loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ຍົກສູງຂີດຄວາມສາມາດໃນການຕິດຕາມກວດກາຂົງເຂດວຽກງານຍຸຕິທໍາໃຫ້ແກ່ 07 ແຂວງ

ກ.ພ. 8, 2023 | ເຂດ 16 ເຊກອງ

       ກອງປະຊຸມຍົກສູງຂີດຄວາມສາມາດໃນການຕິດຕາມກວດກາຂົງເຂດວຽກງານຍຸຕິທໍາໃຫ້ແກ່ 07 ແຂວງໄດ້ຈັດຂຶ້ນໃນຄັ້ງວັນທີ 8 ກຸມພາ 2023 ນີ້, ທີ່ສະໂມສອນ ສະພາປະຊາຊົນແຂວງ ເຊກອງ ໂດຍການເປັນປະທານຮ່ວມຂອງທ່ານ ຄໍາແພງ ວິລະພັນ ກໍາມະການຄະນະປະຈຳສະພາແຫ່ງຊາດ, ປະທານກຳມາທິການຍຸຕິທໍາ ສະພາແຫ່ງຊາດ ແລະ ທ່ານ ດົງເພັດ ພະຍົນ ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ ເຊກອງ, ມີບັນດາທ່ານ ສະມາຊິກສະພາແຫ່ງຊາດ ທີ່ເປັນກໍາມະການສັງກັດກໍາມາທິການຍຸຕິທໍາ ສະພາແຫ່ງຊາດ, ປະທານ-ຮອງປະທານກໍາມະການຍຸຕິທໍາ ແລະ ປກຊ-ປກສ, ຜູ້ປະສານງານໂຄງການ, ກອງເລຂາຊ່ວຍວຽກ ພ້ອມດ້ວຍວິຊາການທີ່ກ່ຽວຂ້ອງ 07 ແຂວງເຂົ້າຮ່ວມຄື: ແຂວງ ບໍລິຄໍາໄຊ, ຄໍາມ່ວນ, ສະຫວັນນະເຂດ, ຈໍາປາສັກ, ສາລະວັນ, ເຊກອງ ແລະ ອັດຕະປື.       ທ່ານ ຄໍາແພງ ວິລະພັນ ໄດ້ກ່າວວ່າ: ກອງປະຊຸມຍົກສູງຂີດຄວາມສາມາດໃນການຕິດຕາມກວດກາຂົງເຂດວຽກງານຍຸຕິທໍາຄັ້ງນີ້ແມ່ນເປັນຄັ້ງທີ 02 ເຊິ່ງຄັ້ງທີ 01 ແມ່ນໄດ້ຈັດຂຶ້ນຢູ່ເມືອງ ວັງວຽງ ແຂວງ ວຽງຈັນ ແລະ ເປັນກອງປະຊຸມທີ່ມີຄວາມໝາຍສໍາຄັນເປັນຢ່າງຍິ່ງ ໂດຍໄດ້ນໍາເອົາບັນດາເນື້ອໃນເອກະສານທີ່ສໍາຄັນໃນຂົງເຂດຍຸຕິທໍາ ມາພິຈາລະນາຄົ້ນຄວ້າ, ແລກປ່ຽນຖອດຖອນບົດຮຽນຮ່ວມກັນ ແລະ ເຊື່ອມຊຶມໃຫ້ຮັບຮູ້ເຂົ້າໃຈຢ່າງເລິກເຊິ່ງໃນນັ້ນ, ມີບົດສະເໜີກ່ຽວກັບພາລະບົດບາດການຕິດຕາມກວດກາຂອງກໍາມາທິການຍຸຕິທໍາ ສະພາແຫ່ງຊາດ; ບົດສະເໜີການແຕ່ງຕັ້ງ, ຍົກຍ້າຍ ຫຼື ປົດຕໍາແໜ່ງບຸກຄະລາກອນ ຂອງສານປະຊາຊົນ ແລະ ແລກປ່ຽນບົດຮຽນການຕິດຕາມກວດກາໂດຍຜ່ານຄໍາຮ້ອງຂໍຄວາມເປັນທໍາ.             ທ່ານ ປະທານກຳມາທິການຍຸຕິທໍາ ສະພາແຫ່ງຊາດ ກ່າວຕື່ມອີກວ່າ: ກອງປະຊຸມຈະໄດ້ດໍາເນີນເປັນເວລາ 02 ວັນເຕັມ. ສະນັ້ນ, ເພື່ອເຮັດໃຫ້ເນືອໃນກອງປະຊຸມໄດ້ຄົ້ນຄວ້າຢ່າງເລິກເຊິ່ງ ແລະ ໄດ້ຮັບປະສິດທິພາບສູງ ຮຽກຮ້ອງບັນດາທ່ານ ຄະນະນໍາ, ສະມາຊິກສະພາແຫ່ງຊາດ, ຄະນະກໍາມະການ, ຜູ້ແທນກອງປະຊຸມ ຈົ່ງນໍາໃຊ້ສິດປະຊາທິປະໄຕ ແລະ ເຊີດຊູຄວາມຮັບຜິດຊອບຂອງຕົນຕໍ່ກັບບັນດາເນື້ອໃນທີ່ນໍາສະເໜີ, ສົນທະນາແລກປ່ຽນຖອດຖອນບົດຮຽນຮ່ວມກັນ ຢ່າງກົງໄປກົງມາ, ຍົກໃຫ້ເຫັນການຈັດຕັ້ງປະຕິບັດຕົວຈິງຂອງແຕ່ລະທ້ອງຖິ່ນ ເພື່ອຊອກຫາວິທີການ ແລະ ມາດຕະການແກ້ໄຂໃຫ້ເປັນເອກະພາບກັນ ເຮັດໃຫ້ບັນດາເນື້ອໃນດັ່ງກ່າວນັ້ນສາມາດຮັບຮອງໄດ້ ແລະ ນໍາໄປຈັດຕັ້ງຜັນຂະຫຍາຍໃນການປະຕິບັດໜ້າທີ່ວຽກງານ ຕໍ່ໜ້າໃຫ້ມີຜົນສໍາເລັດຫຼາຍຂຶ້ນກວ່າເກົ່າ.            ພ້ອມນີ້, ທ່ານຍັງໄດ້ສະແດງຄວາມຊົມເຊີຍ ແລະ ຂອບອົກຂອບໃຈມາຍັງໂຄງການຊ່ວຍເຫຼືອຂອງມູນນິທິເວສມິນສະເຕີ (WFD) ທີ່ໃຫ້ທຶນສະໜັບສະໜູນຕໍ່ກອງປະຊຸມໃນຄັ້ງນີ້.

#ໂດຍ: ນາລີວັນ.