
(ສພຂ)-ໃນລະຫວ່າງວັນທີ 31 ມີນາ ຫາ 4 ເມສາ 2025 ສະພາປະຊາຊົນແຂວງ ໄດ້ລົງເຄື່ອນໄຫວຕິດ ຕາມຊຸກຍູ້ໂຄງການກໍ່ສ້າງໄຟຟ້າພະລັງງານແສງຕາເວັນ ຕິດພັນກັບການກໍ່ສ້າງເສັ້ນທາງຄົມມະນາຄົມ ຢູ່ ເມືອງໄຊ ແລະ ເມືອງນາໝໍ້ ແຂວງອຸດົມໄຊ ເຊິ່ງນໍາພາໂດຍ ທ່ານ ຄໍາມະນີ ໄຊດວງຕາ ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 4, ມີຄະນະປະຈໍາ, ຄະນະກໍາມະການ, ຮອງເຈົ້າເມືອງ ແລະ ຂະແໜງການທີ່ກ່ຽວຂ້ອງ ຂອງສະພະປະຊາຊົນແຂວງ ແລະ ເມືອງເຂົ້າຮ່ວມ;


ຜ່ານການລົງຕິດຕາມກວດກາໃນຄັ້ງນີ້ ເຫັນວ່າ: ໂຄງການກໍ່ສ້າງໄຟຟ້າພະລັງງານແສງຕາເວັນ ຢູ່ເມືອງໄຊ ແລະ ເມືອງນາໝໍ້ ກວມເອົາ 7 ບ້ານ ເຊິ່ງມີດິນທີ່ຖືກຜົນກະທົບຈາກໂຄງການ ທັງໝົດ 1.009 ຕອນ, ມີເນື້ອທີ 2.090.13 ເຮັກຕ້າ; ໃນເນື້ອທີ່ດິນດັ່ງກ່າວ ແມ່ນຈະຕອງທົດແທນຄ່າເສຍຫາຍ ຈໍານວນ 956 ຕອນ ກວມເນື້ອທີ 2.022.91 ເຮັກຕາ, ມີ 349 ຄອບຄົວ ແລະ ດິນລວມຂອງບ້ານ (ດິນລັດ) ຈໍານວນ 53 ຕອນ, ກວມເນື້ອທີ 67.22 ເຮັກຕາ ເຊິ່ງຜົນກະທົບທັງໝົດດັ່ງກ່າວ ທາງບໍລິສັດ ຊີຈີເອັນ ເອເນີຈີ (ລາວ) ຈໍາກັດ ເປັນບໍລິສັດທີ່ສໍາປະທານໂຄງການ ໄດ້ທົດແທນຄ່າເສຍຫາຍ ສໍາເລັດແລ້ວ 100%;
ຄວາມຄືບໜ້າໃນການກໍ່ສ້າງໂຄງການ ປັດຈຸບັນ ມີບໍລິສັດທີ່ໄດ້ເຊັນບົດບັນທຶກຄວາມເຂົ້າໃຈ (MOU) ກັບລັດຖະບານ ເພື່ອສຶກສາຄວາມເປັນໄປໄດ້ໃນການພັດທະນາ ຈໍານວນ 5 ບໍລິສັດ ມີ 7 ໂຄງການ (ຢູ່ຂັ້ນຕອນການປະຕິບັດບົດບັນທຶກຄວາມເຂົ້າໃຈ (MOU) 3 ໂຄງການ, ສັນຍາພັດທະນາໂຄງການ (PDA) 3 ໂຄງການ ແລະ ສັນຍາສໍາປະທານ (XA) 1 ໂຄງການ; ປັດຈຸບັນໄດ້ມີການບຸກເບີກເສັ້ນທາງເຂົ້າເຂດຕິດຕັ້ງແຜງໂຊລາເຊວ ແລະ ໄດ້ຕິດຕັ້ງແຜງໂຊລາເຊວຈໍານວນໜຶ່ງ;


ສໍາລັບໂຄງການກໍ່ສ້າງ, ປັບປຸງ ແລະ ຍົກລະດັບເສັ້ນທາງ ປັດຈຸບັນເມືອງໄຊ ມີໂຄງການຟື້ນຟູສ້ອມແປງເສັ້ນທາງຫຼວງທ້ອງຖິ່ນ ຈໍານວນ 3 ເສັ້ນ (ລວງຍາວ 37.5 ກມ), ໂຄງການສ້ອມແປງເສັ້ນທາງເທດສະບານ 6 ເສັ້ນ (ລວງຍາວ 4.04 ກມ) ໂຄງການປູຢາງ 2 ຊັ້ນ (4 ແຍກໜອງແມງດາ ຫາ 4 ແຍກໂຮງຮຽນ ເຕັກນິກວິຊາຊີບ), ໂຄງການປູຢາງຈາກບ້ານດອນແກ້ວ ຫາ ບ້ານແຟນ ລວງຍາວ 2.75 ກມ; ໂຄງການປັບປຸງສ້ອມແປງທາງ ເທດສະບານເມືອງໄຊ (ທາງເບຕົງເສີມເຫຼັກ) ເລກທີ 1914 ແຕ່ 4 ແຍກວົງວຽນກະສິກໍາ ຫາ 4 ແຍກສະໂມສອນແຂວງ ບ້ານເຈງ ແລະ ເມືອງນາໝໍ້ ມີ 1 ໂຄງການ ຄື: ໂຄງການຂະຫຍາຍທາງຫຼວງແຫ່ງຊາດ, ກໍ່ຮ່ອງລະບາຍນໍ້າ ຜ່ານເທດສະບານເມືອງ;


ໃນການລົງເຄື່ອນໄຫວຄັ້ງນີ້, ຍັງໄດ້ລົງເບິ່ງພື້ນທີ່ໂຄງການຕົວຈິງ ເພື່ອສືບຕໍ່ຕິດຕາມ ແລະ ຊຸກຍູ້ການຈັດຕັ້ງປະຕິບັດໂຄງການ ຕິດພັນກັບການພົບປະໂອ້ລົມປະຊາຊົນ ຢູ່ ບ້ານທີ່ໄດ້ຮັບຜົນກະທົບຈາກໂຄງການດັ່ງກ່າວ ເປັນຕົ້ນແມ່ນຮັບຟັງບັນດາຫາງສຽງສັງຄົມ, ຜົນກະທົບຕໍ່ຊີວິດການເປັນຢູ່ ແລະ ບັນດາຂໍ້ຫຍຸ້ງຍາກໃນການຈັດຕັ້ງປະຕິບັດໂຄງການ ຂອງບໍລິສັດຮັບເໝົາ ເພື່ອເກັບກໍາຂໍ້ມູນສະເໜີຕໍ່ພາກສ່ວນທີ່ກ່ຽວຂ້ອງນຳໄປແກ້ໄຂຕາມພາລະບົດບາດ.
ຂ່າວ: ສພຂ.