loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ຖະແຫລງຂ່າວກອງປະຊຸມສະໄໝສາມັນເທື່ອທີ 4 ຂອງ ສພຊ

ຕ.ລ. 20, 2017 | ຂ່າວກອງປະຊຸມ

(ສພຊ) ໃນຕອນເຊົ້າວັນພຸດທີ 11 ຕຸລາຜ່ານມາ ທີ່ສະພາແຫ່ງຊາດ ທ່ານ ນາງ ສວນສະຫວັນ ວິຍະເກດ ກໍາມະການສໍາຮອງສູນກາງພັກ, ຄະນະປະຈໍາສະພາແຫ່ງຊາດ (ຄປຈສພຊ), ເລຂາທິການ ສພຊ ໄດ້ຖະແຫລ່ງຂ່າວກ່ຽວກັບການດໍາເນີນກອງປະຊຸມສະໄໝ ສາມັນເທື່ອທີ 4 ຂອງສະພາແຫ່ງຊາດຊຸດທີ VIII ເພື່ອແຈ້ງມາ​ຍັງບັນດາທ່ານພະນັກງານ-ລັດຖະກອນ, ທະຫານ-ຕຳຫລວດ ນັກຮຽນ-ນັກສຶກສາ, ປັນຍາຊົນ, ກຳມະກອນ, ຊາວຜູ້ ອອກແຮງງານ, ພໍ່ແມ່ພີ່ນ້ອງ, ປະຊາຊົນລາວບັນດາເຜົ່າໃນທົ່ວປະເທດ ແລະ ພີ່ນ້ອງຊາວ ລາວທີ່ອາໄສຢູ່ຕ່າງປະເທດຮັບຊາບ ກ່ຽວກັບການດຳເນີນກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາແຫ່ງຊາດຊຸດທີ VIII ດັ່ງນີ້:

1. ກອງປະຊຸມຈະໄດ້ໄຂຂຶ້ນໃນຕອນເຊົ້າຂອງວັນຈັນທີ 16 ຕຸລາ 2017 ທີ່ຫ້ອງປະ ຊຸມສະພາແຫ່ງຊາດ (ຫລັກ 6),​ ນະຄອນຫລວງວຽງຈັນ ແລະ ຈະດໍາເນີນໄປເຖິງວັນສຸກທີ 17 ພະຈິກ 2017 ເຊິ່ງຈະໃຊ້ເວລາດໍາເນີນກອງປະຊຸມທັງໝົດ 25 ວັນ (ບໍ່ລວມວັນພັກ ລັດຖະການ).

2. ກອງປະຊຸມຈະໄດ້ຮັບຟັງການລາຍງານ, ພິຈາລະນາ ແລະ ຕົກລົງບັນຫາສຳຄັນ ຕ່າງໆດັ່ງນີ້:

ວຽກງານຂອງລັດຖະບານ: ລາຍງານໂດຍສັງເຂບຂອງທ່ານນາຍົກລັດຖະມົນຕີກ່ຽວ ກັບການຈັດຕັ້ງປະຕິບັດ​ແຜນ​ພັດທະນາ​ເສດຖະກິ​ດ-ສັງຄົມ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ ປະ​ຈໍາປີ 2017 ແລະ ​ແຜນການປະ​ຈໍາປີ 2018; ລາຍງານກ່ຽວ​ກັບການ ຈັດຕັ້ງປະຕິບັດ​ແຜນ​ພັດທະນາ​ເສດຖະກິ​ດ-ສັງຄົມ, ປະ​ຈໍາປີ 2017 ແລະ ​ທິດ​ທາງແຜນການ ປະ​ຈໍາປີ 2018; ລາຍງານກ່ຽວ​ກັບການຈັດຕັ້ງປະຕິບັດ​ແຜນ​ງົບປະມານ​ແຫ່ງ​ລັດ ປະ​ຈໍາປີ 2017 ແລະ​ທິດ​ທາງແຜນການ ປະ​ຈໍາປີ 2018; ລາຍງານກ່ຽວ​ກັບການຈັດຕັ້ງປະຕິບັດ​​ແຜນ​ເງິນຕາ ປະຈໍາປີ 2017 ​ແລະ​ທິດ​ທາງແຜນການ ປະ​ຈໍາປີ 2018; ຮັບຟັງລາຍງານກ່ຽວກັບ ການຈັດ​ຕັ້ງ​ປະຕິບັດ​ວຽກ​ງານທ່ອງທ່ຽວໃນຊຸມປີຜ່ານມາ ​ແລະ ທິດ​ທາງ​ແຜນການ​ໃນ​ປີ 2018.

: ລາຍງານກ່ຽວ​ກັບ​ການຈັດ​ຕັ້ງ​ປະຕິບັດແຜນການ​ ປະ​ຈໍາປີ 2017 ​ແລະ​ທິດ​ທາງແຜນການປະ​ຈໍາປີ 2018 ຂອງສະພາ​ແຫ່ງ​ຊາດ; ບົດປະກອບ ຄໍາເຫັນຂອງສູນກາງແນວລາວສ້າງຊາດ ແລະ ຕາງໜ້າອົງການຈັດຕັ້ງມະຫາຊົນຂັ້ນສູນກາງ ຕໍ່ບົດລາຍງານການຈັດຕັ້ງປະຕິບັດວຽກງານປະຈໍາປີ 2017 ແລະ ແຜນການປະຈໍາປີ 2018 ຂອງສະພາແຫ່ງຊາດ.
ວຽກງານຂອງອົງການກວດສອບແຫ່ງລັດ: ບົດລາຍງານກ່ຽວ​ກັບ​ການຈັດ​ຕັ້ງ​ປະຕິບັດ​ແຜນການເຄື່ອນໄຫວວຽກງານ​ ປະ​ຈໍາປີ 2017 ​ແລະ​ທິດ​ທາງແຜນການ​ເຄື່ອນໄຫວວຽກງານ ປະ​ຈໍາປີ 2018 ຂອງອົງການກວດ​ສອບ​ແຫ່ງ​ລັດ; ບົດ​ລາຍ​ງານກ່ຽວ​ກັບ​ຜົນການກວດ​ສອບ​ບົດສະຫລຸບ​ຂາດ​ຕົວການ​ຈັດ​ຕັ້ງ​ປະຕິບັດ​ແຜນ​ງົບປະມານ​ແຫ່ງ​ລັດ ສົກປີ 2015-2016. ບົດ ລາຍງານຂອງອົງການກວດກາລັດຖະບານກ່ຽວກັບຜົນການກວດກາຕາມຜົນການກວດສອບ ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ສົກປີ 2013-2014 ແລະສົກປີ 2014-2015.

ວຽກງານຂອງອົງການໄອຍະການປະຊາຊົນສູງສຸດ ແລະ ສານປະຊາຊົນສູງສຸດ: ບົດ ລາຍງານກ່ຽວ​ກັບ​ການຈັດ​ຕັ້ງ​ປະຕິບັດ​ແຜນການເຄື່ອນໄຫວວຽກງານ​ ປະ​ຈໍາປີ 2017 ​ແລະ​ທິດ​ທາງແຜນການເຄື່ອນໄຫວວຽກງານ ​ປະ​ຈໍາປີ 2018 ຂອງອົງການໄອຍະການປະຊາຊົນ ສູງສຸດ; ບົດລາຍງານກ່ຽວ​ກັບ​ການຈັດ​ຕັ້ງ​ປະຕິບັດແຜນການເຄື່ອນໄຫວວຽກງານ​ ປະ​ຈໍາປີ 2017 ​ແລະ​ທິດ​ທາງແຜນການເຄື່ອນໄຫວວຽກງານ ປະ​ຈໍາປີ 2018 ຂອງສານປະຊາຊົນສູງ ສຸດ; ບົດລາຍງານຂອງກະຊວງຍຸຕິທໍາ ກ່ຽວກັບການຈັດຕັ້ງປະຕິບັດຄໍາຕັດສິນຂອງສານ ທີ່ ໃຊ້ໄດ້ຢ່າງເດັດຂາດໃນໄລຍະຜ່ານມາ ແລະ ທິດທາງແກ້ໄຂໃນຕໍ່ໜ້າ.

ແລະ ຮ່າງກົດໝາຍປັບປຸງ ລວມທັງ ໝົດ 16 ສະບັບ ໃນນີ້: ຮ່າງກົດໝາຍສ້າງໃໝ່ ຈຳນວນ 9 ສະບັບ, ໃນຈໍານວນດັ່ງກ່າວ ໄດ້ແບ່ງອອກເປັນກົດໝາຍແຕ່ລະຂົງເຂດດັ່ງນີ້:
ກົດໝາຍຂົງເຂດເສດຖະກິດ: 3 ສະບັບຄື: ກົດໝາຍວ່າດ້ວຍການ​ປົກ​ປ້ອງຜົນກະທົບ ຈາກການນໍາເຂົ້າສິນຄ້າ, ກົດໝາຍ​ວ່າ​ດ້ວຍອຸຕຸນິຍົມ ​ແລະ​ ອຸ​ທົກ​ກະສາ​ດ, ກົດໝາຍ​ວ່າ​ດ້ວຍ ການຖ່າຍ​ທອດ​ເຕັກ​ໂນ​ໂລ​ຊີ;

: 3 ສະບັບຄື: ກົດໝາຍ​ວ່າ​ດ້ວຍການ​ຄຸ້ມ​ຄອງ​ໜີ້​ສິນ​ສາທາ ລະນະ, ກົດໝາຍວ່າດ້ວຍລະບົບ​ຊໍາລະສະສາງ, ກົດໝາຍ​ວ່າ​ດ້ວຍການ​​ຈັດ​ຊື້​-ຈັດຈ້າງດ້ວຍ ທຶນຂອງລັດ;
-ສັງຄົມ: 2 ສະບັບຄື: ກົດໝາຍວ່າດ້ວຍການກັນ ແລະ ​ຄວບ​ຄຸມພະ​ຍາດຕິ​ດຕໍ່, ກົດໝາຍວ່າດ້ວຍການເຄື່ອນໄຫວວຽກງານ​ກາ​​ແດງ​ລາວ;
ແລະ ຍຸຕິທໍາ: 1 ສະບັບຄື: ກົດໝາຍວ່າດ້ວຍຜູ້ພິ ພາກສາ.
ຮ່າງກົດໝາຍປັບປຸງມີ 7 ສະບັບຄື:

ກົດໝາຍຂົງເຂດເສດຖະກິດ: 3 ສະບັບຄື: ກົດໝາຍວ່າດ້ວຍຜັງ​ເມືອງ, ກົດ​ໝາຍ​ວ່າ​ດ້ວຍແຮ່​ທາດ, ກົດໝາຍ​ວ່າ​ດ້ວຍຊັບ​ສິນ​ທາງ​​ປັນຍາ;

ກົດໝາຍຂົງເຂດການປົກຄອງ ແລະ ຍຸຕິທໍາ: 2 ສະບັບຄື: ກົດໝາຍວ່າດ້ວຍການ​ດໍາ​ເນີນ​ຄະດີ​ອາຍາ, ກົດໝາຍວ່າດ້ວຍສັນຊາດ;

ກົດໝາຍຂົງເຂດວັດທະນະທໍາ-ສັງຄົມ: 1 ສະບັບຄື: ກົດໝາຍວ່າດ້ວຍອົງການ​ກໍາມະ ບານ​ລາວ;

ກົດໝາຍຂົງເຂດການເງິນ: 1 ສະບັບຄື: ກົດໝາຍວ່າດ້ວຍການ​ກວດກາ​ລັດ.

, ທ່ານ ນາງ ສວນສະຫວັນ ວິຍະເກດ ໄດ້ເຊີນຊວນບັນດາທ່ານພະ ນັກງານ-ລັດຖະກອນ, ທະຫານ-ຕຳຫລວດ, ນັກຮຽນ-ນັກສຶກສາ, ປັນຍາຊົນ, ກຳມະກອນ, ຊາວຜູ້ອອກແຮງງານ, ພໍ່ແມ່ພີ່ນ້ອງ, ປະຊາຊົນບັນດາເຜົ່າທຸກຊັ້ນຄົນໃນທົ່ວປະເທດ ແລະ ພີ່ນ້ອງຊາວລາວທີ່ອາໄສຢູ່ຕ່າງປະເທດ ຈົ່ງຕິດຕາມການດຳເນີນກອງປະຊຸມສະໄໝສາມັນ ເທື່ອທີ 4 ຂອງສະພາແຫ່ງຊາດຊຸດທີ VIII ຄັ້ງນີ້. ນອກນັ້ນ, ໃນໄລຍະດຳເນີນກອງປະຊຸມ ຄະນະເລຂາທິການສະພາແຫ່ງຊາດ ໄດ້ຈັດຕັ້ງໜ່ວຍງານຮັບຜິດຊອບໂທລະສັບສາຍ​ດ່ວນ ເພື່ອຮັບເອົາຄຳຄິດຄຳເຫັນ ແລະ ຄຳສະເໜີໂດຍກົງຈາກປະຊາຊົນ ທີ່ຈະສົ່ງໄປຍັງກອງປະ ຊຸມ; ບັນດາທ່ານສາມາດສົ່ງຄຳຄິດຄຳເຫັນ ແລະ ຄຳສະເໜີໄປຍັງກອງປະຊຸມໄດ້ຕາມວິທີລຸມ ນີ້:
ໂທລະສັບບໍ່ເສຍຄ່າ ໝາຍເລກ: 156
ໂທລະສານ ໝາຍເລກ: 021 413528
ສົ່ງເປັນຈົດໝາຍທາງໄປສະນີ ຕູ້ ປນ. 662
ສົ່ງອີເມວ: na_session@na.gov.la