ດໍາເນີນຊີວິດພັກ ປະຈໍາເດືອນ ມັງກອນ 2024

ມ.ກ. 31, 2024

ຕອນເຊົ້າຂອງວັນທີ 24 ມັງກອນ 2024 ຢູ່ທີ່ຫ້ອງປະຊຸມສະພາປະຊາຊົນແຂວງ, ໜ່ວຍພັກສະພາປະຊາຊົນແຂວງ ໄດ້ດໍາເນີນຊີວິດພັກປະຈໍາເດືອນ ມັງກອນ 2024, ໂດຍການເປັນປະທານຂອງສະຫາຍ ທອງຄານ ວັດສະດາກອນ ເລຂາໜ່ວຍພັກສະພາປະຊາຊົນແຂວງ, ມີສະຫາຍ ຄໍາດີ ວົງລ້ອມ ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ, ບັນດາສະຫາຍຮອງປະທານສະພາປະຊາຊົນແຂວງ, ຄະນະພັກ, ສະມາຊິກພັກສົມບູນ ແລະ ສໍາຮອງ ພາຍໃນໜ່ວຍພັກ ສະພາປະຊາຊົນແຂວງ ເຂົ້າຮ່ວມຢ່າງພ້ອມພຽງ.
  ສະຫາຍເລຂາໜ່ວຍພັກ ໄດ້ຜ່ານຮ່າງບົດສະຫຼຸບການເຄື່ອນໄຫວນໍາພາ-ຊີ້ນໍາ ຂອງຄະນະໜ່ວຍພັກສະພາປະຊາຊົນແຂວງ ປະຈໍາເດືອນ ມັງກອນ 2024 ເຊິ່ງຕະຫລອດໄລຍະ 1 ເດືອນທີ່ຜ່ານມາ ຄະນະໜ່ວຍພັກໄດ້ເອົາໃຈໃສ່ໃນການນໍາພາ-ຊີ້ນໍາ ຢ່າງໃກ້ຊິດຕິດແທດສະມາຊິກພັກ, ດໍາເນີນຊີວິດພັກເປັນປົກກະຕິ, ເຮັດໃຫ້ສະມາຊິກພັກພາຍໃນໜ່ວຍມີແນວຄິດອຸ່ນອ່ຽນທຸ່ນທ່ຽງ, ມີທັດສະນະຫຼັກໝັ້ນ, ມີຄວາມສາມັກຄີເປັນຈິດໜຶ່ງໃຈດຽວ, ປະຕິບັດກົດລະບຽບພັກ, ປະຕິບັດໜ້າທີ່ຄວາມຮັບຜິດຊອບດ້ານວຽກງານວິຊາສະເພາະຂອງຕົນຕາມການມອບໝາຍ ແລະ ມີຜົນສໍາເລັດເປັນຕົ້ນ: ໄດ້ເອົາໃຈໃສ່ໃນການກະກຽມບັນດາເນື້ອໃນ ແລະ ຄວາມພ້ອມດ້ານຕ່າງໆ ໃຫ້ແກ່ການດໍາເນີນກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາປະຊາຊົນແຂວງ ຊຸດທີ II ສໍາເລັດຕາມລະດັບຄາດໝາຍ ແລະ ໄດ້ຕິຕາມ ສະມາຊິກສະພາແຫ່ງຊາດ ຊຸດທີ IX ປະຈໍາເຂດເລືອກຕັ້ງທີ 4 ແລະ ສະມາຊິກສະພາປະຊາຊົນແຂວງ ລົງເຄື່ອນໄຫວພົບປະຜູ້ມີສິດເລືອກຕັ້ງ ແລະ ເຜີຍແຜ່ເນື້ອໃນຜົນສໍາເລັດກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນແຂວງ ຊຸດທີ II ຢູ່ເມືອງແບງ ແລະ ເມືອງຮຸນໄດ້ 20 ຈຸດ, ມີຜູ້ເຂົ້າຮ່ວມທັງໝົດ: 1.870 ຄົນ, ຍິງ 688 ຄົນ. ພ້ອມນັ້ນ, ໄດ້ວາງທິດທາງແຜນການປະຈໍາເດືອນ ກຸມພາ 2024.   ຫຼັງຈາກນັ້ນ, ບັນດາສະຫາຍສະມາຊິກພັກ ໄດ້ປະກອບຄໍາຄິດຄໍາເຫັນໃສ່ຮ່າງບົດສະຫຼຸບດັ່ງກ່າວ, ຕໍານິສົ່ງຂ່າວເຊິ່ງກັນ ແລະ ກັນ ຢ່າງຈິງອົກຈິງໃຈ, ກົງໄປກົງມາ ແລະ ໄດ້ມີຄໍາຄິດຄໍາເຫັນເພີ່ມເຕີ່ມ ກ່ຽວກັບວຽກງານອື່ນໆຕື່ມອີກ.
ພາບ/ຂ່າວ: ສະພາປະຊາຊົນແຂວງ.