loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ຖະແຫຼງຂ່າວ ຜົນສຳເລັດກອງປະຊຸມສະໄໝສາມັນ ເທື່ອທີ 08 ຂອງສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ II.

ທ.ວ. 30, 2024 | ເຂດ 13 ສະ​ຫວັນນະເຂດ

ໃນຕອນບ່າຍ ວັນທີ 27 ທັນວາ 2024 ທີ່ ຫໍວັດທະນະທຳໄກສອນພົມວິຫານ ​ຕາງ​ໜ້າ​ ໃຫ້​ສະພາປະຊາຊົ​ນ​ແຂວງ​ສະຫວັນ​ນະ​ເຂດ ໂດຍທ່ານ​ ທ່ານ ພູທອນ ພຸດທະຂັນຕິ ກໍາມະການຄະນະ​ປະຈຳ​ສະພາ​ປະຊາຊົນ​ແຂວງ, ເລຂາທິການ​ສະພາ​ປະຊາຊົນ​ແຂວງ ທັງເປັນໂຄສົກປະຈຳສະພາປະຊາຊົນແຂວງ ຖະແຫຼງຂ່າວ ​ຜົນສໍາເລັດກອງ​ປະຊຸມ​ສະໄໝ​ສາມັນ​ ເທື່ອ​ທີ 08 ຂອງ​ສະພາ​ປະຊາຊົນ​ແຂວງ ຊຸດ​ທີ II ມາຍັງບັນດາພະນັກງານ-ລັດຖະກອນ, ທະຫານ-  ຕໍາ​ຫຼວດ, ນັກຮຽນ-ນັກສຶກສາປັນຍາຊົນ ຕະຫຼອດຮອດພໍ່ແມ່ ພີ່ນ້ອງ​ປະຊາຊົນ​ລາວ​ບັນດາ​ເຜົ່າ ​ທັງ​ຢູ່ພາຍ​ໃນ​ ແລະ ​ຕ່າງ​ປະ​ເທດ​ເວົ້າ​ລວມ, ເວົ້າສະ​ເພາະ ປະຊາຊົນ​ຊາວ​ແຂວງ​ສະຫວັນ​ນະ​ເຂດ ຮັບ​ຊາບ ກ່ຽວກັບ ​ຜົນສໍາເລັດຂອງ​ກອງ​ປະຊຸມ​ສະໄໝ​ສາມັນ​ ເທື່ອ​ທີ 08 ຂອງ​ສະພາ​ປະຊາຊົນ​ແຂວງ ຊຸດ​ທີ II ດັ່ງນີ້:

ກອງປະຊຸມສະ​ໄໝ​ສາມັນ ​ເທື່ອ​ທີ 08 ຂອງສະພາປະຊາຊົນແຂວງ ຊຸດທີ II ໄດ້ໄຂຂຶ້ນໃນຕອນເຊົ້າຂອງວັນຄານ, ວັນທີ 24 ທັນວາ 2024 ທີ່ຫໍວັດທະນະທໍາໄກສອນພົມວິຫານ ແລະ ໄດ້ດໍາເນີນມາເຖິງຕອນແລງ ຂອງວັນ​ສຸກ, ວັນທີ 27 ທັນວາ 2024, ໃຊ້​ເວລາ 04 ວັນ ຈຶ່ງໄດ້ອັດລົງດ້ວຍຜົນສໍາເລັດຢ່າງຈົບງາມ. ກອງປະຊຸມຄັ້ງນີ້ ມີສະມາຊິກສະພາປະຊາຊົນແຂວງ ເຂົ້າຮ່ວມທັງໝົດ 38 ທ່ານຍິງ 11 ທ່ານ, ສະມາຊິກສະພາແຫ່ງຊາດ ຊຸດທີ IX ປະຈຳເຂດເລືອກຕັ້ງທີ 13 ທີ່ປະຈໍາຢູ່​ສູນ​ກາງ 07  ທ່ານ, ຍິງ 02ທ່ານ, ມີທ່ານເຈົ້າແຂວງໆສະຫວັນນະເຂດ, ທ່ານຮອງເຈົ້າແຂວງ, ບັນດາທ່ານການນຳພັກ-ລັດຂັ້ນແຂວງ, ແນວ​ລາວ​ສ້າງ​ຊາດ, ສະຫະພັນນັກຮົບເກົ່າ​, ອົງການ​ຈັດ​ຕັ້ງມະຫາຊົນ, ພ້ອມທັງອົງການກວດສອບປະຈຳພາກກາງ II, ອົງການໄອຍະການປະຊາຊົນແຂວງ, ສານປະຊາຊົນແຂວງ, ອາດີດສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 13, ອາດີດສະມາຊິກສະພາປະຊາຊົນແຂວງ ຊຸດທີ I, ບັນດາພະແນກການ ​ແລະ ພາກສ່ວນ​ທີ່​ກ່ຽວຂ້ອງ ເຂົ້າ​ຮ່ວມທັງ​ໝົດ 238 ຄົນ, ຍິງ 67 ທ່ານ.

​         ກອງປະຊຸມສະ​ໄໝ​ສາມັນ ​ເທື່ອ​ທີ 08 ຂອງສະພາປະຊາຊົນແຂວງ ຊຸດທີ II ເທື່ອ​ນີ້ ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ ປະຈໍາເຂດເລືອກຕັ້ງທີ 13 ແລະ ສະມາ​ຊິກ​ສະພາ​ປະຊາຊົນ​ແຂວງ ໄດ້​ສຸມ​ທຸກ​ສະຕິ​ປັນຍາ​ເຂົ້າ​ໃນ​ການ​ຄົ້ນຄວ້າ ​ແລະ ປະກອບ​ຄໍາ​ຄິດ​ຄຳ​ເຫັນ​ຢ່າງ​ເລິກ​ເຊິ່ງ ແລະ ສອດຄ່ອງຕາມລະບຽບກົດໝາຍ ​ໃນ​ຖານະ​ເປັນ​ຕົນ​ແທນ​ແຫ່ງ​ສິດ ​ແລະ ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນບັນດາ​ເຜົ່າ ​ຊາວ​ແຂວງ​ສະ​ຫວັນນະ​ເຂດ ແລະ ໄດ້ພິຈາລະນາ, ຮັບຮອງ ເອົາບັນຫາສໍາຄັນພື້ນຖານຂອງແຂວງ  ດັ່ງນີ້:

  • ມະຕິ ກອງປະຊຸມສະພາປະຊາຊົນແຂວງ ວ່າດ້ວຍ ການຮັບຮອງເອົາ ການຈັດຕັ້ງປະຕິບັດຍຸດທະສາດການປະຕິຮູບການສຶກສາ ແລະ ພັດທະນາຊັບພະຍາກອນມະນຸດໃນໄລຍະຜ່ານມາ;
  • ມະຕິ ກອງປະຊຸມສະພາປະຊາຊົນແຂວງ ວ່າດ້ວຍ ການຮັບຮອງເອົາ ການສະເໜີ ຍົກຍ້າຍຂອງ ທ່ານ ພົນຈັດຕະວາ ສີ ທະວີໄຊ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງ ໄປປະຈຳການຢູ່ກະຊວງປ້ອງກັນປະເທດ;
  • ມະຕິ ກອງປະຊຸມສະພາປະຊາຊົນແຂວງ ວ່າດ້ວຍ ການຮັບຮອງເອົາ ການສະເໜີ ແຕ່ງຕັ້ງ ທ່ານ ນາງ ມະໄລທອງ ທໍາມະຕິກາ ວ່າການຫົວໜ້າພະແນກການຕ່າງປະເທດແຂວງ ເປັນຫົວໜ້າພະແນກການຕ່າງປະເທດແຂວງ;
  • ມະຕິ ກອງປະຊຸມສະພາປະຊາຊົນແຂວງ ວ່າດ້ວຍ ການຮັບຮອງເອົາ ການສະເໜີແຕ່ງຕັ້ງ ທ່ານ ສຸກສາຄອນ ໂພທິລາດ ວ່າການຫົວໜ້າພະແນກພາຍໃນແຂວງ ຫົວໜ້າພະແນກພາຍໃນແຂວງ;
  • ມະຕິ ກອງປະຊຸມສະພາປະຊາຊົນແຂວງ ວ່າດ້ວຍ ການຮັບຮອງເອົາການສະເໜີແຕ່ງຕັ້ງ ທ່ານ ປະລິນຍາເອກ ສຸນັນທາ ຈຸນລະມະນີ ເປັນຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ແຂວງ;
  • ມະຕິ ກອງປະຊຸມສະພາປະຊາຊົນແຂວງ ວ່າດ້ວຍ ການຮັບຮອງເອົາ ການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ປະຈໍາປີ 2024 ແລະ ທິດທາງແຜນການ ປະຈໍາປີ 2025, ບົດລາຍງານຜົນການກວດສອບບົດສະຫຼຸບຂາດຕົວ ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈຳປີ 2023 ຂອງອົງການກວດສອບ ປະຈໍາພາກກາງ 02;
  • ມະຕິ ກອງປະຊຸມສະພາປະຊາຊົນແຂວງ ວ່າດ້ວຍ ການຮັບຮອງເອົາ ການຈັດຕັ້ງປະຕິບັດແຜນ ການເຄື່ອນໄຫວວຽກງານ ປະຈໍາປີ 2024 ແລະ ທິດທາງແຜນການປະຈໍາປີ 2025; ບົດລາຍງານ ການແກ້ໄຂຜົນການກວດກາ ຕາມຜົນການກວດສອບ ປະຈຳປີ 2023 ຂອງອົງການກວດກາລັດແຂວງ;
  • ມະຕິ ກອງປະຊຸມສະພາປະຊາຊົນແຂວງ ວ່າດ້ວຍ ການຮັບຮອງເອົາ ການຈັດຕັ້ງປະຕິບັດການເຄື່ອນໄຫວວຽກງານ ປະຈໍາປີ 2024 ແລະ ທິດທາງແຜນການ ປະຈໍາປີ 2025 ຂອງອົງການໄອຍະການປະຊາຊົນແຂວງ;
  • ມະຕິ ກອງປະຊຸມສະພາປະຊາຊົນແຂວງ ວ່າດ້ວຍ ການຮັບຮອງເອົາ ການຈັດຕັ້ງປະຕິບັດການເຄື່ອນໄຫວວຽກງານ ປະຈໍາປີ 2024 ແລະ ທິດທາງແຜນການ ປະຈໍາປີ 2025 ຂອງສານປະຊາຊົນແຂວງ;
  • ມະຕິ ກອງປະຊຸມສະພາປະຊາຊົນແຂວງ ວ່າດ້ວຍ ການຮັບຮອງເອົາ ຂໍ້ຕົກລົງຂອງທ່ານເຈົ້າແຂວງສະຫວັນນະເຂດ ຈຳນວນ 3 ສະບັບ, ສ້າງໃໝ່ 1 ສະບັບ, ປັບປຸງ 2 ສະບັບ ຄື: (1) ຂໍ້ຕົກລົງຂອງທ່ານເຈົ້າແຂວງ ວ່າດ້ວຍ ການຄຸ້ມຄອງທີ່ດິນວັດທະນາທໍາ ພາຍໃນແຂວງສະຫວັນນະເຂດ (ສ້າງໃໝ່); (2) ຂໍ້ຕົກລົງຂອງທ່ານເຈົ້າແຂວງ ວ່າດ້ວຍ ການປະເມີນລາຄາທີ່ດິນ ແລະ ສິ່ງປຸກສ້າງພາຍໃນແຂວງ (ປັບປຸງ); (3) ຂໍ້ຕົກລົງຂອງທ່ານເຈົ້າແຂວງ ວ່າດ້ວຍການສົ່ງເສີມ ຈຸນລະວິສາຫະກິດ, ຂະ   ໜາດນ້ອຍ ແລະ ກາງ (ປັບປຸງ);
  • ມະຕິ ກອງປະຊຸມສະພາປະຊາຊົນແຂວງ ວ່າດ້ວຍ ການຮັບຮອງເອົາ ການຈັດຕັ້ງປະຕິບັດການເຄື່ອນໄຫວວຽກງານ ປະຈໍາປີ 2024 ແລະ ທິດທາງແຜນການ ປະຈໍາປີ 2025 ຂອງສະພາປະຊາຊົນແຂວງ ຊຸດທີ II.
  • ມະຕິ ກອງປະຊຸມສະພາປະຊາຊົນແຂວງ ວ່າດ້ວຍ ການຮັບຮອງເອົາ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຂອງແຂວງ ປະຈຳປີ 2024 ແລະ ທິດທາງແຜນ​ການ ປະຈໍາປີ 2025;
  • ມະຕິ ກອງປະຊຸມສະພາປະຊາຊົນແຂວງ ວ່າດ້ວຍ ການຮັບຮອງເອົາ ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດຂອງແຂວງ ປະຈຳປີ 2024 ແລະ ທິດທາງແຜນ​ການ ປະຈໍາປີ 2025.

​ຜົນສຳເລັດຂອງກອງປະຊຸມ ດັ່ງກ່າວ​ນີ້ ແມ່ນໝາກຜົນແຫ່ງສະຕິປັນຍາໃນການຄົ້ນຄວ້າປະກອບຄຳຄິດຄຳເຫັນ ຢ່າງກວ້າງຂວາງ, ເລິກເຊິ່ງ, ມີຄວາມຮັບຜິດຊອບ ແລະ ເປັນເອກະພາບສູງ ຂອງບັນດາທ່ານ ສະມາຊິກສະພາປະຊາຊົນແຂວງ, ທັງເປັນການປະກອບສ່ວນອັນສຳຄັນ ແລະ ສົມກຽດ ຂອງສະພາປະຊາຊົນແຂວງ ໃນຖານະເປັນອົງການຕົວແທນແຫ່ງສິດ ແລະ ຜົນປະໂຫຍດຂອງປະຊາຊົນບັນດາເຜົ່າ ເຂົ້າໃນການປັບປຸງບູລະນະ ລັດປະຊາທິປະໄຕ ປະຊາຊົນ ໃຫ້ມີຄວາມໜັກແໜ້ນ ແລະ ເຂັ້ມແຂງ ໃນ​ການຈັດ​ຕັ້ງ​ປະ​ຕິ​ບັດ​ແຜນ​ພັດທະນາ​ເສດຖະກິດ-ສັງຄົມຂອງ​ແຂວງ​ ໃຫ້​ບັນລຸ​​ໄດ້ຕາມ​ແຜນການ​ຢ່າງມີ​ຜົນ​ສໍາ​ເລັດ​ໃນ​ຕໍ່ໜ້າ, ກໍ່ຄືຈັດຕັ້ງປະຕິບັດມະຕິ ກອງປະຊຸມສະໄໝສາມັນ ເທື່ອທີ 08 ຂອງສະພາແຫ່ງຊາດ ຊຸດທີ IX.

ກອງປະຊຸມໄດ້ຮຽກຮ້ອງມາຍັງບັນດາອົງການຈັດຕັ້ງພັກ-ລັດ, ແນວລາວສ້າງຊາດ​ແຂວງ, ສະຫະພັນນັກຮົບເກົ່າ ແລະ ອົງການຈັດຕັ້ງມະຫາຊົນ, ກໍາລັງປະກອບອາວຸດ, ພະນັກງານ-ລັດຖະກອນ ຕະຫລອດຮອດປະຊາຊົນຊາວແຂວງສະຫວັນນະເຂດ ທຸກທົ່ວໜ້າ ຈົ່ງພ້ອມກັນເຊື່ອມຊຶມມະຕິກອງປະຊຸມຄັ້ງນີ້ ແລະ ນຳໄປຈັດຕັ້ງຜັນຂະຫຍາຍ ໃຫ້ມີປະສິດທິຜົນ, ປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນການປະຕິບັດສິດ ​ແລະ ພັນທະ​ຂອງ​ພົນລະ​ເມືອງ ​ກໍຄືໜ້າທີ່ວຽກງານຂອງຕົນ ​ເພື່ອ​ສ້າງໃຫ້ແຂວງສະຫວັນນະເຂດ ​ເປັນ​ແຂວງ​ທີ່ມີຄວາມສະຫງົບ, ຍຸຕິທຳ, ເສດຖະກິດສືບຕໍ່ຂະຫຍາຍຕົວ ແລະ ຊີວິດການເປັນຢູ່ຂອງປະຊາຊົນ ໄດ້ຮັບການສືບຕໍ່ປັບປຸງດີຂຶ້ນຢ່າງບໍ່ຢຸດຢັ້ງ.