loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ຈົ່ງພ້ອມກັນປູກຈິດສຳນຶກໃຫ້ເດັກນ້ອຍລາວ ຮັກ ແລະ ຫວງແຫນປ່າໄມ້ ເພື່ອຄວາມຢູ່ເຢັນເປັນສຸກຕະຫຼອດໄປ

ມ.ຖ. 5, 2023 | SlideMobile, ຂ່າວເດັ່ນ

ຈົ່ງພ້ອມກັນປູກຈິດສຳນຶກໃຫ້ເດັກນ້ອຍລາວ ຮັກ ແລະ ຫວງແຫນປ່າໄມ້ເພື່ອຄວາມຢູ່ເຢັນເປັນສຸກຕະຫຼອດໄປ
ໂດຍ: ສີວັນ
ນັບແຕ່ປີ 1980 ເປັນຕົ້ນມາ, ປວງຊົນລາວບັນດາເຜົ່າ ໄດ້ມີການຈັດກິດຈະກຳປູກຕົ້ນໄມ້ ໃນໂອກາດສະເຫຼີມສະຫຼອງວັນເດັກນ້ອຍສາກົນ ຂອງທຸກໆປີ ຢ່າງເປັນຂະບວນຟົດຟື້ນໃນທົ່ວປະເທດ ດັ່ງຄໍາຂວັນທີ່ວ່າ; “ການປູກຕົ້ນໄມ້ ໃນວັນນີ້ ເພື່ອລູກຫຼານໃນວັນໜ້າ”. ຍ້ອນວ່າ ພັກເຮົາ ໄດ້ຖືສໍາຄັນວຽກງານການຟື້ນຟູປ່າໄມ້ ທີ່ຕ້ອງໃຊ້ເວລາຍາວນານ ຈຶ່ງຈໍາເປັນຕ້ອງໄດ້ປູກຈິດສຳນຶກໃຫ້ແກ່ເດັກນ້ອຍລາວບັນດາເຜົ່າ ຮັບຮູ້ແຈ້ງເຖິງບົດບາດ, ທີ່ຕັ້ງສຳຄັນ ແລະ ຄວາມໝາຍເປັນຕາຍຂອງປ່າໄມ້ ຕໍ່ການຂະຫຍາຍຕົວຂອງເສດຖະກິດ-ສັງຄົມ, ຕໍ່ການດຳລົງຊີວິດຂອງປະຊາຊົນ, ການຄົງຕົວ ແລະ ຂະຫຍາຍຕົວຂອງປະເທດຊາດ.
ການຈັດກິດຈະກຳປູກຕົ້ນໄມ້ ຕິດພັນກັບການສະເຫຼີມສະຫຼອງວັນເດັກນ້ອຍສາກົນ ນັບແຕ່ປີ 1980 ເປັນຕົ້ນມາ, ກໍແມ່ນຂະບວນການໜຶ່ງທີ່ສໍາຄັນຂອງປວງຊົນລາວທັງຊາດ ທີ່ເອົາໃຈໃສ່ປະກອບສ່ວນຈັດຕັ້ງປະຕິບັດຕາມ ມະຕິຕົກລົງຂອງສະພາລັດຖະມົນຕີ ສະບັບເລກທີ 48/ສລຖ, ລົງວັນທີ 9/2/1980 ວ່າດ້ວຍການກຳນົດເອົາວັນທີ 1 ມິຖຸນາ ເຊິ່ງກົງກັບວັນເດັກນ້ອຍສາກົນ ເປັນວັນປູກຕົ້ນໄມ້ແຫ່ງຊາດລາວ ໂດຍມີຈຸດປະສົງເພື່ອແນໃສ່ປູກຈິດສຳນຶກໃຫ້ແກ່ອານຸຊົນ ແລະ ເຍົາວະຊົນຂອງຊາດ ກໍຄືລູກຫຼານຜູ້ເກີດໃໝ່ໃຫຍ່ລຸນ ໃຫ້ມີສະຕິຮັກ-ຫວງແຫນປ່າໄມ້ ແລະ ຊັບພະຍາກອນປ່າໄມ້, ປຸກລະດົມທົ່ວປວງຊົນເຂົ້າຮ່ວມໃນການຄຸ້ມຄອງ, ປົກປັກຮັກສາ ແລະ ພັດທະນາປ່າໄມ້ ເຮັດໃຫ້ປ່າໄມ້ມີຄວາມອຸດົມສົມບູນ, ເປັນເຫງົ້າພະລັງໃນການປົກປັກຮັກສາລະບົບນິເວດທໍາມະຊາດ, ຊີວະນາໆພັນ, ແຫຼ່ງນໍ້າໃຫ້ຍືນຍົງຕະຫຼອດໄປ.
ການປູກຈິດສຳນຶກໃຫ້ເດັກນ້ອຍລາວບັນດາເຜົ່າ ກໍຄືຊາວໜຸ່ມ, ເຍົາວະຊົນ ແລະ ອານຸຊົນ ໃຫ້ຮັກ ແລະ ຫວງແຫນປ່າໄມ້ ຍັງເປັນການເນັ້ນໜັກທັດສະນະ ແລະ ຄວາມຮັບຮູ້ກ່ຽວກັບປ່າໄມ້ ອັນຖືກຕ້ອງຕາມທັດສະນະຂອງພັກເຮົາ ເຊິ່ງໃນນີ້ ທ່ານ ປະທານ ໄກສອນ ພົມວິຫານ ເຄີຍເນັ້ນໜັກ ໃນກອງປະຊຸມປ່າໄມ້ທົ່ວປະເທດ ຄັ້ງທີ I ເມື່ອວັນທີ 22-28/5/1989 ວ່າ: “ຮັກຊັບພະຍາກອນປ່າໄມ້ ກໍແມ່ນຮັກປະເທດຊາດ ແລະ ຮັກປະເທດຊາດ ກໍແມ່ນຮັກຊັບພະຍາກອນປ່າໄມ້” ທັງນີ້ກໍຍ້ອນວ່າ: ການຕໍ່ສູ້ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ກໍໝາຍເຖິງການປົກປັກຮັກສາຊັບພະຍາກອນປ່າໄມ້, ຍ້ອນວ່າຊັບພະຍາກອນປ່າໄມ້ ມີຄຸນປະໂຫຍດອັນໃຫຍ່ຫຼວງ ແລະ ໂດຍກົງຕໍ່ການດຳລົງຊີວິດ, ຕໍ່ຄວາມວັດທະນາຖາວອນ, ຕໍ່ການປົກປັກຮັກສາສິ່ງແວດລ້ອມຂອງປະເທດເຮົາ. ສະນັ້ນ, ເມື່ອເວົ້າເຖິງຄວາມຮັກປະເທດຊາດ ແມ່ນຕ້ອງເວົ້າເຖິງຄວາມຮັກຊັບພະຍາກອນປ່າໄມ້. ການທໍາລາຍຊັບພະຍາກອນປ່າໄມ້ ກໍເປັນການທໍາລາຍມູນມໍລະດົກຂອງຊາດ, ທໍາລາຍທ່າແຮງຂອງປະເທດຊາດ, ທໍາລາຍຄວາມວັດທະນາຖາວອນຂອງຊາດ. ການນໍາໃຊ້ປ່າໄມ້, ຊັບພະຍາກອນປ່າໄມ້ ແລະ ທີ່ດິນປ່າໄມ້ ຕ້ອງສົມເຫດສົມຜົນ ໃຫ້ຄຸ້ມຄ່າທີ່ສຸດ ແລະ ມີປະສິດທິຜົນທີ່ສຸດ.
ໃນສະພາບຄວາມເປັນຈິງ, ການປູກຕົ້ນໄມ້ ເພື່ອຟື້ນຟູປ່າ ໄດ້ມີການເຄື່ອນໄຫວມາຍາວນານແລ້ວ ເຊິ່ງສະແດງອອກຈະແຈ້ງໃນໂຕເລກສະຖິຕິ ເນື້ອທີ່ປູກໄມ້ເພີ່ມຂຶ້ນຈາກ 452 ເຮັກຕາ ໃນປີ 1978 ມາເປັນ 1.384 ເຮັກຕາ ໃນປີ 1985, ປີ 2014 ມີເນື້ອທີ່ປ່າປູກ 428.709 ເຮັກຕາ ແລະ ປີ 2021 ມີປ່າປູກໄມ້ທັງໝົດ 529.758 ເຮັກຕາ. ເດັ່ນກວ່າໝູ່ ແມ່ນການປູກໄມ້ວິກ, ໄມ້ສັກ ແລະ ໄມ້ເກດສະໜາ ຂອງຊາວກະສິກອນ ແລະ ນັກລົງທຶນ ຊຸມປີ 1990-2000, ຂະບວນການປູກໄມ້ຢາງພາລາຂອງນັກລົງທຶນ ແລະ ຊາວກະສິກອນ ໃນຊຸມປີ 2000-2014. ສະນັ້ນ, ນັບແຕ່ວັນທີ 1 ມິຖຸນາ 1975 ຫາ ວັນທີ 1 ມິຖຸນາ 2022, ການຈັດຕັ້ງປະຕິບັດວຽກງານປູກໄມ້ ໄດ້ທັງໝົດ 535.205 ເຮັກຕາ.
ນອກນີ້, ການປູກຕົ້ນໄມ້ ຍັງເປັນການເພີ່ມເນື້ອທີ່ປົກຫຸ້ມປ່າໄມ້ ຕາມທີ່ພັກ-ລັດຖະບານ ເຮົາໄດ້ກຳນົດເປົ້າໝາຍໄວ້ ຈະຍົກລະດັບຄວາມປົກຫຸ້ມຂອງປ່າໄມ້ໃຫ້ໄດ້ 70% ຂອງເນື້ອທີ່ທົ່ວປະເທດ ໃນປີ 2025 (ໃນແຜນພັດທະນາກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ 5 ປີ ຄັ້ງທີ IX) ເຊິ່ງໃນໄລຍະຜ່ານມາ, ເນື້ອທີ່ປົກຫຸ້ມຂອງປ່າໄມ້ ທີ່ເປີດເຜີຍໃນກອງປະຊຸມປ່າໄມ້ທົ່ວປະເທດ ຄັ້ງທີ I ແມ່ນ 47%. ມາຮອດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ IX ຂອງພັກ, ໃນບົດປະກອບຄໍາເຫັນຂອງກະຊວງກະສິກຳ ແລະ ປ່າໄມ້ ກໍໄດ້ໃຫ້ຮູ້ເນື້ອທີ່ປົກຫຸ້ມຂອງປ່າໄມ້ເພີ່ມຂຶ້ນມາເປັນ 53% ໃນປີ 2010, ຈາກ 41% ໃນປີ 2006; ເອກະສານເນື້ອໃນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ X ຂອງພັກ ກໍໄດ້ໃຫ້ຮູ້ເນື້ອທີ່ປົກຫຸ້ມປ່າໄມ້ເພີ່ມຂຶ້ນມາເປັນ 58% ໃນປີ 2015 ແລະ ໃນແຜນພັດທະນາກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ 5 ປີ ຄັ້ງທີ IX ກໍໄດ້ໃຫ້ຮູ້ວ່າ ເນື້ອທີ່ປົກຫຸ້ມປ່າໄມ້ເພີ່ມຂຶ້ນເປັນ 62% ຂອງເນື້ອທີ່ທົ່ວປະເທດ. ນີ້ສະແດງໃຫ້ເຫັນເຖິງການເພີ່ມຂຶ້ນເນື້ອທີ່ປົກຫຸ້ມຂອງປ່າໄມ້ ທີ່ໄດ້ມີການສຳຫຼວດຕາມກຳນົດ ທຸກໆ 5 ປີ ແມ່ນມີການເພີ່ມຂຶ້ນຢ່າງຕໍ່ເນື່ອງ. ເຖິງຢ່າງໃດກໍຕາມ, ຖ້າເບິ່ງອັດຕາການຂະຫຍາຍຕົວແລ້ວ ກໍເຫັນວ່າ ການຈະບັນລຸເປົ້າໝາຍທີ່ວາງໄວ້ 70% ຍັງມີຄວາມທ້າທາຍຢູ່.
ສະນັ້ນ, ໂອກາດວັນປູກຕົ້ນໄມ້ ໃນປີ 2023 ນີ້, ທຸກພາກສ່ວນ ທັງພາກລັດ ແລະ ເອກະຊົນ ລວມທັງປະຊາຊົນລາວທຸກຄົນ ຈົ່ງພ້ອມກັນເປັນເຈົ້າການ ເພີ່ມສ່ວນຮ່ວມໃນການປູກຕົ້ນໄມ້ ປູກຜູ້ລະ 1-2 ຕົ້ນ ເພື່ອປະກອບສ່ວນປູກໄມ້ປີນີ້ ໃຫ້ບັນລຸຕາມແຜນການ ໃນວັນປູກຕົ້ນໄມ້ແຫ່ງຊາດ 3.480 ເຮັກຕາ ໃນທົ່ວປະເທດ. ນອກນີ້, ປະຊາຊົນ ກໍສາມາດປູກໃນເນື້ອທີ່ດິນເປົ່າວ່າງຂອງຕົນ, ໃນຮົ້ວ, ສວນ ແລະ ອື່ນໆ ຕາມເງື່ອນໄຂຕົວຈິງ ເພີ່ມໃຫ້ໄດ້ຕາມແຜນການ 2021-2025 ຈະປູກ 200.000 ເຮັກຕາ, ສະເລ່ຍເນື້ອທີ່ປູກໄມ້ ປີລະ 40.000 ເຮັກຕາ. ພ້ອມນີ້, ພວກເຮົາ ຈົ່ງພ້ອມກັນປູກຈິດສຳນຶກໃຫ້ເດັກນ້ອຍລາວຮູ້ຮັກ ແລະ ຫວງແຫນປ່າໄມ້, ປົກປັກຮັກສາປ່າໄມ້ ແລະ ຊັບພະຍາກອນປ່າໄມ້ ໃຫ້ເຂົາເຈົ້າມີສ່ວນຮ່ວມໃນການປູກຕົ້ນໄມ້, ປົກປັກຮັກສາຕົ້ນໄມ້ທີ່ປູກແລ້ວ ອັນຈະເປັນການປະກອບສ່ວນເພີ່ມເນື້ອທີ່ປົກຫຸ້ມຂອງປ່າໄມ້ ເພື່ອເພີ່ມຄວາມອຸດົມສົມບູນຂອງປ່າໄມ້ ເພື່ອຄວາມຢູ່ເຢັນເປັນສຸກຕະຫຼອດໄປ ເຊິ່ງສອດຄ່ອງກັບແຜນແມ່ບົດຈັດສັນທີ່ດິນແຫ່ງຊາດ ຮອດປີ 2030 ແລະ ຍຸດທະສາດຕ່າງໆທີ່ກ່ຽວຂ້ອງກັບປ່າໄມ້.
ນອກນີ້, ກໍຍັງເປັນການປະຕິບັດຍຸດທະສາດການພັດທະນາຊາວໜຸ່ມ, ເຍົາວະຊົນລາວ ປີ 2021-2030 ເຊິ່ງແມ່ນຍຸດທະສາດທີ 5 ຄືພັນທະພົນລະເມືອງ ແລະ ການມີສ່ວນຮ່ວມ ໂດຍກຳນົດວ່າ: “ປູກຈິດສຳນຶກໃຫ້ກັບຊາວໜຸ່ມ, ເຍົາວະຊົນ ກ່ຽວກັບການປົກປັກຮັກສາສິ່ງແວດລ້ອມ ໂດຍການສົ່ງເສີມຄວາມຮູ້ຈິດສໍານຶກ ແລະ ພຶດຕິກຳທີ່ດີຕໍ່ສິ່ງແວດລ້ອມ” ອີກດ້ວຍ.