ຍົກສູງບົດບາດການເຄື່ອນໄຫວຂອງສະພາແຫ່ງຊາດ ໃຫ້ແກ່ກຳລັງປ້ອງກັນຄວາມສະຫງົບ

ສ.ຫ. 10, 2022 | SlideMobile

(ສພຊ) ກອງປະຊຸມຍົກສູງບົດບາດການເຄື່ອນໄຫວຂອງສະພາແຫ່ງຊາດໃຫ້ແກ່ກຳລັງປ້ອງກັນຄວາມສະຫງົບ ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 8 ສິງຫາ 2022 ໂດຍການເປັນປະທານຮ່ວມຂອງທ່ານ ພົທ. ສຸວອນ ເລືອງບຸນມີ ຮອງປະທານສະພາແຫ່ງຊາດ, ທ່ານ ສຈ. ປອ. ຈະເລີນ ເຍຍປາວເຮີ ຮອງປະທານສະພາແຫ່ງຊາດ ແລະ ທ່ານ ພົຕ. ວັນທອງ ກອງມະນີ ຮອງລັດຖະມົນຕີ, ຫົວໜ້າກົມໃຫຍ່ການເມືອງ ກະຊວງປ້ອງກັນຄວາມສະຫງົບ, ມີປະທານ-ຮອງປະທານກຳມາທິການ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ສະພາແຫ່ງຊາດ, ນາຍ ແລະ ພົນຕຳຫລວດ ພ້ອມດ້ວຍພະນັກງານຫລັກແຫລ່ງຈາກກະຊວງປ້ອງກັນຄວາມສະຫງົບ ເຂົ້າຮ່ວມ.
ໃນກອງປະຊຸມ, ຜູ້ເຂົ້າຮ່ວມໄດ້ຮັບຟັງເຜີຍແຜ່ເອກະສານສຳຄັນຕ່າງໆ ຄື: ຜົນສຳເລັດກອງປະຊຸມສະໄໝສາມັນ ເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ IX; ບາງມາດຕາຂອງກົດໝາຍວ່າດ້ວຍສະພາແຫ່ງຊາດ (ສະບັບປັບປຸງ) ເລກທີ 64/ສພຊ, ລົງວັນທີ 9 ທັນວາ 2015 ແລະ ກົດໝາຍວ່າດ້ວຍການປັບປຸງບາງມາດຕາຂອງກົດໝາຍສະພາປະຊາຊົນຂັ້ນແຂວງ ສະບັບເລກທີ 82/ສພຊ, ລົງວັນທີ 30 ມິຖູນາ 2020 ທີ່ພົວພັນເຖິງພາລະບົດບາດ, ສິດ, ໜ້າທີ່ ແລະ ການເຄື່ອນໄຫວຂອງສະພາແຫ່ງຊາດ; ມະຕິຂອງສະພາແຫ່ງຊາດ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກຳມາທິການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ສະບັບເລກທີ 169/ຄປຈ, ລົງວັນທີ 5 ກໍລະກົດ 2021; ນະໂຍບາຍຕໍ່ພະນັກງານ-ນັກຮົບໃນກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ປະຕິບັດໜ້າທີ່ຢູ່ສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ສະບັບເລກທີ 163/ຄປຈ, ລົງວັນທີ 2 ມິຖຸນາ 2022; ຂໍ້ຕົກລົງຮ່ວມ ວ່າດ້ວຍການປະສານງານລະຫວ່າງກຳມາທິການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ສະພາແຫ່ງຊາດ ຊຸດທີ IX ແລະ ຄະນະປະສານງານຂອງກະຊວງປ້ອງກັນປະເທດ ສະບັບເລກທີ 01/ປກຊ ສ-ຄ.ປກທ, ລົງວັນທີ 9 ກຸມພາ 2022; ບົດສະຫຼຸບຕີລາຄາ ໂດຍສັງເຂບ ຜ່ານການເຄື່ອນໄຫວຈັດຕັ້ງການປະສານງານ ໄລຍະ 5 ປີຜ່ານມາ (2016-2020) ແລະ ກຳນົດທິດທາງແຜນການ 5 ປີ (2021-2025) ລະຫວ່າງກຳມາທິການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ສະພາແຫ່ງຊາດ ຊຸດທີ IX ກັບກະຊວງປ້ອງກັນປະເທດ, ກະຊວງປ້ອງກັນຄວາມສະຫງົບ ແລະ ສະຫະພັນນັກຮົບເກົ່າແຫ່ງຊາດ ສະບັບເລກທີ 02/ຄປຈ, ລົງວັນທີ 10 ກຸມພາ 2022. ພາຍຫຼັງຮັບຟັງການເຜີຍແຜ່, ບັນດາຜູ້ແທນກອງປະຊຸມ ກໍໄດ້ປະກອບຄຳເຫັນ, ຊັກຖາມຕໍ່ບັນຫາທີ່ມີຄວາມສົນໃຈ.
ໃນຕອນບ່າຍ, ກອງປະຊຸມໄດ້ຕ້ອນຮັບ ແລະ ເປັນປະທານກອງປະຊຸມໂດຍທ່ານ ປອ. ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ; ມີທ່ານ ພົນເອກ ວິໄລ ຫລ້າຄຳຟອງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຊວງປ້ອງກັນຄວາມສະຫງົບ, ທ່ານ ພົທ. ສຸວອນ ເລືອງບຸນມີ ຮອງປະທານສະພາແຫ່ງຊາດ ພ້ອມດ້ວຍພະນັກງານຫລັກແຫລ່ງຈາກກະຊວງປ້ອງກັນຄວາມສະຫງົບ ເຂົ້າຮ່ວມ.
ກອງປະຊຸມໄດ້ຮັບຟັງການໂອ້ລົມຈາກທ່ານ ປອ. ໄຊສົມພອນ ພົມວິຫານ ເຊິ່ງມີເນື້ອໃນບາງຕອນສຳຄັນວ່າ: ໃນໄລຍະຜ່ານມາ ເຖິງແມ່ນວ່າ ສະພາບການສາກົນ ແລະ ພາກພື້ນ ໄດ້ມີການຜັນແປໄປຢ່າງສະຫຼັບສັບຊ້ອນ, ໄວວາ, ຍາກທີ່ຈະຄາດຄະເນໄດ້ນັ້ນ. ສະພາບຢູ່ພາຍໃນປະເທດພວກເຮົາ ກໍມີຄວາມຫຍຸ້ງຍາກຫຼາຍປະການ, ແຕ່ກໍາລັງປ້ອງກັນຄວາມສະຫງົບປະຊາຊົນພວກເຮົາ ໄດ້ປະກອບສ່ວນອັນສຳຄັນ ແລະ ສົມກຽດໃນການປະຕິບັດສອງໜ້າທີ່ຍຸດທະສາດ, ຮັບປະກັນໃຫ້ປະເທດຊາດ ສືບຕໍ່ມີສະຖຽນລະພາບ ແລະ ຄວາມໝັ້ນຄົງທາງດ້ານການເມືອງຢ່າງໜັກ ແໜ້ນ, ສັງຄົມມີຄວາມສະຫງົບ, ປອດໄພ ແລະ ມີຄວາມເປັນລະບຽບຮຽບຮ້ອຍໂດຍພື້ນຖານ, ສາມາດສະກັດກັ້ນ ແລະ ຕີຖອຍທຸກແຜນການທຳລາຍມ້າງເພ ກໍຄືຍຸດທະສາດ“ ຫັນປ່ຽນໂດຍສັນຕິ ” ຂອງບັນດາອິດທິກຳລັງປໍລະປັກ ແລະ ພວກຄົນບໍ່ດີໄດ້ຢ່າງທັນການ, ການຫັນກຳລັງລົງກໍ່ສ້າງຮາກຖານການເມືອງຢ່າງຕັ້ງໜ້າຂອງກຳລັງປ້ອງກັນຄວາມສະຫງົບ ສາມາດຍາດໄດ້ຜົນງານ ແລະ ຜົນສໍາເລັດທີ່ສໍາຄັນຫຼາຍດ້ານ ໂດຍຖືເອົາວຽກງານກໍ່ສ້າງຮາກຖານການເມືອງ ຕິດພັນກັບວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ,ການອັດເສັ້ນທາງຂ້າມລອຍຂອງຢາເສບຕິດ, ການແກ້ໄຂອາດຊະຍາກໍາຂ້າມຊາດທຸກຮູບແບບ, ການແກ້ໄຂບັນດາປາກົດການຫຍໍ້ທໍ້ຢູ່ຮາກຖານ ຕິດພັນກັບການປົວແປງຊີວິດການເປັນຢູ່ ຂອງປະຊາຊົນລາວບັນດາເຜົ່າ ອັນໄດ້ເຮັດໃຫ້ຮາກຖານມີຄວາມສະຫງົບ, ເຂັ້ມແຂງ ທັງສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ແກ່ການຜະລິດ, ການດຳລົງຊີວິດ, ການໄປມາຫາສູ່ ແລະ ການສ້າງສາພັດທະນາເສດຖະກິດ-ສັງຄົມ ຂອງປະຊາຊົນຢູ່ທ້ອງຖິ່ນຕ່າງໆ ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ. ອັນພິເສດ ແລະ ພົ້ນເດັ່ນ ກຳລັງປ້ອງກັນຄວາມສະຫງົບ ປະຊາຊົນພວກເຮົາ ແມ່ນເປັນກຳລັງຫຼັກແຫຼ່ງ ແລະ ເປັນເສນາທິການໃຫ້ແກ່ລັດຖະບານ ກໍຄື ອົງການປົກຄອງທ້ອງຖິ່ນຂັ້ນຕ່າງໆ ໃນການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ຕາມຄຳສັ່ງຂອງກົມການເມືອງສູນກາງພັກ ສະບັບເລກທີ02/ກມສພ, ລົງວັນທີ 26 ກໍລະກົດ 2021, ມະຕິຂອງກອງປະຊຸມສະພາແຫ່ງຊາດ ສະບັບເລກທີ 04/ສພຊ, ລົງວັນທີ 10 ສິງຫາ 2021, ຄຳສັ່ງຂອງນາຍົກລັດຖະມົນຕີ ສະບັບເລກທີ 19/ນຍ, ລົງວັນທີ 04 ຕຸລາ 2021 ເຂົ້າສູ່ການກະທຳຕົວຈິງ ຕາມແຜນການ 6 ວຽກຈຸດສຸມຂອງວາລະແຫ່ງຊາດ.
(ພາບ ແລະ ຂ່າວ: ກົງທະນູຄຳ ພິພັດເສລີ)