ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ທິດດີ
​ ນັບແຕ່ປີ 1945 ຈົນເຖິງທ້າຍຊຸມປີ 1970 ແມ່ນໄລຍະແຫ່ງການກໍາເນີດຍຸດທະສາດຫັນປ່ຽນໂດຍສັນຕິ ຈາກນັ້ນມາ ກໍມີການປັບປຸງ ແລະ ຂະຫຍາຍຕົວ ຈົນບັນລຸຜົນສໍາເລັດໂດຍການພັງທະລາຍຂອງ ສ.ໂຊວຽດ ແລະ ບັນດາປະເທດເອີຣົບຕາເວັນອອກໃນຕົ້ນຊຸມປີ 90.
​ປັດຈຸບັນນີ້, ໄດ້ມີຫຼາຍທັດສະນະ ແລະ ວິທີນິຍາມທີ່ແຕກຕ່າງກັນ, ແຕ່ໃນດ້ານພື້ນຖານແລ້ວ ແມ່ນເປັນເອກະພາບໃນດ້ານຄວາມຮັບຮູ້, ທັດສະນະດ້ານທາດແທ້ຂອງຍຸດທະສາດ “ຫັນປ່ຽນໂດຍສັນຕິ”.
ຍຸດທະສາດ “ຫັນປ່ຽນໂດຍສັນຕິ” ແມ່ນການຕໍ່ສູ້ “ທີ່ບໍ່ມີຄວັນປືນ” ຕ້ານກັບລັດທິສັງຄົມນິຍົມຢູ່ພາຍໃນກະໂຕຂອງບັນດາປະເທດສັງຄົມນິຍົມ, ເຮັດໃຫ້ລັດທິສັງຄົມນິຍົມພັງທະລາຍຈາກພາຍໃນດ້ວຍວິທີການໂຄສະນາລະບົບແນວຄິດຂອງທຶນນິຍົມ, ນໍາໃຊ້ບັນດາປະເພດການຊ່ວຍເຫຼືອ, ປິດລ້ອມ, ຂວ້ຳບາດດ້ານເສດຖະກິດ… ໂດຍແນໃສ່ໃຫ້ພາຍໃນປະເທດສັງຄົມນິຍົມໃຫ້ເກີດປັດໄຈ ແລະ ກໍາລັງແຮງຕໍ່ສູ້ຕ້ານສັງຄົມນິຍົມ, ຕ້ານພັກກອມມູນິດ ແລະ ກໍາມະກອນ, ກ້າວຂຶ້ນໂຄ່ນລົ້ມລະບອບສັງຄົມນິຍົມຈາກພາຍໃນ.
ອາດຈະຍົກນິຍາມແບບກວມລວມຄືດັ່ງນີ້: “ຫັນປ່ຽນໂດຍສັນຕິ” ແມ່ນ “ສົງຄາມທີ່ບໍ່ຕ້ອງການສ້າງສົງຄາມ” “ສົງຄາມທີ່ບໍ່ມີຄວັນປືນ”; ມັນແມ່ນຍຸດທະສາດບຸກໂຈມຕີຂອງລັດທິຈັກກະພັດ ແລະ ອິດທິກຳ ລັງປໍລະປັກປະຕິການເຂົ້າພາຍໃນຂອງບັນດາປະເທດສັງຄົມນິຍົມ ແລະ ບັນດາພັກກອມມູນິດ, ມັນແມ່ນການຕໍ່ສູ້ຊົນຊັ້ນຢູ່ໃນລະບົບສະຕິປັນ ຍາທີ່ຂ້ຽວຂາດໃນຂົງເຂດເສດຖະກິດ, ການເມືອງ, ແນວຄິດ, ວັດທະ ນະທໍາ, ສັງຄົມ, ຄວາມໝັ້ນຄົງ, ການຕ່າງປະເທດ… ດ້ວຍການນຳໃຊ້ໝົດທຸກພາຫະນະ, ເລ່ລ່ຽມກົນອຸບາຍ, ສອດຫ້ອຍເຂົ້າໃນບັນດາປັດໄຈຕ້ານລັດທິສັງຄົມນິຍົມ ໂດຍແນໃສ່ສ້າງບາດກ້າວໃຫ້ມີການຜັນປ່ຽນ, ຕີໃຫ້ຖອຍ ແລະ ກ້າວໄປເຖິງການລົບລ້າງລັດທິສັງຄົມນິຍົມ.
ການດຳເນີນຍຸດທະສາດຫັນປ່ຽນໂດຍສັນຕິ ໃນທີ່ຜ່ານມາ ຕໍ່ບັນ ດາປະເທດຕ່າງໆ ສ່ວນຫຼາຍແມ່ນຜ່ານສອງບາດກ້າວເຊັ່ນ:
ບາດກ້າວທີໜຶ່ງ: ສ້າງການຫັນປ່ຽນ ແລະ ຜັນແຍກຢູ່ພາຍໃນ; ສ້າງວິກິດການທາງດ້ານເສດຖະກິດ-ສັງຄົມ ກ້າວໄປເຖິງວິທີທາງການ ເມືອງ ປຸກລະດົມມະຫາຊົນຕໍ່ສູ້ທວງປະຊາທິປະໄຕ; ຫຼາຍພັກ; ຫຼາຍເຄົ້າ; ທວງໃຫ້ແກ້ໄຂຊີວິດການເປັນຢູ່ເກີນຄວາມສາມາດຕົວຈິງຂອງອຳ ນາດການປົກຄອງ ກ້າວໄປເຖິງສ້າງໃຫ້ມີໜໍ່ແໜງການປົກຄອງຕາມທ່າອ່ຽງນິຍົມຂອງປະເທດມະຫາອຳນາດຕາເວັນຕົກ.
ບາດກ້າວທີສອງ: ໃນເມື່ອການຫັນປ່ຽນໂດຍສັນຕິບໍ່ໄດ້ຜົນ ຫຼື ບໍ່ບັນລຸລະດັບໃດໜຶ່ງແລ້ວ; ເມື່ອມີໂອກາດອຳນວຍຈະປຸກລຸກຂະບວນການລຸກຮື້ຂຶ້ນໂຄ່ນລົ້ມລະບອບການປົກຄອງ ຫຼື ດ້ວຍຮູບການລັດຖະ ປະຫານ.
ໃນຍຸກແຫ່ງຂໍ້ມູນ-ຂ່າວສານ ຄືໃນປັດຈຸບັນ; ຍຸດທະສາດຫັນປ່ຽນໂດຍສັນຕິ ໄດ້ນຳໃຊ້ສື່ສັງຄົມອອນລາຍເປັນແຫຼ່ງກະຈາຍຂໍ້ມູນໂຈມຕີເຂົ້າໃສ່ຈຸດອ່ອນ-ຂໍ້ຄົງຄ້າງ ເພື່ອຫວັງມ້າງເພຈາກຂ້າງໃນອອກມາຂ້າງນອກ.
ສະນັ້ນ, ການອະທິບາຍທຸກບັນຫາທີ່ສື່ສັງຄົມອອນລາຍຕັ້ງຂຶ້ນແມ່ນອາວຸດຕົ້ນຕໍ ເພື່ອທັບມ້າງກົນອຸບາຍດັ່ງກ່າວ.
ທຸກບັນຫາຍ່ອມມີທາງອອກ ເຮົາບໍ່ອະທິບາຍຜູ້ອື່ນກໍອະທິບາຍ ເຮົາບໍ່ກຳເອົາ ຜູ້ອື່ນກໍກຳເອົາ.