ດັ້ນກີບເມກ
ຫົວຂໍ້ຂ້າງເທິງນີ້ ອອກລັກສະນະທີ່ໃຊ້ເຂົ້າໃນການບໍລິຫານ, ການຢູ່ຮ່ວມກັນຂອງຄົນໃນຄອບຄົວ ຫຼື ສັງຄົມໃດໜຶ່ງ; ຍ້ອງຄົນທີ່ຄວນຍ້ອງ ຍັງສາມາດໃຊ້ໄດ້ຢູ່ໃນສຳນັກງານອົງການ ຖ້າວ່າສົ່ງເສີມແຕ່ງຕັ້ງ ຍ້ອງຍໍ ແກ່ຄົນທີ່ຄວນຍ້ອງ ກໍຈະເຮັດໃຫ້ໜ່ວຍງານເຫຼົ່ານັ້ນກ້າວໜ້າ ແຕ່ຖ້າວ່າສົ່ງເສີມຜິດຄົນ, ຍ້ອງຍໍຄົນບໍ່ຄວນຍ້ອງ ໜ່ວຍງານດັ່ງກ່າວ ອາດຈະບໍ່ມີຄົນເຕັມໃຈເຮັດວຽກ ດັ່ງນັ້ນ, ທັງໃນຄອບຄົວ ແລະ ໜ່ວຍງານ ຖ້າພໍ່ແມ່ ຫຼື ຫົວໜ້າ ບໍລິຫານບໍ່ເປັນ ອາດສ້າງບັນຫາຫຼາຍກວ່າ ແກ້ບັນຫາ.
ພວກເຮົາມັກຈະໄດ້ຍີນຄຳເວົ້າຄົນບູຮານ ສອນເລື່ອງການໃຊ້ອຳນາດ ໃນການບໍລິຫານ-ການປົກຄອງ ວ່າຕ້ອງມີທັງ ພະເດດ ຄືອຳນາດ, ພະຄຸນ ຄືປາລະມີຄຸນຄວາມດີ ເວົ້າໃຫ້ສັ້ນອີກແບບໜຶ່ງໄດ້ວ່າ: ມີທັງຍ້ອງຍໍຊົມເຊີຍ ແລະ ລົງໂທດປົດຕຳແໜ່ງ ແຕ່ປະເດັນສຳຄັນຢູ່ທີ່ຫົວໜ້າຈະບໍລິຫານໄດ້ດີ ແລະ ຖືກຕ້ອງພຽງໃດ? ຖ້າໃຊ້ໃນຄອບຄົວ ກໍຂຶ້ນກັບພໍ່ແມ່ຈະສົ່ງເສີມລູກ ລ້ຽງລູກແບບໃດ? ເພາະປາກົດມີບາງຄອບຄົວ ລ້ຽງລູກແບບເທວະດາມີແຕ່ຕາມໃຈ ຍ້ອງຍໍ ເອົາໃຈ ເຖິງແມ່ນວ່າລູກເຮັດຜິດກໍເຂົ້າຂ້າງ ສຸດທ້າຍເດັກນ້ອຍຫຍ້າມ ໄດ້ໃຈເນື່ອງຈາກພໍ່ແມ່ໃຊ້ແຕ່ພະຄຸນ ລູກເຮັດຜິດກໍບໍ່ສອນບໍ່ກ່າວ ຢ້ານແຕ່ລູກເສຍໃຈ ເຊິ່ງຄົງບໍ່ຕ່າງກັບໜ້າວຽກຂອງລູກນ້ອງໃນຫ້ອງການ ຖ້າເຫັນແກ່ພັກພວກ ແລະ ປະໂຫຍດ ກໍມີແຕ່ຕາມໃຈລູກນ້ອງ.
ເລື່ອງພະເດດ-ພະຄຸນ ຄືການໃຊ້ທັງອຳນາດ-ປາລະມີ ຍ້ອງຄົນທີ່ຄວນຍ້ອງ-ລົງໂທດຄົນທີ່ຄວນລົງໂທດ ເມື່ອເຮັດຜິດ ນັ້ນໄດ້ມາຈາກ ຄະຕິພຸດ ດັ່ງທີ່ມີຄາຖາບາລີ ເວົ້າໄວ້ວ່າ: ປັກຄັນເຫ ປັກຄະຫາລະນັງ ແປວ່າ: ຍ້ອງຄົນທີ່ຄວນຍ້ອງ, ນິກຄັນເຫ ນິກຄະຫາລະນັງ ແປຕາມໂຕວ່າ ຂົ່ມຄົນທີ່ຄວນຂົ່ມ ເຊິ່ງເທົ່າກັບວ່າ ລົງໂທດຄົນທີ່ຄວນລົງໂທດ, ສຸພາສິດສອງຂໍ້ນີ້ ເທົ່າກັບວິທີ ບໍລິຫານໃຊ້ທັງອຳນາດ ປາລະມີ ໝາຍຄວາມວ່າ ຫົວໜ້າມີທັງພະເດດ ແລະ ພະຄຸນ ຄືມີອຳນາດ ແລະ ໃຊ້ອຳນາດໃຫ້ຖືກຕ້ອງເປັນທຳ.
ສັງລວມໄດ້ວ່າ: ທັງຫົວໜ້າຄອບຄົວ ກໍຕ້ອງມີປັນຍາລ້ຽງລູກໃຫ້ເປັນ ເມື່ອເຮັດດີກໍຕ້ອງຍ້ອງຍໍ-ເມື່ອລະເມີດລະບຽບ-ເຮັດຜິດ ກໍຕ້ອງລົງໂທດເຊັ່ນດຽວກັນ ໃນໜ່ວຍງານອົງການ ຫົວໜ້າຕ້ອງປະພຶດເປັນທຳ, ຍຸຕິທຳແກ່ທຸກຝ່າຍ ຜູ້ເຮັດຜິດຕ້ອງລົງໂທດ ເປັນແບບຢ່າງ ບໍ່ດັ່ງນັ້ນຄວາມພິນາດຈະຕາມມາ.