loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ຖະແຫຼງຂ່າວກ່ຽວກັບຜົນການພິຈາລະນາຮັບຮອງເອົາກົດໝາຍ ຈໍານວນ 7 ສະບັບ ໃນກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ IX

​ພ.ຈ. 21, 2023 | SlideMobile, ຂ່າວເດັ່ນ

(ສພຊ) ໃນຕອນເຊົ້າວັນທີ 21 ພະຈິກ 2023 ທ່ານ ປອ. ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນ, ປະຊາຊົນລາວບັນດາເຜົ່າ ທັງພາຍໃນ ແລະ ຕ່າງປະເທດ ກ່ຽວກັບຜົນການພິຈາລະນາ ແລະ ຮັບຮອງເອົາກົດໝາຍ ຈໍານວນ 7 ສະບັບ ໃນກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ IX ໃຫ້ປະຊາຊົນລາວບັນດາເຜົ່າ ທັງຢູ່ພາຍໃນປະເທດ ແລະ ພີ່ນ້ອງຊາວລາວຢູ່ຕ່າງປະເທດ ໄດ້ຮັບຊາບ ຢ່າງທົ່ວເຖິງກັນວ່າ: ກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ IX ໄດ້ຄົ້ນຄວ້າ ພິຈາລະນາຮັບຮອງເອົາເນື້ອໃນທີ່ສໍາຄັນຫຼາຍບັນຫາ. ສະເພາະວຽກງານການສ້າງ ແລະ ປັບປຸງກົດໝາຍ ໄດ້ເລີ່ມພິຈາລະນາແຕ່ວັນທີ 10-20 ພະຈິກ 2023 ເຊິ່ງກອງປະຊຸມໄດ້ສຸມໃສ່ ປະກອບຄວາມເຫັນໃສ່ເນື້ອໃນແຕ່ລະຮ່າງກົດໝາຍ ຢ່າງຫຼາກຫຼາຍ, ກົງໄປກົງມາ, ລະອຽດ ແລະ ຖີ່ຖ້ວນ. ຫຼັງຈາກນັ້ນ, ຄະນະຮັບຜິດຊອບປັບປຸງແຕ່ລະຮ່າງກົດໝາຍ ໄດ້ມີການປັບປຸງບັນດາຮ່າງກົດໝາຍທີ່ນຳສະເໜີຕໍ່ກອງປະຊຸມ ດ້ວຍຄວາມຮັບຜິດຊອບສູງ ຕາມຄໍາເຫັນຂອງບັນດາທ່ານສະມາຊິກສະພາແຫ່ງຊາດ.
ໃນຕອນບ່າຍຂອງວັນທີ 20 ພະຈິກ 2023, ບັນດາທ່ານສະມາຊິກສະພາແຫ່ງຊາດ ໄດ້ພ້ອມກັນລົງຄະແນນສຽງຮັບຮອງເອົາບັນດາກົດໝາຍ ດ້ວຍການເຫັນດີເປັນສຽງສ່ວນຫຼາຍ ໃນນີ້ ມີກົດໝາຍສ້າງໃໝ່ 1 ສະບັບ ແລະ ປັບປຸງ 6 ສະບັບ ເຊິ່ງມີລາຍລະອຽດ ດັ່ງນີ້:
ກົດໝາຍສ້າງໃໝ່ ມີ 1 ສະບັບຄື: ກົດໝາຍວ່າດ້ວຍການຮັກສາສຸຂະພາບຂັ້ນຕົ້ນ, ກະຊວງສາທາລະນະສຸກ ເປັນຜູ້ສະເໜີ, ໄດ້ຮັບຄະແນນສຽງເຫັນດີ 97,36%.
ກົດໝາຍສະບັບປັບປຸງ ມີ 6 ສະບັບຄື: 1. ກົດໝາຍວ່າດ້ວຍລະບົບການຊໍາລະ (ສະບັບປັບປຸງ), ທະນາຄານແຫ່ງ ສປປ ລາວ ເປັນຜູ້ສະເໜີ, ໄດ້ຮັບຄະແນນສຽງເຫັນດີ 99,3%; 2. ກົດໝາຍວ່າດ້ວຍການບັນຊີ (ສະບັບປັບປຸງ) ເຊິ່ງແມ່ນກະຊວງການເງິນ ເປັນຜູ້ສະເໜີ, ໄດ້ຮັບຄະແນນສຽງເຫັນດີ 99,34%; 3. ກົດໝາຍວ່າດ້ວຍການຕິດຕາມກວດກາຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ (ສະບັບປັບປຸງ) ເຊິ່ງແມ່ນຄະນະປະຈໍາສະພາແຫ່ງຊາດ ເປັນຜູ້ສະເໜີ, ໄດ້ຮັບຄະແນນສຽງເຫັນດີ 98,02%; 4. ກົດໝາຍວ່າດ້ວຍການປິ່ນປົວ (ສະບັບປັບປຸງ) ເຊິ່ງແມ່ນກະຊວງສາທາລະນະສຸກ ເປັນຜູ້ສະເໜີ, ໄດ້ຮັບຄະແນນສຽງເຫັນດີ 96,6%; 5. ກົດໝາຍວ່າດ້ວຍຊັບສິນທາງປັນຍາ (ສະບັບປັບປຸງ) ເຊິ່ງແມ່ນກະຊວງອຸດສາຫະກໍາ ແລະ ການຄ້າ ເປັນຜູ້ສະເໜີ, ໄດ້ຮັບຄະແນນສຽງເຫັນດີ 95,42%; 6. ກົດໝາຍວ່າດ້ວຍຜູ້ພິພາກສາ (ສະບັບປັບປຸງ) ເຊິ່ງແມ່ນສານປະຊາຊົນສູງສຸດ ເປັນຜູ້ສະເໜີ, ໄດ້ຮັບຄະແນນສຽງເຫັນດີ 95,36%.
ທ່ານ ຍັງໃຫ້ຮູ້ຕື່ມວ່າ: ການພິຈາລະນາ ແລະ ຮັບຮອງເອົາກົດໝາຍ ຈໍານວນ 7 ສະບັບ ແມ່ນຜົນສໍາເລັດທີ່ສໍາຄັນໃນການຈັດຕັ້ງປະຕິບັດແຜນການສ້າງ ແລະ ປັບປຸງກົດໝາຍ ແຕ່ປີ 2023-2025 ທັງເປັນການປະກອບສ່ວນສໍາຄັນໃນການປັບປຸງ ແລະ ເປັນການເພີ່ມເຄື່ອງມືໃນການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມຂອງປະເທດເຮົາ ໃຫ້ເປັນລະບົບຄົບຊຸດຂຶ້ນຕື່ມ ເພື່ອແນໃສ່ຮັບປະກັນການປົກປ້ອງສິດ ແລະ ຜົນປະໂຫຍດຂອງຊາດ, ຂອງລັດ, ລວມໝູ່, ບຸກຄົນ, ນິຕິບຸກຄົນ ແລະ ປະຊາຊົນລາວບັນດາເຜົ່າ, ສາມາດສະກັດກັ້ນ ແລະ ຕ້ານບັນດາປາກົດການຫຍໍ້ທໍ້ ທີ່ເປັນພຶດຕິກໍາລະເມີດກົດໝາຍ ຢູ່ໃນສັງຄົມ ໃຫ້ນັບມື້ນັບຫຼຸດລົງ, ປະກອບສ່ວນໃນການສ້າງລັດເຮົາໃຫ້ເປັນລັດທີ່ປົກຄອງດ້ວຍກົດໝາຍໃຫ້ເຂັ້ມງວດຂຶ້ນ.
ບັນດາກົດໝາຍເຫຼົ່ານັ້ນ ເຖິງວ່າໄດ້ຮັບຮອງເອົາດ້ວຍຄະແນນສູງແລ້ວກໍຕາມ, ແຕ່ກໍາມາທິການກົດໝາຍ ສະພາແຫ່ງຊາດ ຍັງຈະໄດ້ສືບຕໍ່ສົມທົບກັບບັນດາກໍາມາທິການທີ່ກ່ຽວຂ້ອງຂອງສະພາແຫ່ງຊາດ, ຄະນະຮັບຜິດຊອບໃນການສ້າງ ແລະປັບປຸງແຕ່ລະກົດໝາຍ ແລະ ພາກສ່ວນທີ່ກ່ຽວຂ້ອງ ຈະໄດ້ສືບຕໍ່ປັບປຸງ, ຮຽບຮຽງໃຫ້ສໍາເລັດສົມບູນ ເພື່ອລາຍງານຕໍ່ຄະນະປະຈໍາສະພາແຫ່ງຊາດ ກ່ອນສະເໜີທ່ານປະທານປະເທດ ພິຈາລະນາ ອອກລັດຖະດໍາລັດປະກາດໃຊ້ ຢ່າງເປັນທາງການ ຕາມກົດໝາຍທີ່ກໍານົດໄວ້.
ເພື່ອຮັບປະກັນໃຫ້ບັນດາກົດໝາຍທີ່ໄດ້ຮັບຮອງໄປແລ້ວນັ້ນ ໄດ້ຮັບການຈັດຕັ້ງປະຕິບັດເຂົ້າສູ່ຊີວິດຕົວຈິງຂອງສັງຄົມ, ຂໍຮຽກຮ້ອງໃຫ້ບັນດາກະຊວງ, ອົງການ, ເຈົ້າໜ້າທີ່, ພະນັກງານລັດວິສາຫະກິດ, ບໍລິສັດເອກະຊົນ ຕະຫຼອດຮອດທຸກຊັ້ນຄົນໃນສັງຄົມ ເອົາໃຈໃສ່ຄົ້ນຄວ້າ, ເຊື່ອມຊຶມ ແລະ ກໍາແໜ້ນເນື້ອໃນຂອງກົດໝາຍ, ມີຄວາມຮັບຜິດຊອບໃນການເຂົ້າຮ່ວມການຈັດຕັ້ງປະຕິບັດບັນດາກົດໝາຍເຫຼົ່ານັ້ນ ໂດຍຍົກສູງສະຕິ ແລະ ຄວາມຮັບຜິດຊອບໃນການປະຕິບັດໃຫ້ເກີດມີໝາກຜົນເປັນຈິງ.
ທ່ານ ໄດ້ກ່າວຕື່ມວ່າ: ຕາງໜ້າໃຫ້ຄະນະປະຈໍາສະພາແຫ່ງຊາດ ຂໍສະແດງຄວາມຊົມເຊີຍ ຢ່າງສຸດອົກສຸດໃຈ ຕໍ່ບັນດາທ່ານສະມາຊິກສະພາແຫ່ງຊາດ ທີ່ໄດ້ເອົາໃຈໃສ່ປະກອບ ຄໍາຄິດຄໍາເຫັນຢ່າງຕັ້ງໜ້າ, ກົງໄປກົງມາ ເພື່ອໃຫ້ບັນດາກະຊວງ, ອົງການ ໄດ້ສຸມໃສ່ໃນການສ້າງ ແລະ ປັບປຸງກົດໝາຍ ໃຫ້ມີຄວາມຮັດກຸມ, ຈະແຈ້ງ, ມີຄຸນະພາບ ເຊິ່ງສະແດງອອກໃນຜົນການຮັບຮອງເອົາບັນດາກົດໝາຍດັ່ງທີ່ໄດ້ຖະແຫຼງໄປແລ້ວນັ້ນ. ສ່ວນກົດໝາຍວ່າດ້ວຍເຂດເສດຖະກິດພິເສດ ທີ່ກອງປະຊຸມໄດ້ນຳມາພິຈາລະນານັ້ນ, ກອງປະຊຸມໄດ້ສະເໜີໃຫ້ ລັດຖະບານ ສືບຕໍ່ປັບປຸງບາງຈຸດຕື່ມ ແລະ ສະເໜີຕໍ່ກອງປະຊຸມ ເທື່ອທີ 7 ໃນປີຕໍ່ມາເພື່ອພິຈາລະນາ.