loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ຕິດຕາມກວດກາການເຮັດທົດລອງຊັບສິນດິຈິຕອນ ແລະ ດຳເນີນການຊື້-ຂາຍເງິນຄຣິບໂຕ

ພ.ພ. 21, 2024 | SlideMobile, ຂ່າວເດັ່ນ

(ສພຊ) – ທ່ານ ປອ. ເກດແກ້ວ ສີຫາລາດ ຮອງປະທານກໍາມາທິການເສດຖະກິດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມ (ກສຕສ) ໄດ້ລົງເຄື່ອນໄຫວຕິດຕາມກວດກາ, ຊຸກຍູ້ການຈັດຕັ້ງປະຕິບັດກົດໝາຍ ແລະ ນິຕິກຳໃຕ້ກົດໝາຍ ກ່ຽວກັບການເຮັດທົດລອງຊັບສິນດິຈິຕອນ ແລະ ການທົດລອງດຳເນີນການຊື້-ຂາຍເງິນຄຣິບໂຕ ຢູ່ ສປປລາວ ຢູ່ແຂວງຈຳປາສັກ ແລະ ແຂວງເຊກອງ ລະຫວ່າງວັນທີ 14-17 ພຶດສະພາ 2024.
ທ່ານຮອງປະທານ ກສຕສ ພ້ອມດ້ວຍຄະນະ ໄດ້ເຂົ້າພົບທ່ານ ໂສມ ບຸດຕະກູນ ຮອງເຈົ້າແຂວງໆຈຳປາສັກ ແລະ ທ່ານ ຂັນຕີ ສີລະວົງສາ ຮອງເຈົ້າແຂວງໆເຊກອງ ເພື່ອແຈ້ງຈຸດປະສົງ ແລະ ລາຍງານກ່ຽວກັບການລົງມາເຮັດວຽກຄັ້ງນີ້; ຈາກນັ້ນ, ກໍໄດ້ຈັດກອງປະຊຸມຮ່ວມກັບສະພາປະຊາ ຊົນແຂວງ (ສພຂ) ແລະ ພະແນກການທີ່ກ່ຽວຂ້ອງຄື: ເຕັກໂນໂລຊີ ແລະ ການສື່ສານ, ພະລັງງານ ແລະ ບໍ່ແຮ່, ແຜນການ ແລະ ການລົງທຶນ, ແລະ ການເງິນ ເພື່ອຮັບຟັງລາຍງານການກວດກາການຈັດ ຕັ້ງປະຕິບັດກົດໝາຍ ແລະ ນິຕິກຳໃຕ້ກົດໝາຍ ກ່ຽວກັບການເຮັດທົດລອງຊັບສິນດິຈິຕອນ ເພື່ອຊອກໃຫ້ເຫັນດ້ານດີ ທີ່ຄວນເສີມຂະຫຍາຍ, ຊຸກຍູ້ສົ່ງເສີມ ແລະ ດ້ານອ່ອນຂໍ້ຄົງຄ້າງ ທີ່ຈະຕ້ອງຊອກຫາວິທີການແກ້ໄຂ ໃນການຈັດຕັ້ງປະຕິບັດວຽກງານດັ່ງກ່າວ ທັງເປັນຂໍ້ມູນບ່ອນອີງສັງລວມລາຍງານຕໍ່ຄະນະປະຈຳສະພາແຫ່ງຊາດ ເພື່ອນໍາເຂົ້າຄົ້ນຄວ້າ, ພິຈາລະນາ ແລະ ປະເມີນ ກ່ຽວກັບການເຮັດທົດລອງຊັບສິນດິຈິຕອນ ແລະ ການທົດລອງດຳເນີນການຊື້-ຂາຍເງິນຄຣິບໂຕ ຢູ່ ສປປລາວ ໃນກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດຊຸດທີ IX.
ພາຍຫຼັງສຳເລັດກອງປະຊຸມ, ຄະນະຈາກສູນກາງຮ່ວມກັບບັນດາທ່ານປະທານ, ຮອງປະທານ ສພຂ, ສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 15 ແຂວງຈຳປາສັກ ແລະ ເຂດເລືອກຕັ້ງທີ 16 ແຂວງເຊກອງ ພ້ອມດ້ວຍພະແນກການທີ່ກ່ຽວຂ້ອງ ໄດ້ລົງເບິ່ງພື້ນທີ່ຕົວຈິງເພື່ອເກັບກໍາຂໍ້ມູນຢູ່ໂຄງການທົດລອງການຂຸດຄົ້ນຊັບສິນດິຈິຕອນ ຂອງບໍລິສັດ ເອເຊຍ ລົງທຶນ ແລະ ບໍລິການ ຈຳກັດຜູ້ດຽວ ຮ່ວມກັບ ບໍລິສັດ ປີໄຊຊາ ຖືຮຸ້ນ ຈຳກັດຜູ້ດຽວ ຢູ່ເຂດບ້ານຈຽງໄຊ ເມືອງບາຈຽງ ແຂວງຈຳປາສັກ ແລະ ບໍລິສັດ ເອັດສ໌ຊີ ພາວເວີ ເອັນຈິເນຍຣິງ ຄອບໂປເຣຊັນ ຈໍາກັດຜູ້ດຽວ ເຂດບ້ານໜອງບົງ ເມືອງລະມາມ ແຂວງເຊກອງ.