ໃນຕອນບ່າຍ ວັນທີ 27 ທັນວາ 2024 ທີ່ ຫໍວັດທະນະທຳໄກສອນພົມວິຫານ ຕາງໜ້າ ໃຫ້ສະພາປະຊາຊົນແຂວງສະຫວັນນະເຂດ ໂດຍທ່ານ ທ່ານ ພູທອນ ພຸດທະຂັນຕິ ກໍາມະການຄະນະປະຈຳສະພາປະຊາຊົນແຂວງ, ເລຂາທິການສະພາປະຊາຊົນແຂວງ ທັງເປັນໂຄສົກປະຈຳສະພາປະຊາຊົນແຂວງ ຖະແຫຼງຂ່າວ ຜົນສໍາເລັດກອງປະຊຸມສະໄໝສາມັນ ເທື່ອທີ 08 ຂອງສະພາປະຊາຊົນແຂວງ ຊຸດທີ II ມາຍັງບັນດາພະນັກງານ-ລັດຖະກອນ, ທະຫານ- ຕໍາຫຼວດ, ນັກຮຽນ-ນັກສຶກສາປັນຍາຊົນ ຕະຫຼອດຮອດພໍ່ແມ່ ພີ່ນ້ອງປະຊາຊົນລາວບັນດາເຜົ່າ ທັງຢູ່ພາຍໃນ ແລະ ຕ່າງປະເທດເວົ້າລວມ, ເວົ້າສະເພາະ ປະຊາຊົນຊາວແຂວງສະຫວັນນະເຂດ ຮັບຊາບ ກ່ຽວກັບ ຜົນສໍາເລັດຂອງກອງປະຊຸມສະໄໝສາມັນ ເທື່ອທີ 08 ຂອງສະພາປະຊາຊົນແຂວງ ຊຸດທີ II ດັ່ງນີ້:
ກອງປະຊຸມສະໄໝສາມັນ ເທື່ອທີ 08 ຂອງສະພາປະຊາຊົນແຂວງ ຊຸດທີ II ໄດ້ໄຂຂຶ້ນໃນຕອນເຊົ້າຂອງວັນຄານ, ວັນທີ 24 ທັນວາ 2024 ທີ່ຫໍວັດທະນະທໍາໄກສອນພົມວິຫານ ແລະ ໄດ້ດໍາເນີນມາເຖິງຕອນແລງ ຂອງວັນສຸກ, ວັນທີ 27 ທັນວາ 2024, ໃຊ້ເວລາ 04 ວັນ ຈຶ່ງໄດ້ອັດລົງດ້ວຍຜົນສໍາເລັດຢ່າງຈົບງາມ. ກອງປະຊຸມຄັ້ງນີ້ ມີສະມາຊິກສະພາປະຊາຊົນແຂວງ ເຂົ້າຮ່ວມທັງໝົດ 38 ທ່ານຍິງ 11 ທ່ານ, ສະມາຊິກສະພາແຫ່ງຊາດ ຊຸດທີ IX ປະຈຳເຂດເລືອກຕັ້ງທີ 13 ທີ່ປະຈໍາຢູ່ສູນກາງ 07 ທ່ານ, ຍິງ 02ທ່ານ, ມີທ່ານເຈົ້າແຂວງໆສະຫວັນນະເຂດ, ທ່ານຮອງເຈົ້າແຂວງ, ບັນດາທ່ານການນຳພັກ-ລັດຂັ້ນແຂວງ, ແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າ, ອົງການຈັດຕັ້ງມະຫາຊົນ, ພ້ອມທັງອົງການກວດສອບປະຈຳພາກກາງ II, ອົງການໄອຍະການປະຊາຊົນແຂວງ, ສານປະຊາຊົນແຂວງ, ອາດີດສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 13, ອາດີດສະມາຊິກສະພາປະຊາຊົນແຂວງ ຊຸດທີ I, ບັນດາພະແນກການ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມທັງໝົດ 238 ຄົນ, ຍິງ 67 ທ່ານ.
ກອງປະຊຸມສະໄໝສາມັນ ເທື່ອທີ 08 ຂອງສະພາປະຊາຊົນແຂວງ ຊຸດທີ II ເທື່ອນີ້ ບັນດາສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 13 ແລະ ສະມາຊິກສະພາປະຊາຊົນແຂວງ ໄດ້ສຸມທຸກສະຕິປັນຍາເຂົ້າໃນການຄົ້ນຄວ້າ ແລະ ປະກອບຄໍາຄິດຄຳເຫັນຢ່າງເລິກເຊິ່ງ ແລະ ສອດຄ່ອງຕາມລະບຽບກົດໝາຍ ໃນຖານະເປັນຕົນແທນແຫ່ງສິດ ແລະ ຜົນປະໂຫຍດຂອງປະຊາຊົນບັນດາເຜົ່າ ຊາວແຂວງສະຫວັນນະເຂດ ແລະ ໄດ້ພິຈາລະນາ, ຮັບຮອງ ເອົາບັນຫາສໍາຄັນພື້ນຖານຂອງແຂວງ ດັ່ງນີ້:
- ມະຕິ ກອງປະຊຸມສະພາປະຊາຊົນແຂວງ ວ່າດ້ວຍ ການຮັບຮອງເອົາ ການຈັດຕັ້ງປະຕິບັດຍຸດທະສາດການປະຕິຮູບການສຶກສາ ແລະ ພັດທະນາຊັບພະຍາກອນມະນຸດໃນໄລຍະຜ່ານມາ;
- ມະຕິ ກອງປະຊຸມສະພາປະຊາຊົນແຂວງ ວ່າດ້ວຍ ການຮັບຮອງເອົາ ການສະເໜີ ຍົກຍ້າຍຂອງ ທ່ານ ພົນຈັດຕະວາ ສີ ທະວີໄຊ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງ ໄປປະຈຳການຢູ່ກະຊວງປ້ອງກັນປະເທດ;
- ມະຕິ ກອງປະຊຸມສະພາປະຊາຊົນແຂວງ ວ່າດ້ວຍ ການຮັບຮອງເອົາ ການສະເໜີ ແຕ່ງຕັ້ງ ທ່ານ ນາງ ມະໄລທອງ ທໍາມະຕິກາ ວ່າການຫົວໜ້າພະແນກການຕ່າງປະເທດແຂວງ ເປັນຫົວໜ້າພະແນກການຕ່າງປະເທດແຂວງ;
- ມະຕິ ກອງປະຊຸມສະພາປະຊາຊົນແຂວງ ວ່າດ້ວຍ ການຮັບຮອງເອົາ ການສະເໜີແຕ່ງຕັ້ງ ທ່ານ ສຸກສາຄອນ ໂພທິລາດ ວ່າການຫົວໜ້າພະແນກພາຍໃນແຂວງ ຫົວໜ້າພະແນກພາຍໃນແຂວງ;
- ມະຕິ ກອງປະຊຸມສະພາປະຊາຊົນແຂວງ ວ່າດ້ວຍ ການຮັບຮອງເອົາການສະເໜີແຕ່ງຕັ້ງ ທ່ານ ປະລິນຍາເອກ ສຸນັນທາ ຈຸນລະມະນີ ເປັນຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ແຂວງ;
- ມະຕິ ກອງປະຊຸມສະພາປະຊາຊົນແຂວງ ວ່າດ້ວຍ ການຮັບຮອງເອົາ ການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ປະຈໍາປີ 2024 ແລະ ທິດທາງແຜນການ ປະຈໍາປີ 2025, ບົດລາຍງານຜົນການກວດສອບບົດສະຫຼຸບຂາດຕົວ ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈຳປີ 2023 ຂອງອົງການກວດສອບ ປະຈໍາພາກກາງ 02;
- ມະຕິ ກອງປະຊຸມສະພາປະຊາຊົນແຂວງ ວ່າດ້ວຍ ການຮັບຮອງເອົາ ການຈັດຕັ້ງປະຕິບັດແຜນ ການເຄື່ອນໄຫວວຽກງານ ປະຈໍາປີ 2024 ແລະ ທິດທາງແຜນການປະຈໍາປີ 2025; ບົດລາຍງານ ການແກ້ໄຂຜົນການກວດກາ ຕາມຜົນການກວດສອບ ປະຈຳປີ 2023 ຂອງອົງການກວດກາລັດແຂວງ;
- ມະຕິ ກອງປະຊຸມສະພາປະຊາຊົນແຂວງ ວ່າດ້ວຍ ການຮັບຮອງເອົາ ການຈັດຕັ້ງປະຕິບັດການເຄື່ອນໄຫວວຽກງານ ປະຈໍາປີ 2024 ແລະ ທິດທາງແຜນການ ປະຈໍາປີ 2025 ຂອງອົງການໄອຍະການປະຊາຊົນແຂວງ;
- ມະຕິ ກອງປະຊຸມສະພາປະຊາຊົນແຂວງ ວ່າດ້ວຍ ການຮັບຮອງເອົາ ການຈັດຕັ້ງປະຕິບັດການເຄື່ອນໄຫວວຽກງານ ປະຈໍາປີ 2024 ແລະ ທິດທາງແຜນການ ປະຈໍາປີ 2025 ຂອງສານປະຊາຊົນແຂວງ;
- ມະຕິ ກອງປະຊຸມສະພາປະຊາຊົນແຂວງ ວ່າດ້ວຍ ການຮັບຮອງເອົາ ຂໍ້ຕົກລົງຂອງທ່ານເຈົ້າແຂວງສະຫວັນນະເຂດ ຈຳນວນ 3 ສະບັບ, ສ້າງໃໝ່ 1 ສະບັບ, ປັບປຸງ 2 ສະບັບ ຄື: (1) ຂໍ້ຕົກລົງຂອງທ່ານເຈົ້າແຂວງ ວ່າດ້ວຍ ການຄຸ້ມຄອງທີ່ດິນວັດທະນາທໍາ ພາຍໃນແຂວງສະຫວັນນະເຂດ (ສ້າງໃໝ່); (2) ຂໍ້ຕົກລົງຂອງທ່ານເຈົ້າແຂວງ ວ່າດ້ວຍ ການປະເມີນລາຄາທີ່ດິນ ແລະ ສິ່ງປຸກສ້າງພາຍໃນແຂວງ (ປັບປຸງ); (3) ຂໍ້ຕົກລົງຂອງທ່ານເຈົ້າແຂວງ ວ່າດ້ວຍການສົ່ງເສີມ ຈຸນລະວິສາຫະກິດ, ຂະ ໜາດນ້ອຍ ແລະ ກາງ (ປັບປຸງ);
- ມະຕິ ກອງປະຊຸມສະພາປະຊາຊົນແຂວງ ວ່າດ້ວຍ ການຮັບຮອງເອົາ ການຈັດຕັ້ງປະຕິບັດການເຄື່ອນໄຫວວຽກງານ ປະຈໍາປີ 2024 ແລະ ທິດທາງແຜນການ ປະຈໍາປີ 2025 ຂອງສະພາປະຊາຊົນແຂວງ ຊຸດທີ II.
- ມະຕິ ກອງປະຊຸມສະພາປະຊາຊົນແຂວງ ວ່າດ້ວຍ ການຮັບຮອງເອົາ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຂອງແຂວງ ປະຈຳປີ 2024 ແລະ ທິດທາງແຜນການ ປະຈໍາປີ 2025;
- ມະຕິ ກອງປະຊຸມສະພາປະຊາຊົນແຂວງ ວ່າດ້ວຍ ການຮັບຮອງເອົາ ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດຂອງແຂວງ ປະຈຳປີ 2024 ແລະ ທິດທາງແຜນການ ປະຈໍາປີ 2025.
ຜົນສຳເລັດຂອງກອງປະຊຸມ ດັ່ງກ່າວນີ້ ແມ່ນໝາກຜົນແຫ່ງສະຕິປັນຍາໃນການຄົ້ນຄວ້າປະກອບຄຳຄິດຄຳເຫັນ ຢ່າງກວ້າງຂວາງ, ເລິກເຊິ່ງ, ມີຄວາມຮັບຜິດຊອບ ແລະ ເປັນເອກະພາບສູງ ຂອງບັນດາທ່ານ ສະມາຊິກສະພາປະຊາຊົນແຂວງ, ທັງເປັນການປະກອບສ່ວນອັນສຳຄັນ ແລະ ສົມກຽດ ຂອງສະພາປະຊາຊົນແຂວງ ໃນຖານະເປັນອົງການຕົວແທນແຫ່ງສິດ ແລະ ຜົນປະໂຫຍດຂອງປະຊາຊົນບັນດາເຜົ່າ ເຂົ້າໃນການປັບປຸງບູລະນະ ລັດປະຊາທິປະໄຕ ປະຊາຊົນ ໃຫ້ມີຄວາມໜັກແໜ້ນ ແລະ ເຂັ້ມແຂງ ໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງ ໃຫ້ບັນລຸໄດ້ຕາມແຜນການຢ່າງມີຜົນສໍາເລັດໃນຕໍ່ໜ້າ, ກໍ່ຄືຈັດຕັ້ງປະຕິບັດມະຕິ ກອງປະຊຸມສະໄໝສາມັນ ເທື່ອທີ 08 ຂອງສະພາແຫ່ງຊາດ ຊຸດທີ IX.
ກອງປະຊຸມໄດ້ຮຽກຮ້ອງມາຍັງບັນດາອົງການຈັດຕັ້ງພັກ-ລັດ, ແນວລາວສ້າງຊາດແຂວງ, ສະຫະພັນນັກຮົບເກົ່າ ແລະ ອົງການຈັດຕັ້ງມະຫາຊົນ, ກໍາລັງປະກອບອາວຸດ, ພະນັກງານ-ລັດຖະກອນ ຕະຫລອດຮອດປະຊາຊົນຊາວແຂວງສະຫວັນນະເຂດ ທຸກທົ່ວໜ້າ ຈົ່ງພ້ອມກັນເຊື່ອມຊຶມມະຕິກອງປະຊຸມຄັ້ງນີ້ ແລະ ນຳໄປຈັດຕັ້ງຜັນຂະຫຍາຍ ໃຫ້ມີປະສິດທິຜົນ, ປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນການປະຕິບັດສິດ ແລະ ພັນທະຂອງພົນລະເມືອງ ກໍຄືໜ້າທີ່ວຽກງານຂອງຕົນ ເພື່ອສ້າງໃຫ້ແຂວງສະຫວັນນະເຂດ ເປັນແຂວງທີ່ມີຄວາມສະຫງົບ, ຍຸຕິທຳ, ເສດຖະກິດສືບຕໍ່ຂະຫຍາຍຕົວ ແລະ ຊີວິດການເປັນຢູ່ຂອງປະຊາຊົນ ໄດ້ຮັບການສືບຕໍ່ປັບປຸງດີຂຶ້ນຢ່າງບໍ່ຢຸດຢັ້ງ.