ຕິດຕາມກວດກາການຈັດຕັ້ງປະຕິບັດວຽກງານຂົງເຂດເສດຖະກິດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມ

ພ.ພ. 15, 2025 | banner, SlideMobile, ຂ່າວ ສພຊ

(ສພຂ) – ວັນທີ 14 ພຶດສະພານີ້ ທີ່ຫ້ອງປະຊຸມສະພາປະຊາຊົນແຂວງ (ສພຂ) ໄຊຍະບູລີ ໄດ້ມີກອງປະຊຸມຕິດຕາມກວດກາການຈັດຕັ້ງປະຕິບັດວຽກງານໃນຂົງເຂດເສດຖະກິດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມ ພາຍໃຕ້ການເປັນປະທານຮ່ວມຂອງທ່ານ ປອ. ເກດແກ້ວ ສີຫາລາດ ຮອງປະທານກໍາມາທິການເສດຖະກິດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມ ແລະ ທ່ານ ເພັງນິລັນ ຄໍາພັນເພັງ ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ; ມີບັນດາທ່ານຄະນະປະຈໍາສະພາປະຊາຊົນແຂວງ, ຫົວໜ້າ-ຮອງຫົວໜ້າພະແນກການທີ່ກ່ຽວຂ້ອງ ພ້ອມດ້ວຍພະນັກງານພາຍໃນຄະນະກໍາມະການເສດຖະກິດ, ແຜນການ ແລະ ການເງິນ ຂອງ ສພຂ ເຂົ້າຮ່ວມ.
ກອງປະຊຸມໄດ້ຮັບຟັງການລາຍງານສະພາບການຈັດຕັ້ງປະຕິບັດບາງວຽກງານຂອງ 4 ພະແນກການຂອງແຂວງ ຄື: ໂຍທາທິການ ແລະ ຂົນສົ່ງ, ການເງິນ, ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ກະສິກໍາ ແລະ ປ່າ ໄມ້; ຈາກນັ້ນ; ຜູ້ເຂົ້າຮ່ວມໄດ້ແລກປ່ຽນຄໍາຄິດ-ຄໍາເຫັນຢ່າງກົງໄປກົງມາ ເພື່ອຍົກໃຫ້ເຫັນດ້ານດີ, ດ້ານອ່ອນ, ດ້ານຄົງຄ້າງ ແລະ ສະເໜີວິທີການແກ້ໄຂໃນຕໍ່ໜ້າ. ພ້ອມດຽວກັນ, ທ່ານ ປອ. ເກດແກ້ວ ສີຫາລາດ ກໍໄດ້ມີຄໍາເຫັນຊີ້ນໍາພະແນກການຂອງແຂວງ ຈົ່ງສືບຕໍ່ເພີ່ມທະວີເອົາໃຈໃສ່ຈັດຕັ້ງປະຕິບັດໜ້າທີ່ວຽກງານຂອງຕົນ ໃຫ້ມີປະສິດ ທິພາບ ແລະ ປະສິດທິຜົນສູງຂຶ້ນກວ່າເກົ່າ.
(ໂພໄຊ ແກ້ວກັນຍາ)