(ສພຊ) ໃນວັນທີ 20 ຕຸລາ 2023, ຄະນະຕິດຕາມກວດກາຮ່ວມ ຂອງ 3 ສະພາແຫ່ງຊາດ ກໍາປູເຈຍ, ລາວ ແລະ ຫວຽດນາມ (CLV) ປະກອບດ້ວຍທ່ານ ສຸ ຍາລາ ປະທານຄະນະກຳມາທິການການຕ່າງປະເທດ, ການຮ່ວມມືສາກົນ, ສື່ ແລະ ຂໍ້ມູນຂ່າວສານ, ສະພາແຫ່ງຊາດ ແຫ່ງ ຣາຊະອານາຈັກກໍາປູເຈຍ ພ້ອມດ້ວຍຄະນະ; ທ່ານ ຮສ. ປອ. ລິນຄໍາ ດວງສະຫວັນ ປະທານກໍາມາທິການເສດຖະກິດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມ ສະພາແຫ່ງຊາດ ແຫ່ງ ສປປລາວ ພ້ອມດ້ວຍຄະນະ ແລະ ທ່ານ ຫວູ ຮາຍ ຮ່າ ປະທານກຳມາທິການການຕ່າງປະເທດ, ສະພາແຫ່ງຊາດ ແຫ່ງ ສສ. ຫວຽດນາມ ພ້ອມດ້ວຍຄະນະ ໄດ້ສືບຕໍ່ເຄື່ອນໄຫວເຮັດວຽກ ຢູ່ແຂວງຈຳປາສັກ, ສປປລາວ ເພື່ອຕິດຕາມກວດກາສະພາບການ, ຄວາມຄືບໜ້າ ຂອງການຈັດຕັ້ງປະຕິບັດບັນດາຂໍ້ຕົກລົງແຜນປະຕິບັດງານ ແລະ ໂຄງການຮ່ວມມື ໃນເຂດສາມຫຼ່ຽມພັດທະນາ.

ຄະນະ ໄດ້ຈັດກອງປະຊຸມພົບປະ ໂດຍມີທ່ານ ປອ. ວິໄລວົງ ບຸດດາຄຳ ເຈົ້າແຂວງຈຳປາສັກ, ທ່ານ ປະທານສະພາປະຊາຊົນເເຂວງອັດຕະປື, ທ່ານ ຮອງສະພາປະຊາຊົນເເຂວງສາລະວັນ, ຈຳປາສັກ ແລະ ເຊກອງ ພ້ອມດ້ວຍພະແນກການທີ່ກ່ຽວຂ້ອງຂອງແຂວງຈຳປາສັກ ເຂົ້າຮ່ວມ. ກອງປະຊຸມ ໄດ້ຮັບຟັງການລາຍງານກ່ຽວກັບສະພາບການຈັດຕັ້ງ ແລະ ການເຄື່ອນໄຫວວຽກງານໃນຂອບ ສາມຫຼ່ຽມພັດທະນາ (CLV). ທ່ານ ຮສ. ປອ. ລິນຄຳ ດວງສະຫວັນ ໃນນາມປະທານກອງປະຊຸມ ໄດ້ມີຄຳເຫັນ ສັງລວມການການຕິດຕາມກວດກາຮ່ວມຂອງ 3 ສະພາແຫ່ງຊາດ ກຳປູເຈຍ, ລາວ ແລະ ຫວຽດນາມ ຢູ່ແຂວງກອນຕຸມ, ຢາລາຍ ສສ.ຫວຽດນາມ, ແຂວງຊຽງແຕງ ຂອງຣາຊະອານາຈັກກຳປູເຈຍ ແລະ ແຂວງຈຳປາສັກ ຂອງ ສປປລາວ, ໂດຍໄດ້ລົງເລິກແລກປ່ຽນຄຳຄິດຄຳເຫັນ ແລະ ປຶກສາຫາລືກ່ຽວກັບການສົ່ງເສີມການຮ່ວມມື ໃນຂົງເຂດການຕ່າງປະເທດ, ເສດຖະກິດ, ວັດທະນະທຳ-ສັງຄົມ ແລະ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໂດຍສະເພາະການກໍ່ສ້າງພື້ນຖານໂຄງລ່າງ, ການເຊື່ອມໂຍງ, ເຊື່ອມຈອດ, ການຄ້າ, ການລົງທຶນ, ການສຶກສາ, ວັດທະນະທຳ ແລະ ທ່ອງທ່ຽວ, ການພັດທະນາສີມືແຮງງານ, ຄວາມໝັ້ນຄົງທາງດ້ານສະບຽງອາຫານ, ພະລັງງານ, ການປ່ຽນແປງດິນຟ້າອາກາດ, ການຮ່ວມມືໃນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ການຕ້ານ ແລະ ສະກັດກັ້ນບັນຫາຢາເສບຕິດ, ການຄ້າມະນຸດ, ການລັກລອບເຂົ້າ-ອອກເມືອງ ຜິດກົດໝາຍ, ການກໍ່ການຮ້າຍ ແລະ ການຕ້ານອາຊະຍາກຳຂ້າມຊາຍແດນທຸກຮູບແບບ ເພື່ອເຮັດໃຫ້ເຂດສາມຫຼ່ຽມພັດທະນາ ກຳປູເຈຍ-ລາວ-ຫວຽດນາມ ມີສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາແບບຍືນຍົງ.
ໃນຕອນຄ່ຳຂອງວັນດຽວກັນ ທີ່ໂຮງແຮມຈຳປາສັກແກຣນ ແຂວງຈຳປາສັກ ໄດ້ມີພິທີລົງນາມ ບົດສະຫຼຸບຜົນຂອງການຕິດຕາມກວດກາຮ່ວມລະຫວ່າງ 3 ສະພາແຫ່ງຊາດ ກໍາປູເຈຍ-ລາວ-ຫວຽດນາມ ເຊິ່ງຕາງໜ້າສະພາແຫ່ງຊາດ ແຫ່ງຣາຊະອານາຈັ ກໍາປູເຈຍ ແມ່ນທ່ານ ສຸ ຍາລາ ປະທານຄະນະກຳມາທິການການຕ່າງປະເທດ, ການຮ່ວມມືສາ ກົນ, ສື່ ແລະ ຂໍ້ມູນຂ່າວສານ; ສະພາແຫ່ງຊາດ ແຫ່ງ ສປປລາວ ໂດຍແມ່ນທ່ານ ຮສ. ປອ. ລິນຄໍາ ດວງສະຫວັນ ປະທານກໍາມາທິການເສດຖະກິດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມ ແລະ ສະພາແຫ່ງຊາດ ແຫ່ງ ສສ.ຫວຽດນາມ ໂດຍແມ່ນທ່ານ ຫວູ ຮາຍ ຮ່າ ປະທານກຳມາທິການການຕ່າງປະເທດ. ໂດຍມີທ່ານ ປອ. ວິໄລວົງ ບຸດດາຄຳ ເຈົ້າແຂວງແຂວງຈຳປາສັກ, ຄະນະຜູ້ແທນຂອງສະພາແຫ່ງຊາດ ຂອງ 3 ປະເທດ, ຜູ້ຕາງໜ້າ ຂອງສະພາປະຊາຊົນ ຂອງ 4 ແຂວງ ໃນເຂດ 3 ຫຼ່ຽມພັດທະນາ ແລະ ພາກສ່ວນທີ່ກ່ຽວຂ້ອງຂອງແຂວງຈຳປາສັກ ເຂົ້າຮ່ວມ.
ຜົນຂອງການຕິດຕາມກວດກາຮ່ວມກັນໃນຄັ້ງນີ້ ຈະນໍາໄປລາຍງານຕໍ່ ທ່ານປະທານສະພາແຫ່ງຊາດ ຂອງສາມປະເທດ ເພື່ອນຳໄປສະເໜີຕໍ່ໃຫ້ລັດຖະບານ ແລະ ອົງການປົກຄອງຂັ້ນທ້ອງຖິ່ນ ຂອງສາມປະເທດ ເພື່ອຊອກຫາວິທີທາງ ແລະ ກົນໄກໃນການຮ່ວມມື, ຊ່ວຍເຫຼືອ ແລະ ສະໜັບສະໜູນ ເຊິ່ງກັນ ແລະ ກັນ ໃນການຈັດຕັ້ງປະຕິບັດ ບັນດາສັນຍາ, ສົນທິສັນຍາ, ນິຕິກຳ ແລະ ບັນດາເອກະສານທີ່ມີຄວາມສຳຄັນ ເປັນຕົ້ນແຜນປະຕິບັດງານ ວ່າດ້ວຍການເຊື່ອມຈອດດ້ານເສດຖະກິດຮອດປີ 2030, ແຜນແມ່ບົດວ່າດ້ວຍການພັດທະນາເສດຖະກິດ-ສັງຄົມ ຮອດປີ 2020 ແລະ ສະບັບປັງປຸງ ຮອດປີ 2030, ແຜນພັດທະນາການທ່ອງທ່ຽວ ເຂດສາມຫຼ່ຽມພັດທະນາ ກຳປູເຈຍ-ລາວ-ຫວຽດນາມ ສຳລັບປີ 2020-2025 ແລະ ວິໄສທັດຮອດປີ 2030 ແລະ ປະກອບເປັນເນື້ອໃນທີ່ສໍາຄັນເຂົ້າໃນ ກອງປະຊຸມສຸດຍອດລັດຖະສະພາກຳປູເຈຍ-ລາວ-ຫວຽດນາມ (CLV) ຄັ້ງທີ 1 ທີ່ຈະຈັດຂຶ້ນ ຢູ່ທີ່ ນະຄອນຫຼວງວຽງຈັນ, ສປປ ລາວ ໃນເດືອນທັນວາ ປີ 2023.
ນອກນັ້ນ, ຄະນະຍັງໄດ້ຢ້ຽມຢາມໂຄງການຕ້ານຕາຝັ່ງເຈື່ອນແມ່ນ້ຳຂອງ ທີ່ໄດ້ຮັບການຊ່ວຍເຫຼືອດ້ານເງິນກູ້ຈາກ ສ.ເກົາຫຼີ, ຢ້ຽມຢາມຟາມຜັກອໍການິກ ອາໂກ ແລະ ເບິ່ງສະພາບການພັດທະນາເສດຖະກິດ-ສັງຄົມຢູ່ແຂວງຈຳປາສັກ.