


ກອງປະຊຸມ ໄດ້ຮັບຟັງການສະເໜີກ່ຽວກັບການເພີ່ມທະວີປະສານງານລະຫວ່າງກໍາມາທິການວຽກງານສະມາ ຊິກສະພາແຫ່ງຊາດ, ຄະນະເລຂາທິການສະພາແຫ່ງຊາດ ແລະ ຄະນະສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງ ເພື່ອຍົກສູງຄຸນນະພາບໃນການປະຕິບັດວຽກງານ ຈາກຮອງປະທານກໍາມາທິການວຽກງານສະມາຊິກສະພາແຫ່ງຊາດ; ພາລະບົດບາດຂອງກົມຄຸ້ມຄອງສະມາຊິກສະພາແຫ່ງຊາດ ໂດຍຕິດພັນການຮ່າງບົດສະຫຼຸບ ແລະ ແຜນການເຄື່ອນໄຫວຂອງຄະນະສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງ, ການສະຫຼຸບ-ລາຍງານການລົງເຜີຍແຜ່ຜົນສໍາເລັດກອງປະ ຊຸມສະໄໝສາມັນ ຈາກຫົວໜ້າກົມຄຸ້ມຄອງສະມາຊິກສະພາແຫ່ງຊາດ; ພາລະບົດບາດຂອງກົມພັດທະນາວຽກງານສະ ພາ ໂດຍສະເພາະວຽກງານການພົວພັນປະສານສົມທົບກັບສະພາປະຊາຊົນຂັ້ນແຂວງ ຈາກຫົວໜ້າກົມພັດທະນາວຽກງານສະພາ ແລະ ການສ້າງຄວາມເຂົ້າໃຈເລິກເຊິ່ງຕໍ່ລະບົບການປົກຄອງຂອງ ສປປລາວ ໂດຍລົງເລິກໂຄງປະກອບກົງຈັກການຈັດຕັ້ງຢູ່ຂັ້ນທ້ອງຖິ່ນ ແລະ ການຄຸ້ມຄອງພະນັກງານ-ລັດຖະກອນຕາມພາລະບົດບາດຂອງກະຊວງພາຍໃນ ຈາກທ່ານຫົວໜ້າກົມພັດທະນາການບໍລິຫານລັດ ກະຊວງພາຍໃນ ຈາກນັ້ນ, ຜູ້ເຂົ້າຮ່ວມກອງປະຊຸມ ກໍໄດ້ຜັດປ່ຽນກັນປະ ກອບຄໍາຄິດຄໍາເຫັນໃສ່ບັນດາຫົວຂໍ້ທີ່ນໍາມາສະເໜີຕາມຄໍາເຫັນເຈາະຈີ້ມຂອງທ່ານປະທານກອງປະຊຸມ ເພື່ອແລກປ່ຽນ ຄໍາຄິດເຫັນ ເຊິ່ງກັນ ແລະ ກັນ ນໍາບັນດານັກວິທະຍາກອນ.

ທ່ານ ສຸບັນ ສະວະບຸດ ໄດ້ມີຄໍາເຫັນຕໍ່ກອງປະຊຸມວ່າ: ເພື່ອເປັນການຍົກສູງບົດບາດການເປັນເສນາທິການ ຂອງພະນັກງານ-ລັດຖະກອນ ທັງຢູ່ສູນກາງ ແລະ ທ້ອງຖິ່ນ ໃຫ້ມີຄວາມໜັກແໜ້ນເຂັ້ມແຂງ ທັງເປັນການເພີ່ມທະວີການພົວພັນປະສານງານກັນ ລະຫວ່າງກໍາມາທິການວຽກງານສະມາຊິກສະພາແຫ່ງຊາດ, ຄະນະເລຂາທິການສະພາແຫ່ງຊາດ ແລະ ຄະນະສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງ ໃຫ້ມີຄວາມໂລ່ງລ່ຽນຂຶ້ນຕື່ມ ສະນັ້ນ, ຈະໄດ້ສຸມໃສ່ຄົ້ນຄວ້າ, ປຶກສາຫາລື, ແລກປ່ຽນຄໍາຄິດຄໍາເຫັນເນື້ອໃນຕ່າງໆ ດັ່ງນີ້: ເພີ່ມທະວີການປະສານງານ ລະຫວ່າງກໍາມາທິການວຽກງານສະມາຊິກສະພາແຫ່ງຊາດ, ຄະນະເລຂາທິການສະພາແຫ່ງຊາດ ແລະ ຄະນະສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງ ເພື່ອຍົກສູງຄຸນນະພາບໃນການປະຕິບັດວຽກງານ; ພາລະບົດບາດຂອງກົມຄຸ້ມຄອງສະມາຊິກສະພາແຫ່ງຊາດ ໂດຍຕິດພັນກັບການຮ່າງບົດສະຫຼຸບ ແລະ ແຜນການເຄື່ອນໄຫວ ຂອງຄະນະສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງ, ການສະຫຼຸບ-ລາຍງານການລົງເຜີຍແຜ່ຜົນສໍາເລັດກອງປະຊຸມສະໄໝສາມັນ; ຍົກສູງບົດບາດຂອງກົມພັດທະນາວຽກງານສະພາ ການພົວພັນປະສານສົມທົບກັບ ສະພາປະຊາຊົນຂັ້ນແຂວງ ແລະ ຮັບຟັງການເຜີຍແຜ່ບົດຮຽນກ່ຽວກັບລະບົບການປົກຄອງ ຂອງ ສປປລາວ ໂດຍລົງເລິກໂຄງປະກອບກົງຈັກການຈັດຕັ້ງ ແລະ ການຄຸ້ມຄອງພະນັກງານ-ລັດຖະກອນ ຕາມພາລະບົດບາດຂອງກະຊວງພາຍໃນ ເຊິ່ງກອງປະຊຸມຄັ້ງນີ້ ຈະໄດ້ດຳເນີນເປັນເວລາ 2 ວັນ, ແຕ່ມີຫຼາຍບັນຫາທີ່ຈະໄດ້ຄົ້ນຄວ້າ, ສົນທະນາແລກປ່ຽນຄຳຄິດເຫັນຮ່ວມກັນ. ເຖິງຢ່າງໃດກໍດີ, ເພື່ອຮັບປະກັນເຮັດໃຫ້ກອງປະຊຸມດໍາເນີນໄປດ້ວຍຜົນສຳເລັດຕາມຈຸດປະສົງ ແລະ ລະດັບຄາດໝາຍທີ່ວາງໄວ້, ຮຽກຮ້ອງມາຍັງບັນດາທ່ານຜູ້ແທນກອງປະຊຸມ ຈົ່ງຍົກສູງຄວາມຮັບຜິດຊອບ ເປັນເຈົ້າການໃນການຄົ້ນຄວ້າ, ສົນທະນາແລກປ່ຽນຄຳຄິດເຫັນຢ່າງສ້າງສັນ ແລະ ມີຈຸດສຸມ.

(ພາບ ແລະ ຂ່າວ: ສອນສັກ ວັນວິໄຊ)