ. ຈາກນັ້ນທ່ານ ຄໍາເຜີຍ ງອນວັນຄໍາ ກໍາມະການປະຈໍາພັກແຂວງ, ຮອງປະທານສະພາປະຊາຊົນແຂວງ ໄດ້ຕາງໜ້າຄະນະປະຈໍາ ສພຂ, ສະມາຊິກສະພາປະຊາຊົນແຂວງປະຈໍາເຂດເລືອກຕັ້ງເມືອງ ໄດ້ສະແດງຄວາມຂອບໃຈມາຍັງ 2 ພາກສ່ວນ ທີ່ໃຫ້ການຊ່ວຍເຫລືອດ້ານອຸປະກອນ ເພື່ອປະກອບສ່ວນໃນວຽກງານ ສະພາປະຊາຊົນແຂວງ ແລະ ສັນຍາວ່າຈະນໍາໃຊ້ຄອມດັ່ງກ່າວເຂົ້າໃນການເຄື່ອນໄຫວວຽກງານ ໃຫ້ເກີດຜົນປະໂຍດສູງສຸດ.
ພາບ/ຂ່າວ: ແສງພອນ ອິິນນະລົງ.