loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ຖະແຫລງຂ່າວການດຳເນີນກອງປະຊຸມສະໄໝວິສາມັນເທື່ອທີ 1 ຂອງ ສພຊ ຊຸດທີ IX

​ກ.ກ. 29, 2021 | ຂ່າວກອງປະຊຸມ

(ສພຊ) ໃນຕອນບ່າຍຂອງວັນທີ 28 ກໍລະກົດ 2021 ທີ່ສະພາແຫ່ງຊາດ, ທ່ານ ນາງ ປິ່ງຄຳ ລາຊະສິມມາ ກຳມະການຄະນະປະຈຳ, ຄະນະເລຂາທິການສະພາແຫ່ງຊາດ ໄດ້ຖະແຫລງຂ່າວຕໍ່ສື່ມວນຊົນທຸກຂະແໜງການ ກ່ຽວກັບການດໍາເນີນກອງປະຊຸມສະໄໝວິສາມັນເທື່ອທີ 1 ຂອງສະພາແຫ່ງຊາດ (ສພຊ) ຊຸດທີ IX ວ່າ:
ປະຕິບັດຕາມມາດຕາ 61 ຂອງກົດໝາຍວ່າດ້ວຍ ສະພາແຫ່ງຊາດ ກ່ຽວກັບການດຳເນີນກອງປະຊຸມສະໄໝວິສາມັນຂອງສະພາແຫ່ງຊາດ ເພື່ອພິຈາລະນາຕົກລົງເອົາບັນຫາສໍາຄັນ ແລະ ຮີບດ່ວນຂອງປະເທດຊາດ; ປະຕິບັດຕາມມະຕິຂອງຄະນະປະຈໍາສະພາແຫ່ງຊາດ ສະບັບເລກທີ 191/ຄປຈ, ລົງວັນທີ 27 ກໍລະກົດ 2021 ວ່າດ້ວຍການດໍາເນີນກອງປະຊຸມສະໄໝວິສາມັນເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ IX. ເພື່ອປະຕິບັດຕາມເນື້ອໃນຈິດໃຈດັ່ງກ່າວບັນດາກໍາມາທິການ, ຄະນະເລຂາທິການສະພາແຫ່ງຊາດ ແລະ ກົງຈັກທີ່ຄະນະປະຈໍາສະພາແຫ່ງຊາດສ້າງຕັ້ງ ໄດ້ປະສານສົມທົບກັບບັນດາກະຊວງ, ອົງການລັດທຽບເທົ່າກະຊວງ, ສູນກາງແນວລາວສ້າງຊາດ ແລະ ອົງການຈັດຕັ້ງມະຫາຊົນຂັ້ນສູນກາງ ໃນການກະກຽມເນື້ອໃນຂອງແຕ່ລະພາກສ່ວນ ທີ່ຈະນໍາສະເໜີຕໍ່ກອງປະຊຸມໃນຄັ້ງນີ້. ມາເຖິງປັດຈຸບັນ ເຫັນວ່າການກະກຽມແມ່ນຄົບຖ້ວນ, ສອດຄ່ອງກັບກົດໝາຍ ແລະ ນິຕິກຳໃຕ້ກົດໝາຍແລ້ວ.
ຂ້າພະເຈົ້າ, ໃນນາມເລຂາທິການສະພາແຫ່ງຊາດ, ຫົວໜ້າກອງເລຂາກອງປະຊຸມສະໄໝວິສາມັນເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ IX ຂໍຕາງໜ້າຄະນະປະຈຳສະພາແຫ່ງຊາດ ມີຄວາມຍິນດີ ແລະ ຖືເປັນກຽດ ແຈ້ງມາຍັງບັນດາທ່ານ ພະນັກງານ, ທະຫານ, ຕຳຫລວດ, ນັກຮຽນ, ນັກສຶກສາ, ປັນຍາຊົນ, ກຳມະກອນ, ຊາວຜູ້ອອກແຮງງານ, ພໍ່ແມ່ພີ່ນ້ອງປະຊາຊົນລາວບັນດາເຜົ່າໃນທົ່ວປະເທດ ແລະ ພີ່ນ້ອງຊາວລາວທີ່ອາໄສຢູ່ຕ່າງປະເທດ ຮັບຊາບກ່ຽວກັບການດໍາເນີນກອງປະຊຸມສະໄໝວິສາມັນເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ IX ດັ່ງນີ້:
– ກອງປະຊຸມສະໄໝວິສາມັນເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ IX ຈະໄດ້ໄຂຂຶ້ນໃນຕອນເຊົ້າຂອງວັນພະຫັດ ວັນທີ 5 ສິງຫາ 2021 ແລະ ຈະດໍາເນີນໄປເຖິງວັນອັງຄານ, ວັນທີ 10 ສິງຫາ 2021 ທີ່ຫ້ອງປະຊຸມໃຫຍ່ສະພາແຫ່ງຊາດ ຫລັງໃໝ່ (ທາດຫລວງ), ນະຄອນຫລວງວຽງຈັນ ເຊິ່ງຈະໃຊ້ເວລາດໍາເນີນກອງປະຊຸມທັງໝົດ 5 ວັນ (ບໍ່ລວມເອົາວັນອາທິດ).
– ກອງປະຊຸມສະໄໝວິສາມັນເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ IX ຈະໄດ້ພິຈາລະນາ ແລະ ຮັບຮອງເອົາບັນຫາສຳຄັນພື້ນຖານຂອງປະເທດຊາດ ດັ່ງນີ້:
1.    ບົດລາຍງານຂອງລັດຖະບານກ່ຽວກັບວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ;
2.    ບົດລາຍງານຂອງລັດຖະບານກ່ຽວກັບວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ;
3.    ການປັບປຸງບາງມາດຕາຂອງກົດໝາຍ ຈໍານວນ 5 ສະບັບ ຄື:
–    ກົດໝາຍວ່າດ້ວຍ ການຄຸ້ມຄອງສ່ວຍສາອາກອນ;
–    ກົດໝາຍວ່າດ້ວຍ ອາກອນມູນຄ່າເພີ່ມ;
–     ກົດໝາຍວ່າດ້ວຍ ອາກອນລາຍໄດ້;
–     ກົດໝາຍວ່າດ້ວຍ ອາກອນຊົມໃຊ້;
–     ກົດໝາຍວ່າດ້ວຍ ຢາເສບຕິດ.
4.     ຮັບຟັງການລາຍງານຂອງລັດຖະບານ ກ່ຽວກັບສະພາບການແຜ່ລະບາດຂອງພະຍາດອັກເສບປອດຮຸນແຮງ ຫລື ໂຄວິດ-19 ແລະ ມາດຕະການແກ້ໄຂຜົນກະທົບຈາກການແຜ່ລະບາດຂອງພະຍາດດັ່ງກ່າວ;
ໃນການດໍາເນີນກອງປະຊຸມສະໄໝວິສາມັ ເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ IX ນີ້ ສະພາແຫ່ງຊາດ ຈະໄດ້ຈັດຕັ້ງພິທີມອບ-ຮັບຫໍສະພາແຫ່ງຊາດຫລັງໃໝ່ ຢ່າງເປັນທາງການ.
ອີກເທື່ອໜຶ່ງ, ໃນນາມຕາງໜ້າໃຫ້ຄະນະປະຈຳສະພາແຫ່ງຊາດ, ຄະນະເລຂາທິການສະພາແຫ່ງຊາດ ຂ້າພະເຈົ້າຂໍເຊີນຊວນບັນດາທ່ານ ພະນັກງານ, ລັດຖະກອນ, ທະຫານ, ຕຳຫລວດ, ນັກຮຽນ, ນັກສຶກສາ, ປັນຍາຊົນ, ກຳມະກອນ, ຊາວຜູ້ອອກແຮງງານ, ພໍ່ແມ່ພີ່ນ້ອງ, ປະຊາຊົນບັນດາເຜົ່າທຸກຊັ້ນຄົນໃນທົ່ວປະເທດ ແລະ ພີ່ນ້ອງຊາວລາວທີ່ອາໄສຢູ່ຕ່າງປະເທດ ຈົ່ງຕິດຕາມກອງປະຊຸມສະໄໝວິສາມັນເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ IX ຄັ້ງນີ້, ໃນໄລຍະກະກຽມ ແລະ ດຳເນີນກອງປະຊຸມ, ຄະນະເລຂາທິການສະພາແຫ່ງຊາດ ໄດ້ຈັດຕັ້ງໜ່ວຍງານຮັບຜິດຊອບໂທລະສັບສາຍດ່ວນ ເພື່ອຮັບເອົາຄຳຄິດຄຳເຫັນ ແລະ ຄຳສະເໜີໂດຍກົງຈາກປະຊາຊົນ ທີ່ຈະສົ່ງໄປຍັງກອງປະຊຸມ ເຊິ່ງບັນດາທ່ານສາມາດສົ່ງຄຳຄິດຄຳເຫັນ ແລະ ຄຳສະເໜີໄປຍັງກອງປະຊຸມໄດ້ຕາມວິທີລຸ່ມນີ້:
•    ສາຍດ່ວນ: 156 ຮັບໃຊ້ກອງປະຊຸມສະໄໝວິສາມັນເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ IX.
•    ອີເມວ: nalao.156@gmail.com

ແຫຼ່ງຂ່າວທີ່ມາ: ສະພາແຫ່ງຊາດ