(ສພຊ) ການຈັດເຝິກອົບຮົມການຍົກສູງຂີດຄວາມສາມາດ ໃຫ້ແກ່ສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ 3 ແຂວງຄື: ຜົ້ງສາລີ, ຫຼວງນ້ຳທາ ແລະ ອຸດົມໄຊ ກ່ຽວກັບການຕິດຕາມຂົງເຂດວຽກງານຍຸຕິທຳ, ການຕິດຕາມກວດກາການປະເມີນການຈັດຕັ້ງປະຕິບັດກົດໝາຍ ແລະ ການຕິດຕາມກວດກາວຽກງານຂອງອົງການກວດສອບ ໄດ້ຈັດຂຶ້ນໃນລະຫວ່າງວັນທີ 29-30 ພະຈິກ 2023 ທີ່ເມືອງໄຊ ແຂວງອຸດົມໄຊ ໂດຍການເປັນປະທານຂອງທ່ານ ນາງ ປິ່ງຄຳ ລາຊະສິມມາ ເລຂາທິການສະພາແຫ່ງຊາດ; ເຂົ້າຮ່ວມມີບັນດາທ່ານຮອງປະທານກຳມາທິການ, ຮອງຫົວໜ້າສະຖາບັນຄົ້ນຄວ້ານິຕິກຳ ສະພາແຫ່ງຊາດ, ບັນດາທ່ານສະມາຊິກສະພາແຫ່ງຊາດ, ສະມາຊິກສະພາປະຊາຊົນແຂວງ ພ້ອມດ້ວຍຄະນະກົມ, ຄະນະພະແນກ, ວິຊາການ ແລະ ພາກສ່ວນກ່ຽວຂ້ອງຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນແຂວງ 3 ແຂວງດັ່ງກ່າວ.

ທັງນີ້, ກໍເພື່ອໃຫ້ສະມາຊິກສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ໄດ້ຍົກລະດັບຄວາມຮັບຮູ້, ຄວາມເຂົ້າໃຈ ກ່ຽວກັບການຕິດຕາມກວດກາຂົງເຂດວຽກງານຍຸຕິທຳ, ການຕິດຕາມກວດກາການປະເມີນການຈັດຕັ້ງປະຕິບັດກົດໝາຍ ແລະ ການຕິດຕາມກວດກາວຽກງານຂອງອົງການກວດສອບໃຫ້ສູງຂຶ້ນ ທັງເປັນການຍົກລະດັບຂີດຄວາມສາມາດໃຫ້ແກ່ສະມາຊິກສະພາແຫ່ງຊາດ, ສະມາຊິກສະພາປະຊາຊົນແຂວງ ປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນໃຫ້ມີປະສິດທິຜົນດີຂຶ້ນ ໃນການຕິດຕາມກວດກາຂົງເຂດຍຸຕິທຳ, ການຕິດຕາມກວດກາການປະເມີນການຈັດຕັ້ງປະຕິບັດກົດໝາຍ ແລະ ການຕິດຕາມກວດກາວຽກງານຂອງອົງການກວດສອບ.

ໂອກາດດັ່ງກ່າວ ທ່ານ ນາງ ປິ່ງຄຳ ລາຊະສິມມາ ໄດ້ມີຄໍາເຫັນກ່າວເປີດກອງປະຊຸມ ເຊິ່ງທ່ານໄດ້ຮຽກຮ້ອງບັນດາທ່ານທີ່ເຂົ້າຮ່ວມກອງປະຊຸມເຝິກອົບຮົມຄັ້ງນີ້ ພ້ອມກັນສຸມສະຕິປັນຍາ ແລະ ນໍາໃຊ້ເວລາອັນມີຄຸນຄ່ານີ້ເຂົ້າໃນການຟັງ, ການສົນທະນາ ແລະ ແລກປ່ຽນບົດຮຽນນໍາກັນໃຫ້ເລິກເຊິ່ງ, ສາມາດນໍາເອົາບົດຮຽນໄປຈັດຕັ້ງຜັນຂະຫຍາຍເຂົ້າໃນການປະຕິບັດພາລະບົດບາດຂອງຕົນໃຫ້ດີຂຶ້ນ, ສະເໜີໃຫ້ບັນດາທ່ານຄະນະຮັບຜິດຊອບກອງປະຊຸມ ຈົ່ງກະກຽມຄວາມພ້ອມ, ອໍານວຍຄວາມສະດວກໃຫ້ແກ່ວິທະຍາກອນ ແລະ ນັກສໍາມະນາກອນ ໄດ້ຈັດຕັ້ງເຄື່ອນໄຫວຕາມວາລະກອງປະຊຸມ ແລະ ທັນເວລາ, ເຮັດໃຫ້ກອງປະຊຸມໄດ້ດໍາເນີນສໍາເລັດຕາມຈຸດປະສົງ ແລະ ຄາດໝາຍທີ່ກໍານົດໄວ້.
ໃນກອງປະຊຸມ, ບັນດາທ່ານທີ່ເຂົ້າຮ່ວມ ໄດ້ຮັບຟັງການບັນຍາຍ ແລະ ສຸມໃສ່ແລກປ່ຽນຄຳຄິດຄຳເຫັນຢ່າງກົງໄປກົງມາ ຕໍ່ຄຳຖາມເຈາະຈີ້ມຂອງປະທານກອງປະຊຸມ ແລະ ຫົວຂໍ້ຕ່າງໆທີ່ວິທະຍາກອນໄດ້ສະເໜີຄື: ການຕິດຕາມກວດກາການປະເມີນການຈັດຕັ້ງປະຕິບັດກົດໝາຍ, ການຕິດຕາມກວດກາຂົງເຂດວຽກງານຍຸຕິທຳ ແລະ ການຕິດຕາມກວດກາຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ຕໍ່ກັບການເຄື່ອນໄຫວຂອງອົງການກວດສອບແຫ່ງລັດ ແລະ ອົງການກວດກາແຫ່ງລັດ.
(ພາບ ແລະ ຂ່າວ: ນາງ ປາກາລັກ ພົມມີໄຊ)