
ວັນພຸດ, ວັນທີ 11 ມັງກອນ 2023, ຢູ່ທີ່ຫ້ອງປະຊຸມພະແນກຍຸຕິທໍາ, ກໍາມາທິການກົດໝາຍ ສະພາແຫ່ງຊາດ ໄດ້ຕິດຕາມກວດກາ ການຈັດຕັ້ງປະຕິບັດກົດໝາຍ ແລະ ເຜີຍແຜ່ກົດໝາຍ ແລະ ນິຕິກຳໃຕ້ກົດໝາຍ ຂອງສະພາແຫ່ງຊາດ ຢູ່ແຂວງອຸດົມໄຊ, ໂດຍການເປັນປະທານຂອງທ່ານ ອໍາໄພ ຈິດມານົນ ຮອງປະທານກໍາມາທິການກໍາມາທິການກົດໝາຍ ສະພາແຫ່ງຊາດ ແລະ ທ່ານ ສົມຈິ ປັນຍາສັກ ກຳມະການປະຈໍາພັກແຂວງ, ຮອງເຈົ້າແຂວງ, ມີບັນດາທ່ານຄະນະປະຈໍາສະພາປະຊາຊົນແຂວງ, ຫົວໜ້າ/ຮອງຫົວໜ້າພະແນກ, ຫົວໜ້າກົມ-ຮອງກົມ, ພະນັກງານວິຊາການກົມກ່ຽວຂ້ອງຈາກສະພາແຫ່ງຊາດ, ຫົວໜ້າຂະແໜງ-ຮອງຂະແໜງ ແລະ ພະນັກງານວິຊາການຂະແໜງກ່ຽວຂ້ອງອ້ອມຂ້າງແຂວງເຂົ້າຮ່ວມ.



ກອງປະຊຸມໄດ້ຮັບຟັງການລາຍງານການຈັດຕັ້ງປະຕິບັດ ກົດໝາຍວ່າດ້ວຍທະບຽນຄອບຄົວ, ກົດໝາຍວ່າດ້ວຍ ການຈາລະຈອນທາງບົກ, ກົດໝາຍວ່າດ້ວຍ ການປະຕິບັດຄໍາຕັດສິນຂອງສານ, ກົດໝາຍວ່າດ້ວຍ ການລົງທຶນຂອງລັດ, ກົດໝາຍວ່າດ້ວຍ ຢາເສບຕິດ, ກົດໝາຍວ່າດ້ວຍ ການຕ້ານ ແລະ ສະກັດກັ້ນການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກນ້ອຍ. ປະທານກອງປະຊຸມໄດ້ເຈາະຈີ້ມບາງບັນຫາໃນການຈັດຕັ້ງປະຕິບັດກົດໝາຍ, ຈາກນັ້ນ ຜູ້ເຂົ້າຮ່ວມກອງປະຊຸມໄດ້ສົນທະນາແລກປ່ຽນຄໍາຄິດຄໍາເຫັນຢ່າງກົງໄປກົງມາ.


