ຍົກລະດັບຄວາມຮູ້, ຄວາມສາມາດ ໃຫ້ ສສຊ

ພ.ພ. 25, 2026

(ສພຊ) – ກອງປະຊຸມສໍາມະນາກ່ຽວກັບພາລະບົດບາດ ແລະ ໜ້າທີ່ຂອງສະພາແຫ່ງຊາດ ໃຫ້ແກ່ສະມາຊິກສະພາແຫ່ງຊາດ ຊຸດທີ X ໄດ້ຈັດຂຶ້ນທີ່ນະຄອນຫຼວງວຽງຈັນ ໃນລະຫວ່າງວັນທີ 25-28 ພຶດສະພາ 2026 ໂດຍການເປັນປະທານຂອງທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ, ມີບັນດາທ່ານສະມາຊິກສະພາແຫ່ງຊາດ (ສສຊ) ຈາກ 18 ເຂດເລືອກຕັ້ງທົ່ວປະເທດ ແລະ ແຂກຖືກເຊີນ ເຂົ້າຮ່ວມຢ່າງພ້ອມພຽງ.

ທ່ານ ນາງ ສູນທອນ ໄຊຍະຈັກ ໄດ້ມີຄຳເຫັນກ່າວເປີດວ່າ: ຈຸດປະສົງຂອງກອງປະຊຸມ ແມ່ນເພື່ອຍົກລະດັບຄວາມຮູ້, ຄວາມສາມາດ ແລະ ຄວາມເຂົ້າໃຈ ຕໍ່ພາລະບົດບາດ, ສິດ ແລະ ໜ້າທີ່ຂອງສະພາແຫ່ງຊາດ, ຍົກສູງຂີດຄວາມສາມາດໃຫ້ສະມາຊິກສະພາແຫ່ງຊາດ ໃນຖານະທີ່ເປັນຕົວແທນແຫ່ງສິດ ແລະ ຜົນປະໂຫຍດຂອງປະຊາຊົນລາວບັນດາເຜົ່າ ທັງເປັນການສ້າງເງື່ອນໄຂໃຫ້ບັນດາທ່ານສະມາຊິກສະພາແຫ່ງຊາດ ໄດ້ມີໂອກາດແລກປ່ຽນຄໍາຄິດຄໍາເຫັນເຊິ່ງກັນແລະກັນ ຕາມຫົວຂໍ້ຕ່າງໆທີ່ຄະນະຮັບຜິດຊອບໄດ້ກະກຽມ ເນື່ອງຈາກວ່າສະມາຊິກສະພາແຫ່ງຊາດ ຊຸດທີ X ເປັນສະມາຊິກໃໝ່ກວມ 80% ຈຶ່ງມີຄວາມຈໍາເປັນໃນການເຝິກອົບຮົມ. ກອງປະຊຸມຄັ້ງນີ້ ມີບັນດາວິທະຍາກອນທີ່ເປັນອະດີດການນຳຂອງສະພາແຫ່ງຊາດ ຊຸດທີ IX, ຊ່ຽວຊານຕ່າງປະເທດຫຼາຍທ່ານ ຈະໄດ້ມາຖ່າຍທອດຄວາມຮູ້ ແລະ ແລກປ່ຽນປະສົບການໃນຫຼາຍຫົວຂໍ້; ສະນັ້ນ, ເພື່ອເຮັດໃຫ້ການຄົ້ນຄວ້າເນື້ອໃນຕ່າງໆ ມີຄຸນນະພາບ, ມີປະສິດທິຜົນ ແລະ ບັນລຸຕາມແຜນການທີ່ວາງໄວ້ ຂໍຮຽກຮ້ອງມາຍັງບັນດາທ່ານທີ່ເຂົ້າຮ່ວມກອງປະຊຸມ ຈົ່ງຍົກສູງຄວາມຮັບຜິດຊອບໃນການສຸມໃສ່ຄົ້ນຄວ້າ, ແລກປ່ຽນບົດຮຽນ ໃຫ້ຮັບຮູ້ເຂົ້າໃຈແຈ້ງ ແລະ ເລິກເຊິ່ງ ເພື່ອຮັບປະກັນການເຮັດໜ້າທີ່ການເມືອງຂອງຕົນ ໃຫ້ນັບມື້ດີຂຶ້ນກວ່າເກົ່າ ສົມກັບຄວາມໄວ້ວາງໃຈໃນຖານະເປັນຕົວແທນຂອງປະຊາຊົນລາວບັນດາເຜົ່າ.

(ກົງທະນູຄຳ ພິພັດເສລີ)