loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ຕິດຕາມກວດກາ​ ແລະ​ ຊຸກຍູ້​ ການຈັດຕັ້ງປະຕິບັດ​ວຽກງານ​ 6​ ເດືອນ​ຕົ້ນ​ປີ​ ໃນຂົງເຂດ​ເສດຖະກິດ,​ແຜນການ​ແລະ​ການເງີນ.​ ຢູ່ເມືອງພູວົງ.​

ມ.ຖ. 11, 2022 | ເຂດ 17 ອັດ​ຕະ​ປື


ຕອນບ່າຍວັນທີ​ 2​ ມິຖຸນາ​ 2022.​ ທ່ານ​ ນາງ​ ມີນາພອນ​ ໄຊສົມພູ​ ປະທານ​ສະພາປະຊາຊົນແຂວງ​ (ສພຂ)​ ແລະ​ ຄະນະກຳມະການເສດຖະກິດ,​ແຜນການແລະການເງີນ (ຄສຜງ)​.​ ລົງ​ຕິດຕາມກວດກາ​ ແລະ​ ຊຸກຍູ້​ ການຈັດຕັ້ງປະຕິບັດ​ວຽກງານ​ 6​ ເດືອນ​ຕົ້ນ​ປີ​ ແລະ​ ທິດທາງ​ 6​ ເດືອນ​ທ້າຍປີ​ 2022.​ ໃນຂົງເຂດ​ເສດຖະກິດ, ແຜນການ​ແລະ​ການເງີນ.​ ຢູ່ເມືອງພູວົງ. ເຂົ້າຮ່ວມມີ​ທ່ານ​ ສຸລິຈັນ​ ໂຊກຄຳຈັນ ກຳມະການພັກແຂວງ,​ເຈົ້າເມືອງ​ພູວົງ.​ ມີບັນດາທ່ານຮອງເຈົ້າເມືອງ,​ສະມາຊິກສະພາປະຊາຊົນແຂວງ​ (ສສຂ)​ປະຈໍາເຂດເລືອກຕັ້ງ​ເມືອງ, ຫົວຫນ້າ-ຮອງ​ຫົວຫນ້າ​ຫ້ອງການ​ ພ້ອມດ້ວຍ​ພະນັກງານ-ວີຊາການ​ທີ່​ກ່ຽວຂ້ອງເຂົ້າຮ່ວມ.


ທ່ານ​ ສຸລິຈັນ​ ໂຊກຄຳຈັນ​ ໄດ້ຂື້ນລາຍງານໂດຍຫຍໍ້ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ​ 4ເດືອນຕົ້ນປີ2022 ແລະທິດທາງແຜນວຽກຈຸດສຸມ 8ເດືອນຕໍ່ຫນ້າ.​ວ່າ: ອັດຕາຂະຫຍາຍຕົວລວມຍອດຜະລິດຕະພັນພາຍໃນ (GDP)​ ປີ2022​ ເພີ່ມຂື້ນຢູ່ໃນລະດັບ6,​13% ຫລຸດແຜນ1,​37% (ຕາມມະຕິກອງປະຊຸມໃຫ່ຍຂອງເມືອງ 7.5%), ປັດໃຈສົ່ງຜົນໃຫ້ອັດຕາເງີນເຟີ້​ ມີການເໜັງຕີງຍ້ອນ ໝວດສະບຽບອາຫານ ແລະເຄື່ອງດື່ມບໍ່ແມ່ນເຫລົ້າເພີ່ມຂື້ນ7,​49% ໝວດເຄື່ອງໃຊ້ໃນເຮືອນ ເພີ່ມຂຶ້ນ5,​20% ໝວດຄົມມະນາຄົມແລະຂົນສົ່ງເພີ່ມຂື້ນ4,​61% ໝວດສີນຄ້າແລະການບໍລິການອື່ນໆເພີ່ມຂື້ນ13,​03%, ການລົງທຶນຂອງລັດສຸມໃສ່ຄົ້ນຄວ້າອໍານວຍຄວາມສະດວກໃນການສຳລະໂຄງການລົງທຶນຂອງລັດທີ່ສະພາຮັບຮອງແລະໂຄງການທີ່ແຂວງແລະເມືອງອະນຸມັດໃຫ້ຈັດຕັ້ງປະຕິບັດໃນ4ເດືອນຜ່ານມາຈຳນວນ5ໂຄງການມູນຄ່າ 1.596ລ້ານກວ່າກີບ, ໄດ້ສຸມໃສ່84 ວຽກຫລັກ ໄດ້ຈັດຕັ້ງປະຕິບັດ54ວຽກທຽບໃສ່ແຜນໄດ້64,​28%ເປັນຕົ້ນ: ສະຫນອງອຸປະກອນແລະແນວພັນພືດຜັກສວນຄົວ 7ບ້ານມີ315ຄອບຄົວ, ບຸກເບິກສວນປູກຫຍ້າອາຫານສັດ5ບ້ານ 72ຄອບຄົວ,ເນື້ອທີ່36ຮຕ,​ ປັດຈຸບັນສຳເລັດ 3ບ້ານ 32ຄອບຄົວ,ເນື້ອທີ່16ຮຕ,ຕິດຕາມເກັບກູ້ມັນຕົ້ນ14ບ້ານມີ214ຄອບຄົວ,ມີເນື້ອທີ່ປູກ475.38ຮຕ ລື່ນແຜນ334.​38ຮຕ,ຜົນຜະລິກ9.336,46ໂຕນ ລື່ນແຜນ6.​454,46ໂຕນ,ເກັບກູ້ອ້ອຍເນື້ອທີ່ປູກ445,5ຮຕລື່ນແຜນ345,5ຮຕຜົນຜະລິດໄດ້26.478ໂຕນ.
ວຽກງານຈຸດສຸມໃນແຜນພັດທະນາເສດຖະກິດສັງຄົມຂອງເມືອງ ໃນ8ເດືອນຕໍ່ຫນ້າຈະສຸມໃສສືບຕໍ່ຢູ່ຫລາຍດ້ານເປັນຕົ້ນ: ສືບຕໍ່ຂະຫຍາຍວາລະແຫ່ງຊາດຢູ່ບັນດາຂະແຫນງການໃຫ້ສອດຄ່ອງ,​ພ້ອມທັງປັບປຸງກົນໄກການເຮັດວຽກຂອງແຕ່ລະຂະແຫນງການດ້ວຍຄວາມຮັບຜິດຊອບ,​ເອົາໃຈໃສ່ຄຸ້ມຄອງເສດຖະກິດມະຫາພາກ,ລົງເລີກຄົ້ນຄວ້າວິເຄາະວິໃຈເຖິງສະພາບຄວາມຫຍຸ້ງຍາກໃນປະຈຸບັນເປັນຕົ້ນການຂາດດູນງົບປະມານ,ການຮົ່ວໄຫລຂອງການຈັດເກັບລາຍຮັບ,ຊອກຄົ້ນຫາຖານລາຍຮັບທີ່ແທ້ຈິງ ຫລື​ຍັງບົ່ມຊ້ອນຢູ່, ເລັ່ງເກັບຈາກຖານລາຍຮັບທີ່ມີຢູ່ແລ້ວແລະຂະຫຍາຍຖານລາຍຮັບໃຫ່ມທີ່ມີທ່າແຮງ ໂດຍມີກົນໄກລະອຽດໃນການຈັດເກັບທີ່ນຳໃຊ້ເຄື່ອງມືທັນສະໄຫມ ແລະ​ ດ້ານອື່ນໆ.​
ຈາກນັ້ນ,​ ກໍໄດ້ຮັບຟັງການລາຍງານຈາກພາກສ່ວນທີ່ກ່ຽວຂ້ອງ​ ແລະ​ ຄຳເຈາະຈີີ້ມ ຈາກປະທານສະພາປະຊາຊົນແຂວງ​ ພ້ອມທັງໄດ້​ແລກປ່ຽນຄຳຄິດຄຳເຫັນຕໍ່ບັນດາຂໍ້ຫຍຸ້ງຍາກແລະຄົງຄ້າງໃນການຈັດຕັ້ງ​ປະຕິບັດແຜນພັດທະນາເສດຖະກິດ​ສັງຄົມ​ແລະແຜນງົບປະມານຂອງເມືອງ.
ຕອນທ້າຍ,​ ປະທານ​ສະພາປະຊາຊົນແຂວງ​ ໄດ້ເນັ້ນໃຫ້ເອົາໃຈໃສ່ຄຸ້ມຄອງການຈັດເກັບລາຍຮັບ,​ຄຸ້ມຄອງສີນຄ້າທີ່ມີທ່າອ່ຽງເໜັງຕີງໃນປະຈຸບັນ,​ວາງມາດຕະການຄຸ້ມຄອງບໍລິການນ້ຳມັນຢ່າງເຂັ້ມງວດ,​ ເພີ່ມທະວີຄຸ້ມຄອງລັດ,​ຄຸ້ມຄອງເສດຖະກິດສັງຄົມດ້ວຍລະບຽກົດໝາຍໃຫ້ມີຄວາມສັກສິດ,​ ເດັດດ່ຽວແກ້ໄຂປະກົດການຫຍໍ້ທໍ້ຕ່າງໆທີ່ເກີດຂື້ນ.
(ວິນັດ)​