loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ຕິດຕາມກວດກາ ແລະ ເກັບກໍາຂໍ່ມູນການຈັດຕັ້ງປະຕິບັດກົດໝາຍ ຢູ່ແຂວງຈໍາປາສັກ

ມ.ສ. 29, 2022 | ເຂດ 15 ຈຳ​ປາ​ສັກ

ໃນລະຫວ່າງວັນທີ 27-28 ເມສາ 2022 ທີ່ຜ່ານມາ ທ່ານ ຄໍາຈັນ ໂສຕາປະເສີດ ຄະນະກຳມະການຄະນະປະຈໍາ ສະພາແຫ່ງຊາດ ປະທານກໍາມະທິການບັນດາເຜົ່າ ພ້ອມຄະນະ ໄດ້ເຄື່ອນໄຫວເຮັດວຽດຢູ່ແຂວງຈໍາປາສັກ ໂດຍໄດ້ສົມທົບກັບ ທ່ານ ສາຍທອງ ໄຊຍະວົງ ປະທານຄະນະປະຈໍາສະພາປະຊາຊົນແຂວງຈໍາປາສັກ ແລະ ຄະນະກໍາມະການ, ຄະນະເລຂາທິການຂອງສະພາປະຊາຊົນແຂວງຈໍາປາສັກ ໃນການເຄື່ອນໄຫວຕິດຕາມກວດກາ ແລະ ເກັບກໍາຂໍ່ມູນການປະເມີນການຈັດຕັ້ງປະຕິບັດກົດໝາຍ.

ການເຄື່ອນໄຫວຂອງຄະນະ, ເຂົ້າພົບ ທ່ານ ປອ ວິໄລວົງ ບູດດາຄໍາ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງໆ ຈໍາປາສັກ ທີ່ຫ້ອງວ່າການແຂວງ ໂດຍລາຍຈຸດປະສົງຂອງການການລົງເຄື່ອນໄຫວເຮັດວຽກນໍາສະພາປະຊາຊົນແຂວງ ແລະ ພະແນກການທີ່ກ່ຽວຂ້ອງພາຍໃນແຂວງ. ພ້ອມດຽວກັນ, ທ່ານເຈົ້າແຂວງໆ ຈໍາປາສັກ ກໍ່ໄດ້ມີຄໍາເຫັນກ່າວຕ້ອນຮັບຄະນະ ແລະ ລາຍງານກ່ຽວກັບສະພາລວມ ແລະ ການຈັດຕັ້ງປະຕິບັດວຽກງານຂອງແຂວງໃນໄລຍະຜ່ານໂດຍສັງເຂັບ.

ຈາກນັ້ນ, ຄະນະ ໄດ້ເປີດກອງປະຊຸມເຮັດວຽກຮ່ວມກັບ ທ່ານ ສົມບູນ ເຮືອງວົງສາ ຮອງເຈົ້າແຂວງໆຈໍາປາສັກ ຜູ້ຊີ້ນໍາວຽກງານເສດຖະກິດຂອງແຂວງ,. ຄະນະນໍາຂອງສະພາປະຊາຊົນແຂວງຈໍາປາສັກ, ຕາງໜ້າ ພະແນກການກົມກອງ 20 ກວ່າພາກສ່ວນ ຢູ່ທີ່ຫ້ອງປະຊຸມຂອງສະພາປະຊາຊົນແຂວງ ວາລະດໍາເນີນກອງປະຊຸມ ໂດຍໄດ້ຮັບຟັງການລາຍງານກ່ຽວກັບການຈັດຕັ້ງປະຕິບັດກົດໝາຍຄື: ກົດໝາຍວ່າດ້ວຍທີ່ດິນ, ກົດໝາຍວ່າດ້ວຍຊັບສິນຂອງລັດ, ກົດໝາຍສົ່ງເສີມການລົງທືນ, ກົດໝາຍວ່າດ້ວຍແຮ່ທ້າດ ຈາກ ຜູ້ແທນກອງປະຊຸມ ເຊີ່ງເຫັນໄດ້ສະພາບຈຸດພິເສດຂໍ້ສະດວກຂໍ້ຫຍຸ້ງຍາກໃນການຈັດຕັ້ງປະຕິບັດວຽກງານຂອງແຕ່ລະພາກສ່ວນເຊີ່ງຈະຕ້ອງສູມໃສ່ໃນການຈັດຕັ້ງປະຕິບັດໃຫ້ສໍາເລັດໃນຕໍ່ຫນ້າ

ໃນຕອນທ້າຍ ທ່ານ ຄໍາຈັນ ໂສຕະປະເສີດ ຄະນະກຳມະການຄະນະປະຈໍາ ສະພາແຫ່ງຊາດ ປະທານກຳມະທິການບັນດາເຜົ່າ ໄດ້ມີຄໍາເຫັນໂອ້ລົມ ແລະ ສະຫລຸບຕີລາຄາສູງຕໍ່ໝາກຜົນ ຜົນງານທີ່ທຸກພາກສ່ວນຍາດມາໄດ້. ຕໍ່ກັບການລາຍງານຂອງບັນດາທ່ານ ໃນການຈັດຕັ້ງປະຕິບັດກົດໝາຍ 4 ສະບັບ ທີ່ກ່າວຂ້າງເທິງນັ້ນ, ຄະນະພວກເຮົາໄດ້ເກັບກໍາເປັນຂໍ້ມູນອັນສໍາຄັນໃນການນໍາໄປຄົ້ນຄົ້ວປຶກສາຫາລື ແລະ ສະເໜີຕໍ່ຄະນະປະຈໍາສະພາແຫ່ງຊາດ ເພື່ອປະເມີນການຈັດຕັ້ງປະຕິບັດກົດໝາຍຈໍານວນດັ່ງກ່າວ.

ຈາກນັ້ນ, ໃນຕອນບ່າຍວັນດຽວກັນ ຄະນະດັ່ງກ່າວ ຍັງໄດ້ລົງເຄື່ອນເຮັດວຽກ ຢູ່ເຂດເສດຖະກິດພິເສດ ມະຫານາທີສີທັນດອນ, ດ່ານສາກົນວັງເຕົ່າ, ສວນຊາຫລັກ 36  ແລະ ສວນກາເຟປາກຊ່ອງໄຮແລນ ອີກດ້ວຍ.

(ພາບ-ຂ່າວ: ພຸດທະສອນ ແສງພອນ)