loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ຍົກສູງຂີດຄວາມສາມາດໃນການຮັບ ແລະ ພິຈາລະນາຄໍາຮ້ອງຂໍຄວາມເປັນທໍາ

​ກ.ກ. 31, 2023 | SlideMobile, ຂ່າວເດັ່ນ

(ສພຊ) ເພື່ອເປັນການຍົກສູງຂີດຄວາມສາມາດ ໃຫ້ແກ່ກໍາມະການຂອງກໍາມາທິການຍຸຕິທໍາ, ຄະນະກໍາມະການຍຸຕິທໍາ ​ແລະ ປ້ອງ​ກັນຊາ​ດ-ປ້ອງ​ກັນ​ຄວາມ​ສະຫງົບ ສະພາປະຊາຊົນຂັ້ນແຂວງ ແລະ ກົງຈັກເສນາທິການຊ່ວຍວຽກ ທີ່ຮັບຜິດຊອບວຽກງານ ຮັບ ແລະ ພິຈາລະນາຄໍາຮ້ອງຂໍຄວາມເປັນທໍາຂອງສະພາປະຊາຊົນຂັ້ນແຂວງ ແລະ ສະພາແຫ່ງຊາດ ໄດ້ຮັບການຍົກລະດັບຄວາມຮູ້, ຄວາມສາມາດ ກ່ຽວກັບບົດຮຽນການຮັບຕ້ອນ ແລະ ໃຫ້ຄໍາປຶກສາແກ່ປະຊາຊົນ ແລະ ວິທີການ ຄົ້ນຄວ້າ, ວິເຄາະ, ວິໄຈ ຄໍາຮ້ອງຂໍຄວາມເປັນທໍາ ລວມທັງຂັ້ນຕອນການພິຈາລະນາຄໍາຮ້ອງຂໍຄວາມເປັນທໍາໃຫ້ມີປະສິດທິພາບ ແນໃສ່ເຮັດໃຫ້ການປະຕິບັດພາລະບົດບາດຕິດຕາມກວດກາຂອງສະພາປະຊາຊົນຂັ້ນແຂວງ ແລະ ສະພາແຫ່ງຊາດ ໃນຖາເປັນຕົວແທນແຫ່ງສິດ ແລະ ຜົນປະໂຫຍດຂອງປະຊາຊົນ ມີຜົນສັກສິດ ຢ່າງເຕັມສ່ວນ.
ກອງປະຊຸມສໍາມະນາຍົກສູງຂີດຄວາມສາມາດ ໃຫ້ແກ່ຄະນະກໍາມະການຍຸຕິທໍາ ແລະ ປ້ອງ​ກັນຊາ​ດ-ປ້ອງ​ກັນ​ຄວາມ​ສະຫງົບ ສະພາປະຊາຊົນຂັ້ນແຂວງ ແລະ ພະນັກງານເສນາທິການຊ່ວຍວຽກໃນການຮັບ ແລະ ພິຈາລະນາຄໍາຮ້ອງຂໍຄວາມເປັນທໍາຂອງສະພາແຫ່ງຊາດ ​ໄດ້​ຈັດ​ຂຶ້ນ​ຢູ່​ທີ່​ເມືອງ​ວັງ​ວຽງ ​ແຂວງ​ວຽງ​ຈັນ ລະຫວ່າງ​ວັນ​ທີ 27-28 ກໍລະກົດ 2023 ພາຍ​ໃຕ້​ການ​ເປັນ​ປະທານຂອງ​ທ່ານ ຄຳ​ແພງ ວິ​ລະ​ພັນ ປະທານ​ກຳມາ​ທິການ​ຍຸຕິ​ທຳ ສະພາ​ແຫ່ງ​ຊາດ; ມີບັນດາ​ທ່ານຮອງ​ປະທານ​ກຳມາ​ທິການຍຸຕິ​ທຳ ສະພາ​ແຫ່ງ​ຊາດ, ມີ​ບັນດາ​ທ່ານ​ ປະທານ-ຮອງປະທານຄະນະກໍາມະການຍຸຕິທໍາ ແລະ ປ້ອງ​ກັນຊາ​ດ-ປ້ອງ​ກັນ​ຄວາມ​ສະຫງົບ ພ້ອມດ້ວຍວິຊາການຂະແໜງຍຸຕິທໍາ ແລະ ປ້ອງ​ກັນຊາ​ດ-ປ້ອງ​ກັນ​ຄວາມ​ສະຫງົບຂອງສະພາປະຊາຊົນປະຊາຊົນ 13 ​ແຂວງ​ໃນ​ທົ່ວ​ປະ​ເທ​ດຄື: ນະຄອນຫຼວງວຽງຈັນ, ຜົ້ງສາລີ, ຫຼວງນ້ຳທາ, ອຸດົມໄຊ, ບໍ່່ແກ້ວ, ຫຼວງພະບາງ, ໄຊຍະບູລີ, ຫົວພັນ, ຊຽງຂວາງ, ວຽງຈັນ, ບໍລິຄຳໄຊ, ຄໍາມ່ວນ ແລະ ໄຊສົມບູນ; ມີ​​ຄະນະ​ກົມ, ຄະນະ​ພະ​ແນ​ກ ​ແລະ ວິຊາ​ການ​ກ່ຽວ​ຂ້ອງ​ຂອງ​ກຳມາ​ທິການ​ດັ່ງກ່າວເຂົ້າຮ່ວມ​.
​ ກອງ​ປະຊຸມ​ໄດ້​ຮັບ​ຟັງ​ ​ແລະ ສຸມ​ໃສ່​ປະກອບ​ຄຳ​ເຫັນ​ແລກປ່ຽນ​ບົດຮຽນ​ເຊິ່ງກັນ​ແລະ​ກັນ​ຢ່າງ​ກົງ​ໄປ​ກົງ​ມາ ກ່ຽວ​ກັບການເຜີຍແຜ່ກົດໝາຍວ່າດ້ວຍການແກ້ໄຂຄຳຮ້ອງທຸກ (ສະບັບປັບປຸງ ປີ 2022) ແລະ ມະຕິວ່າດ້ວຍການຮັບ ແລະ ພິຈາລະນາຄຳຮ້ອງຂໍຄວາມເປັນທຳ ສະບັບເລກທີ 07/ຄປຈ, ລົງວັນທີ 9 ມັງກອນ 2023; ກົນໄກການຮັບ ແລະ ພິຈາລະນາຄໍາຮ້ອງຂໍຄວາມເປັນທໍາຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ; ບົດຮຽນການຮັບຕ້ອນ ແລະ ໃຫ້ຄໍາປຶກສາຜູ້ທີ່ມາຍື່ນຄຳຮ້ອງຂໍຄວາມເປັນທຳ.
ການສຳມະນາຄັ້ງນີ້ ໄດ້ຮັບການສະໜັບສະໜູນໂດຍໂຄງການສ້າງຄວາມອາດສາມາດໃຫ້ແກ່ສະພາແຫ່ງຊາດ (WFD).
(ນາງ ປາກ​ລັກ ພົມ​ມີ​ໄຊ)