![](https://na.gov.la/wp-content/uploads/2024/12/471182379_1080319514104953_2398923910934495192_n.jpg)
ຕອນບ່າຍວັນທີ 23 ທັນວາ 2024 ຢູ່ທີ່ຫ້ອງປະຊຸມສະພາປະຊາຊົນແຂວງ, ໄດ້ດໍາເນີນຊີວິດການເມືອງໜ່ວຍພັກ ສະພາປະຊາຊົນແຂວງ ປະຈໍາເດືອນ ທັນວາ 2024, ໂດຍການເປັນປະທານຂອງສະຫາຍ ນ. ວັນສີ ພວງມະໄລ ເລຂາໜ່ວຍພັກສະພາປະຊາຊົນແຂວງ, ມີສະຫາຍ ຄໍາດີ ວົງລ້ອມ ຮອງເລຂາພັກແຂວງ, ສະຫາຍ ຄໍາເຜີຍ ງອນວັນຄໍາ ກໍາມະການປະຈໍາພັກແຂວງ, ບັນດາສະຫາຍຄະນະພັກ, ສະມາຊິກພັກສົມບູນ ແລະສໍາຮອງ ພາຍໃນໜ່ວຍພັກສະພາປະຊາຊົນແຂວງ ເຂົ້າຮ່ວມ.
![](https://na.gov.la/wp-content/uploads/2024/12/471225793_1080319687438269_649778571263130340_n.jpg)
ກອງປະຊຸມ, ສະຫາຍເລຂາໜ່ວຍພັກ ໄດ້ຜ່ານບົດສະຫຼຸບການນໍາ-ຊີ້ນໍາພາ ຂອງຄະນະໜ່ວຍພັກສະພາປະຊາຊົນແຂວງ ເຊິ່ງຕະຫຼອດໄລຍະ 1 ເດືອນຜ່ານມາ ຄະນະໜ່ວຍພັກໄດ້ເອົາໃຈໃສ່ໃນການນໍາພາ-ຊີ້ນໍາ ຢ່າງໃກ້ຊິດຕິດແທດສະມາຊິກພັກດໍາເນີນຊີວິດພັກເປັນປົກກະຕິ, ເຮັດໃຫ້ສະມາຊິກພັກພາຍໃນໜ່ວຍມີແນວຄິດອຸ່ນອ່ຽນທຸ່ນທ່ຽງ, ມີທັດສະນະຫຼັກໝັ້ນ, ມີຄວາມສາມັກຄີ, ປະຕິບັດກົດລະບຽບພັກ, ປະຕິບັດໜ້າທີ່ຄວາມຮັບຜິດຊອບດ້ານວຽກງານວິຊາສະເພາະຂອງຕົນຕາມການມອບໝາຍ ແລະໄດ້ຜ່ານທິດທາງແຜນການປະຈໍາເດືອນ ມັງກອນ 2025 ເປັນຕົ້ນ: ແມ່ນຈະໄດ້ສຸມໃສ່ໃນການກະກຽມບັນດາເນື້ອໃນຕ່າງໆ ທີ່ຈະນໍາເຂົ້າຜ່ານໃນກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາປະຊາຊົນແຂວງອຸດົມໄຊ ຊຸດທີ II, ກອງປະຊຸມ 3 ຄະນະກໍາມະການ, ກອງປະຊຸມປະຈໍາປີ 2024 ຂອງຄະນະສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງ ແລະ ວຽກງານປິ່ນອ້ອມອື່ນໆ.
![](https://na.gov.la/wp-content/uploads/2024/12/471412419_1080319754104929_8891040533873663243_n.jpg)
![](https://na.gov.la/wp-content/uploads/2024/12/471300370_1080319704104934_8620022726856319048_n.jpg)
![](https://na.gov.la/wp-content/uploads/2024/12/471265263_1080319590771612_3027412176793136744_n.jpg)
![](https://na.gov.la/wp-content/uploads/2024/12/471299729_1081812350622336_5440000397316536957_n.jpg)
![](https://na.gov.la/wp-content/uploads/2024/12/471245640_1080319624104942_1593314353902842495_n.jpg)
ພາບ/ຂ່າວ: ສະພາປະຊາຊົນແຂວງ.