ດັ້ນກີບເມກ
ສະເໜ່ ຄຳສອນໃນຜະຫຍາລາວບູຮານນັ້ນ ຜູ້ຂຽນຄິດວ່າ: ຍັງມີຄ່າ ແລະ ປະໂຫຍດຫຼາຍທີ່ຄົນລາວຄວນສຶກສານຳໃຊ້ເປັນການຮັກສາ-ຕໍ່ຍອດພູມປັນຍາເກົ່າໃຫ້ເຂົ້າກັບການປ່ຽນແປງໃໝ່ ຕາມກະແສໂລກາພິວັດ ເຊິ່ງເຮົາສັງເກດໄດ້ວ່າ ຄຳຜະຫຍາຫຼວງຫຼາຍ ໄດ້ສອນໄວ້ມາດົນນານຮອດທຸກມື້ນີ້ ກໍຍັງມີຄະຕິເຕືອນໃຈບໍ່ຫຼ້າສະໄໝ ບໍ່ໄຮ້ຄ່າທາງປັນຍາ.
ຄຳຜະຫຍາທີ່ເວົ້າສອນໃຫ້ຄິດເຊັ່ນວ່າ: ກາກິນປີງ ໄປຄາຄໍແຮ້ງ ເຮືອຄາແກ້ງ ໄປຫຼົ້ມເຄິ່ງວັງ ພຶດຕິກຳທີ່ມັນເກີດຂຶ້ນ ແຕ່ໄປກະທົບຈົບລົງໃສ່ຜູ້ອື່ນ ຫຼື ບ່ອນອື່ນນັ້ນ ເປັນຜະຫຍາສອນໃຫ້ຄິດເລິກເຊິ່ງ ໃສ່ພຶດຕິກຳຕົວຈິງຂອງຄົນໃນສັງຄົມ, ຜູ້ຂຽນຂໍຍົກຕົວຢ່າງບົດຜະຫຍາທີ່ວ່າ: ຢາກກິນເຂົ້າໃຫ້ປູກໃສ່ພະລານຫີນ ຢາກມີສິນໃຫ້ຂ້າພໍ່ຕີແມ່ ຢາກໃຫ້ພີ່ນ້ອງມາແວ່ໃຫ້ຂ້າໝູ່ດຽວກັນ.
ການເວົ້າກະແທກແດກດັນນັ້ນ ເບິ່ງຄືວ່າຈະຫັກດ້າມພ້າໃສ່ຫົວເຂົ່າ ແຕ່ໃນແງ່ຄວາມເປັນຈິງແລ້ວ ແມ່ນຜູ້ສອນຢາກເນັ້ນໃຫ້ຜູ້ຟັງໄດ້ຄິດຕີຄວາມເລິກເຊິ່ງ, ໃຊ້ສະຕິປັນຍາຢ່າງຮອບຄອບ ເພາະຊີວິດຈິງບໍ່ມີໃຜຈະປູກເຂົ້າດຳນາໃສ່ພະລານຫີນໄດ້ ແຕ່ເພີ່ນມຸ້ງສອນໃຫ້ໃຊ້ຊີວິດແບບອົດທົນ, ມີຫຼັກການໝັ້ນຄົງບໍ່ຄອນແຄນ ຄົນເຮົາຈຶ່ງຈະບັນລຸຄວາມສຳເລັດ ເຊິ່ງຖ້າວ່າຄົນທຳມະດາຈະປູກເຂົ້າເຮັດນາ ເມື່ອຫຼຽວເຫັນພະລານຫີນກໍຄິດທໍ້ຖອຍ ສະແດງວ່າໃຈບໍ່ສູ້, ໃຈລົ້ມເລີກຕໍ່ອຸປະສັກທີ່ເກີດຂຶ້ນ ຍ່ອມບໍ່ເຫັນຜົນສຳເລັດ, ຢາກມີສິນໃຫ້ຂ້າພໍ່ຕີແມ່ ເພີ່ນໝາຍເຖິງພໍ່ແມ່ຄືໂຕກິເລດຕັນຫາທີ່ຊັກພາຊີວິດໃຫ້ເສົ້າໝອງ-ເສື່ອມສູນ ເຮົາຕ້ອງໄດ້ຂ້າຕັດຖີ້ມເທື່ອລະນ້ອຍ ໃຫ້ຮັກສາໄວ້ແຕ່ສິນ ທີ່ເປັນເຄື່ອງຄໍ້າປະກັນສັນຕິສຸກໃນສັງຄົມ, ຢາກໃຫ້ພີ່ນ້ອງມາແວ່ໃຫ້ຂ້າໝູ່ດຽວກັນ ຄືຂ້າຄວາມຂີ້ຖີ່ໃຈແຄບບໍ່ເອື້ອເຟື້ອ, ຖ້າຄົນບໍ່ເຂົ້າໃຈເລິກ ກໍຈະຄິດວ່າ ຄົນບູຮານເວົ້າບໍ່ມີເຫດຜົນ.
ຜູ້ຂຽນຈຶ່ງຂໍສັງລວມແບບສັ້ນໆ ວ່າຄຸນຄ່າຄວາມຄິດໃນຄຳຜະຫຍາບູຮານນັ້ນ ຍາມໃດກໍຍັງນຳມາໃຊ້ໄດ້ ເຊິ່ງຂຶ້ນຢູ່ກັບຜູ້ມີປັນຍາ; ຜູ້ໃຫ້ຄ່າຄວາມສຳຄັນໃນພູມປັນຍາບັນພະບຸລຸດຂອງຕົນເອງ ແຕ່ຖ້າໄປເບິ່ງເຫັນແຕ່ຂອງຄົນອື່ນວ່າດີກວ່າ ຄົງບໍ່ຕ່າງກັບການໄດ້ເຕົ່າແລ້ວລືມໝາ! ສະເໜີແລກປ່ຽນ.