loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ຕິດຕາມກວດກາ​ ແລະ​ ຊຸກຍູ້​ ການຈັດຕັ້ງປະຕິບັດ​ວຽກງານ​ 6​ ເດືອນ​ຕົ້ນ​ປີ​ ໃນຂົງເຂດ​ເສດຖະກິດ,​ແຜນການ​ແລະ​ການເງີນ.​ ຢູ່ເມືອງສາມັກຄີໄຊ.

ພ.ພ. 31, 2022 | ເຂດ 17 ອັດ​ຕະ​ປື


ໃນວັນທີ​ 31​ ພຶດສະພາ​ 2022​ ນີ້.​ ຄະນະກຳມະການເສດຖະກິດ,​ແຜນການ​ ແລະ​ ການເງີນ​ (ຄສຜງ)​ ສະພາປະຊາຊົນແຂວງ​ (ສພຂ). ລົງ​ຕິດຕາມກວດກາ​ ແລະ​ ຊຸກຍູ້​ ການຈັດຕັ້ງປະຕິບັດ​ວຽກງານ​ 6​ ເດືອນ​ຕົ້ນ​ປີ​ ແລະ​ ທິດທາງ​ 6​ ເດືອນ​ທ້າຍປີ​ 2022.​ ໃນຂົງເຂດ​ເສດຖະກິດ, ແຜນການ​ແລະ​ການເງີນ.​ ທີ່ຫ້ອງວ່າການປົກຄອງເມືອງສາມັກຄີໄຊ.​ ນຳໂດຍ​ ທ່ານ​ ສຸກສຳລານ​ ໄຊຍະແສງ​ ຮອງປະທານ​ ສພຂ, ປະທານ​ ຄສຜງ​ ພ້ອມຄະນະ.​ ເຂົ້າຮ່ວມ​ມີ​ ທ່ານ​ ເພັດມີໄຊ​ ຄໍາພັກດີ ຄະນະປະຈໍາ​ພັກ​ແຂວງ, ເຈົ້າເມືອງສາມັກຄີໄຊ.​ ມີບັນດາທ່ານ​ ສະມາຊິກສະພາປະຊາຊົນແຂວງ​ (ສສຂ) ປະຈຳເຂດເລືອກຕັ້ງເມືອງ, ຮອງ​ເຈົ້າເມືອງ, ຫົວຫນ້າ-ຮອງ​ຫົວຫນ້າ​ຫ້ອງການ​ ແລະ​ ວີຊາການທີ່ກ່ຽວຂ້ອງເຂົ້າຮ່ວມ.​
ເພື່ອຮັບປະກັນໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ​ ທີ່ກອງປະຊຸມສະພາປະຊາຊົນແຂວງໄດ້ຮັບຮອງ ສາມາດບັນລຸຕາມແຜນການທີ່ວ່າງໄວ້​ ແລະ​ ຈັດຕັ້ງປະຕະບັດໃຫ້ຖືກຕ້ອງສອດຄ່ອງຕາມລັດຖະທຳມະນູນ,​ກົດໝາຍ​ ແລະ​ ນິຕິ​ກຳໃຕ້​ກົດໝາຍ​ ດຳເນີນໄປຢ່າງ ມີປະສິດທິພາບ,​ປະສິດທິຜົນ,​ໂປ່ງໃສ ແລະ​ ສາມາດກວດສອບໄດ້​ ຫັນເຂົ້າສູ້ການຄຸ້ມຄອງລັດ,​ຄຸ້ມຄອງເສດຖະກິດສັງຄົມດ້ວຍກົດໝາຍ ເປັນກ້າວໆ.​


ໂອກາດ​ນີ້,​ ທ່ານ​ ຂັນທອງ ຈະເລີນສຸກ​ ຮອງເຈົ້າເມືອງສາມັກຄີໄຊ​ ໄດ້ລາຍງານໂດຍຫຍໍ້ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ​ 3​ ເດືອນຕົ້ນປີ ແລະ​ ທິດທາງ​ 9ເດືອນທ້າຍປີຂອງເມືອງ ເປັນຕົ້ນ:ວຽກງານ​ກະສີກຳ​ ໄດ້ຜະລິດເຂົ້ານາແຊງ 192 ຮຕ,​ ປະຕິບັດໄດ້ 153 ຮຕ/262ຄອບຄົວ, ນາຢອດ 4ຮຕ/3ຄອບຄົວ​ ທຽບໃສ່ແຜນປະຕິບັດໄດ້ 79,69%,​ ປູກພືດ 470,5ຮຕ ໃນນັ້ນ,​ລະດູແລ້ງ227ຮຕ ແລະ​ລະດູຝົນ243,​5ຮຕ,ປະຕິບັດໄດ້ 205,15 ຮຕ, ຜົນຜະລິດ​ 1.119,30ໂຕນ,ທຽບໃສ່ໃນເນື້ອທີ່ແຜນການປີ 43,6%,​ ການລ້ຽງສັດແລະການປະມົງ ສັດລ້ຽງໃນທົ່ວເມືອງ 3ເດືອນຕົ້ນປີ2022ມີທັງໝົດ 40,562ໂຕ.​

ແຜນການວຽກງານກະສີກຳໃນຕໍ່ໜ້າຈະສູ້ຊົນຜະລິດເຂົ້າໃຫ້ໄດ້4.​792ໂຕນ,ໃນນີ້ ນາປີ 13.800ໂຕນ,ເນື້ອທີ່ປູກ4,600ຮຕ ແລະ​ ນາແຊງ672ໂຕນ,​ເນື້ອທີ່ປູກ192ຮຕ.​ ປູກພືດຜັກໃຫ້ໄດ້ໃນເນື້ອທີ່470.​5ຮຕ,ຜົນຜະລິດໃຫ້ໄດ້3.157,5ໂຕນ.​ ພືດສົ່ງເສີມທົ່ວໄປໃຫ້ໄດ້ເນື້ອທີ່ 243.30ຮຕ,ຜົນຜະລິດໃຫ້ໄດ້1.860,3ໂຕນ,ພືດເປັນສີນຄ້າເນື້ອທີ່ໃຫ້ໄດ້433.​09ຮຕ, ຜົນຜະລິດໃຫ້ໄດ້188,​283.79ໂຕນ.


ຈາກນັ້ນ,​ ກໍໄດ້ຮັບຟັງການລາຍງານຈາກພາກສ່ວນທີ່ກ່ຽວຂ້ອງຕໍ່ກັບຄຳເຈາະຈີ້ມຂອງຄະນະກຳມະການເສດຖະກິດ,​ແຜນການ​ແລະ​ການເງີນ​ ແລະ​ ໄດ້​ແລກປ່ຽນຄຳຄິດເຫັນຕໍ່ບັນດາຂໍ້ຫຍຸ້ງຍາກແລະຄົງຄ້າງໃນການຈັດຕັ້ງ​ປະຕິບັດແຜນພັດທະນາເສດຖະກິດ​ສັງຄົມ​ແລະແຜນງົບປະມານຂອງເມືອງ.​

(ວິນັດ)