ໃນວັນທີ 4 ມີນາ 2025, ສະມາຊິກສະພາແຫງຊາດ (ສສຊ) ປະຈໍາເຂດເລືອກຕັ້ງທີ 17 ແຂວງອັດຕະປື ນໍາໂດຍ: ທ່ານ ນາງ ມີນາພອນ ໄຊສົມພູ ປະທານຄະນະ ສສຊ ປະຈໍາເຂດເລືອກຕັ້ງທີ 17 ປະທານສະພາປະຊາຊົນແຂວງ ພ້ອມດ້ວຍຄະນະ ສສຊ ປະຈໍາເຂດເລືອກຕັ້ງທີ 17 ແລະ ສະມາຊິກສະພາປະຊາຊົນແຂວງ (ສສຂ) ເຂດເລືອກຕັ້ງເມືອງ, ເຄື່ອນໄຫວຕິດຕາມກວດກາ ແລະ ຊຸກຍູ້ ການຈັດຕັ້ງປະຕິບັດວຽກງານ ຢູ່ສູນບໍລິການເຕັກນິກກະສີກໍາ ຕັ້ງຢູ່ບ້ານຮົມ ເມືອງສາມັກຄີໄຊ ມີບັດາທ່ານຕາງໜ້າຈາກພະແນກກະສີກໍາ ແລະ ປ່າໄມ້ແຂວງ ເຂົ້າຮ່ວມ.
ທ່ານ ພູທອນ ປະທຸມມະແສງ ຫົວໜ້າສູນເຕັກນິກກະສີກໍາ ລາຍງານການຈັດຕັ້ງປະຕິບັດໂດຍຫຍໍ້ໃຫ້ຊາບວ່າ: ສູນບໍລິການເຕັກນິກກະສີກໍາ ແມ່ນອົງການຈັດຕັ້ງໜຶ່ງທີ່ສັງກັດໃນກົງຈັກຂອງພະແນກກະສີກໍາ ແລະ ປ່າໄມ້ ເຮັດບົດບາດກ່ຽວກັບວຽກງານຄຸ້ມຄອງ ແລະ ຊຸກຍູ້ການສົ່ງເສີມເຕັກນິກການຜະລິດ, ເຜີຍແຜ່ຂໍ້ມູນຂ່າວສານດ້ານກະສີກໍາເຂົ້າໃນວຽກງານສາທິດ, ດ້ານແນວພັນພືດ, ພັນເຂົ້າ, ພັນສັດທີ່ໃຫ້ຜົນຜະລິດສູງ ແລະ ມີປະສິດທິພາບທາງດ້ານເສດຖະກິດ, ຝືກອົບຮົມຍົກລະດັບຄວາມຮູ້ຄວາມສາມາດໃຫ້ແກ່ຊາວກະສິກອນ ຜູ້ປະກອບການ ທົ່ວສັງຄົມ ໃນການນໍາໃຊ້ເຕັກນິກກະເສດສຸມທີ່ທັນສະໄໝດ້ວຍເຄື່ອງມືກົນຈັກກະສີກໍາ ເອື້ອອໍານວຍໃຫ້ເຂົ້າເຖິງແນວພັນທີ່ດີ, ປັດໃຈການຜະລິດ ແລະ ຂໍ້ມູນຂ່າວສານດ້ານການຕະຫຼາດ.
ໂອກາດນີ້, ສສຊ ປະຈໍາເຂດເລືອກຕັ້ງທີ 17 ໄດ້ມີຄໍາເຫັນໃຫ້ເອົາໃຈໃສ່ໃນການໂຄສະນາດ້ານຂໍ້ມູນຂ່າວສານກ່ຽວກັບການນໍາໃຊ້ແນວພັນ, ການຄົ້ນຄວ້າດ້ານເຕັກນິກ, ຊຸກຍູ້ດ້ານວີຊາການ, ປັບປຸງໂຄງລ່າງທີ່ຈໍາເປັນໃນການຜະລິດ ຊຸກຍູ້ສົ່ງເສີມການເອື້ອອໍານວຍ ແລະ ການປູກຝັງ ລ່ຽງສັດໃຫ້ຊາວກະສີກອນ ມີປະສິດທິພາບ ແລະປະສິດທິຜົນສູງ.
ໃນວັນດ່ຽວກັນ, ຄະນະຍັງໄດ້ລົງຕິດຕາມກວດກາຕົວຈິງ ສູນຜະລິດແນວພັນປາ ເຂດບ້ານຕໍມະຍອດ, ບ້ານຫີນລາດ ເມືອງສະໜາມໄຊ, ໂຄງການຊົນລະປະທານ ເຊປຽນ-ເຊນໍ້ານ້ອຍ ບ້ານລະຍາວໃຕ້ ເມືອງສາມັກຄີໄຊ.
(ວິນັດ ສີສຸລາດ)