ຍົກສູງຂີດຄວາມສາມາດດ້ານທັກສະໃຫ້ແກ່ສະມາຊິກສະພາປະຊາຊົນຂັ້ນແຂວງ 3 ແຂວງ

ມ.ຖ. 20, 2023 | SlideMobile, ຂ່າວເດັ່ນ

(ສພຊ) ກອງປະຊຸມເຝິກອົບຮົມທັກສະຄວາມຮູ້ພື້ນຖານຕິດຕາມກວດກາວຽກງານຂອງສະພາແຫ່ງຊາດ, ທັກສະການລົງພົບປະຜູ້ມີສິດເລືອກຕັ້ງ, ທັກສະການຊັກຖາມ ແລະ ການປະກອບຄຳເຫັນ, ທັກສະການຕິດຕາມກວດກາແຜນພັດທະນາເສດຖະກິດ-ສັງຄົມ, ເພື່ອສ້າງຂີດຄວາມສາມາດການປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ຂອງສະມາຊິກສະພາປະຊາຊົນຂັ້ນແຂວງ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນດີຂຶ້ນ ໃນລະຫວ່າງວັນທີ 20-21 ມິຖຸນາ 2023 ທີ່ຫ້ອງວ່າການປົກຄອງແຂວງຊຽງຂວາງ ໄດ້ຈັດກອງປະຊຸມການຍົກຂີດຄວາມສາມາດດ້ານທັກສະໃຫ້ແກ່ສະມາຊິກສະພາປະຊາຊົນຂັ້ນແຂວງ ໂດຍການເປັນປະທານຂອງທ່ານ ສຸບັນ ສະວະບຸດ ປະທານກຳມາທິການວຽກງານສະມາຊິກສະພາແຫ່ງຊາດ, ມີບັນດາຮອງປະທານກຳມາທິການແຜນການ, ການເງິນ ແລະ ການກວດສອບ, ຮອງຫົວໜ້າສະຖາບັນຄົ້ນຄວ້ານິຕິກຳສະພາແຫ່ງຊາດ, ສະມາຊິກສະພາປະຊາຊົນຂັ້ນແຂວງ 3 ແຂວງຄື: ຫົວພັນ, ຊຽງຂວາງ ແລະ ແຂວງໄຊສົມບູນ ແລະ ພະນັກງານວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມ.
ກອງປະຊຸມໄດ້ຮັບຟັງການສະເໜີຫົວຂໍ້ທັກສະການປະເມີນຜົນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານ; ທັກສະການພົບປະປະຊາຊົນຂອງສະມາຊິກສະພາປະຊາຊົນຂັ້ນແຂວງ; ການຕິດຕາມກວດກາຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ; ທັກສະການຊັກຖາມ ແລະ ການປະກອບຄຳເຫັນ; ຈາກນັ້ນ ຜູ້ເຂົ້າຮ່ວມໄດ້ສຸມໃສ່ຄົ້ນຄວ້າ, ສົນທະນາແລກປ່ຽນບົດຮຽນກັບວິທະຍາກອນຢ່າງກົງໄປກົງມາ.
ກອງປະຊຸມໄດ້ຮັບການສະໜັບສະໜູນງົບປະມານສົມທົບຈາກ ຄະນະເລຂາທິການສະພາແຫ່ງຊາດ ຮ່ວມກັບອົງການຈັດຕັ້ງສາກົນ The Asia Foundation.