ລະຫວ່າງວັນທີ 3 ສິງຫາ 2026 ນີ້, ທ່ານ ນາງ ອໍາໄພວອນ ລ້ອມບຸນແພງ ກໍາມະການສູນກາງພັກ, ປະທານກໍາມາທິການວັດທະນະທໍາ-ສັງຄົມ ແລະ ຊົນເຜົ່າ ສະພາແຫ່ງຊາດ ພ້ອມຄະນະ ໄດ້ລົງຕິດຕາມກວດກາການຈັດຕັ້ງປະຕິບັດມະຕິກອງປະຊຸມສະພາແຫ່ງຊາດ ຢູ່ແຂວງເຊກອງ ໂດຍການຕ້ອນຮັບຂອງທ່ານ ບຸນຫຼາຍ ບຸດທິ ກໍາມະການສູນກາງພັກ, ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ, ມີບັນດາທ່ານ ຄະນະປະຈໍາ, ຄະນະກໍາມະການ ສະພາປະຊາຊົນແຂວງ ແລະ ພະແນກການ ທີ່ກ່ຽວຂ້ອງໃນຂົງເຂດວັດທະນະທໍາ-ສັງຄົມ ແລະ ຊົນເຜົ່າ ຂອງແຂວງເຂົ້າຮ່ວມ.
ການລົງເຮັດວຽກຄັ້ງນີ້, ໄດ້ຮັບຟັງການລາຍງານຈາກສະພາປະຊາຊົນແຂວງ ແລະ ບັນດາພະແນກການ ກ່ຽວກັບການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດມະຕິກອງປະຊຸມສະພາແຫ່ງຊາດ ໃນຂົງເຂດວັດທະນະທໍາ-ສັງຄົມ ແລະ ຊົນເຜົ່າ. ພ້ອມທັງສຸມໃສ່ແລກປ່ຽນຄໍາຄິດຄໍາເຫັນກ່ຽວກັບການຈັດຕັ້ງປະຕິບັດວຽກງານຕົວຈິງໃນໄລຍະຜ່ານມາ, ຊີ້ແຈງບັນຫາທີ່ຍັງຄົງຄ້າງ ແລະ ຊອກທິດທາງຮ່ວມກັນເພື່ອປັບປຸງວຽກງານໃຫ້ມີປະສິດທິຜົນດີຂຶ້ນເປັນກ້າວໆ.
ໂອກາດດັ່ງກ່າວ, ທ່ານ ນາງ ອໍາໄພວອນ ລ້ອມບຸນແພງ ໄດ້ສະແດງຄວາມຍ້ອງຍໍຊົມຊົມຕໍ່ຜົນງານການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ ແລະ ເນັ້ນໜັກໃຫ້ສະພາປະຊາຊົນແຂວງ ແລະ ບັນດາພະແນກການ ສືບຕໍ່ປະຕິບັດໜ້າທີ່ຕາມພາລະບົດບາດຂອງຕົນ, ປະສານສົມທົບກັນຢ່າງໃກ້ຊິດ, ຍົກສູງຄວາມຮັບຜິດຊອບໃນການຈັດຕັ້ງຜັນຂະຫຍາຍມະຕິຂອງສະພາແຫ່ງຊາດ, ເອົາໃຈໃສ່ແກ້ໄຂບັນຫາທີ່ປະຊາຊົນສົນໃຈ ແລະ ສືບຕໍ່ພັດທະນາວຽກງານດ້ານວັດທະນະທໍາ-ສັງຄົມ ແລະ ຊົນເຜົ່າ ໃຫ້ບັນລຸຜົນຕາມຄາດໝາຍ.
ຄຽງຄູ່ກັນນັ້ນ, ຍັງໄດ້ລົງຕິດຕາມ ແລະ ຊຸກຍູ້ການຈັດຕັ້ງປະຕິບັດວຽກງານຕົວຈິງ ຂອງໂຮງຮຽນມໍປາຍແຂວງ, ສູນການສຶກສານອກໂຮງຮຽນ ແລະ ໂຮງໝໍແຂວງ.#ໂດຍ:ນາລີວັນ.
