

ຈຸດປະສົງຂອງການເຮັດວຽກຄັ້ງນີ້ ເພື່ອສຶກສາຄວາມເປັນໄປໄດ້ໃນການເອົາລາຍການໂທລະພາບ ຜູ້ແທນປະຊາຊົນ ຂອງສະພາແຫ່ງຊາດ ມາອອກຜ່ານໂທລະພາບປ້ອງກັນຄວາມສະຫງົບ ຂອງກະຊວງປ້ອງກັນຄວາມສະຫງົບ ແລະ ແລກປ່ຽນບັນຫາອື່ນໆທີ່ທັງສອງຝ່າຍໃຫ້ຄວາມສົນໃຈ.

ໂອກາດດັ່ງກ່າວ ທັງສອງຝ່າຍໄດ້ລາຍງານໂດຍຫຍໍ້ໃຫ້ກັນຊາບ ກ່ຽວກັບການປະຕິບັດຫນ້າທີ່ວຽກງານຂອງຕົນ ເປັນຕົ້ນ ຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ບາງບົດຮຽນປະສົບການທີ່ພົບພໍ້ໃນການປະຕິບັດວຽກງານຕົວຈິງ.