


ກອງປະຊຸມ ຍັງໄດ້ຮັບຟັງການລາຍງານໂດຍສັງເຂບຈາກທ່ານ ນາງ ພູດອນ ຈູມມະນີ ຮອງເຈົ້າເມືອງໆສະໜາມໄຊ ແຂວງອັດຕະປື ວ່າ: ໂຄງການປົກປ້ອງສັງຄົມ ແມ່ນເລີ່ມແຕ່ວັນທີ 12 ມັງກອນ 2021-26 ສິງຫາ 2022 ໂດຍແມ່ນກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ພະແນກແຮງງານ ແລະ ສະຫວັດດີການສັງຄົມ ແຂວງອັດຕະປື ແລະ ບໍລິສັດ ສະຕາວິນເທັກ ໂດຍລິເລີ່ມການຊ່ວຍເຫຼືອລ້າ ໃຫ້ແກ່ແມ່ ແລະ ເດັກກ່ອນໄວຮຽນ ຢູ່ 2 ເມືອງຄື: ເມືອງສະໜາມໄຊ ແລະ ເມືອງພູວົງ ເຊິ່ງຜ່ານການຕິດຕາມ ແລະ ຊຸກຍູ້ກ່ຽວກັບການໃຫ້ອຸດໜູນແມ່ຍິງຖືພາ ແລະ ເດັກກ່ອນໄວຮຽນ ເມືອງສະໜາມໄຊ ມີທັງໝົດ 37 ບ້ານ ເລີ່ມປະຕິບັດລົງທະບຽນແຕ່ວັນທີ 18/5/2020 ເປັນຕົ້ນມາ ມີຈຳນວນແມ່ຍິງຖືພາ ແລະ ເດັກກ່ອນໄວຮຽນມາລົງທະບຽນທັງໝົດ 1.114 ຄົນ; ໄດ້ອຸດໜູນແລ້ວລວມມູນຄ່າ 1,2 ຕື້ກວ່າກີບ, ຜົນໄດ້ຮັບອັດຕາການຕາຍຂອງແມ່ຫຼຸດລົງ, ເດັກຂາດສານອາຫານຫຼຸດລົງ; ເມືອງພູວົງ ມີ 15 ບ້ານ ເລີ່ມປະຕິບັດລົງທະບຽນແຕ່ວັນທີ 18/10/2021 ເປັນຕົ້ນມາ ມີຈຳນວນແມ່ຍິງຖືພາ ແລະ ເດັກກ່ອນໄວຮຽນມາລົງທະບຽນທັງໝົດ 373 ຄົນໄດ້ຮັບອຸດໜູນແລ້ວລວມມູນຄ່າ 190 ລ້ານກວ່າກີບ, ຜົນໄດ້ຮັບ ອັດຕາການຕາຍຂອງແມ່ຫຼຸດລົງ, ເດັກຂາດສານອາຫານຫຼຸດລົງ ປັດຈຸບັນເຫຼືອ 10% ຈາກແຕ່ກ່ອນ 17%. ຈາກນັ້ນ, ຕາງໜ້າບໍລິສັດຕາວິນເທັກ ໄດ້ລາຍງານກ່ຽວກັບວິທີການຈ່າຍອຸດໜູນ ໃຫ້ຜູ້ໄດ້ຮັບຜົນປະໂຫຍດ (ແບບໃຫ້ເງິນສົດກັບມື ແລະ ຜ່ານ U-money).


ນອກນັ້ນ, ບັນດາຜູ້ເຂົ້າຮ່ວມກອງປະຊຸມ ຍັງໄດ້ເຄື່ອນໄຫວ ແລະ ຢ້ຽມຢາມ ໂຮງໝໍຊຸມຊົນ ເມືອງສະໜາມ ໄຊ, ໂຮງໝໍນ້ອຍບ້ານຫີນລາດ ແລະ ພົບປະປະຊາຊົນທີ່ເປັນສະມາຊິກຂອງໂຄງການປົກປ້ອງສັງຄົມ (ວຽກອຸດໝູນແມ່ຍິງຖືພາ ແລະ ເດັກກ່ອນໄວຮຽນ).

(ພາບ ແລະ ຂ່າວ: ນາງ ກຸກກິກ ບຸດດາໄຊ)