(ສພຊ) – ວັນທີ 4 ກໍລະກົດ 2026 ທ່ານ ນາງ ສູນທອນ ໄຊຍະຈັກ ເລຂາທິການສູນກາງພັກ, ຮອງປະທານສະພາແຫ່ງຊາດ ພ້ອມດ້ວຍສະມາຊິກສະພາແຫ່ງຊາດ (ສສຊ) 105 ທ່ານ ໄດ້ເຄື່ອນໄຫວຢ້ຽມຢາມໂຮງງານກັ່ນຫຼອມ ວັດຖຸມີຄ່າລາວ-ສາກົນ ຕັ້ງຢູ່ນະຄອນ ຫຼວງວຽງຈັນ, ໂດຍການຕ້ອນຮັບຂອງທ່ານ ອາລຸນແກ້ວ ກິດຕິຄຸນ ປະທານຄະນະກໍາມະການດ້ານຍຸດທະສາດ ແລະ ການວາງແຜນບໍລິສັດ ພີທີແອວ ໂຮນດິງ ຈໍາກັດ ພ້ອມດ້ວຍຄະ ນະຜູ້ບໍລິຫານຂອງໂຮງງານກັ່ນຫຼອມ ວັດຖຸມີຄ່າ ລາວ-ສາກົນ, ທະນາຄານຄໍາລາວ ແລະ ບໍລິ ສັດ ພີທີແອວ ໂຮນດິງ ຈໍາກັດ.

ໂອກາດນີ້, ທ່ານ ອາລຸນແກ້ວ ກິດຕິຄຸນ ໄດ້ສະເໜີສະພາບລວມຂອງໂຄງການ ແລະ ວິໄສທັດຍຸດທະສາດຂອງການສ້າງຕັ້ງໂຮງງານກັ່ນຫຼອມ ວັດຖຸມີຄ່າ ລາວ-ສາກົນ ເຊິ່ງທ່ານໃຫ້ຮູ້ວ່າ: ການສ້າງຕັ້ງໂຮງງານກັ່ນຫຼອມ ວັດຖຸມີຄ່າ ລາວ-ສາກົນ ຖືເປັນບາດກ້າວອັນສຳຄັນຕໍ່ການປະກອບສ່ວນຈັດຕັ້ງຜັນຂະຫຍາຍຄວາມຕັ້ງໃຈຂອງພັກ ແລະ ລັດຖະບານ ໃນການສ້າງສາພັດທະນາລະບົບນິເວດຂອງອຸດສາຫະກຳຄຳລາວ ໃຫ້ໄດ້ມາດຕະຖານສາກົນ, ຍົກລະ ດັບອຸດສາຫະກຳແຮ່ທາດ ໂດຍສະເພາະແມ່ນຄຳທີ່ເປັນຊັບພະຍາກອນທຳມະຊາດອັນອຸດົມ ສົມບູນ ແລະ ມີທ່າແຮງບົ່ມຊ້ອນຂອງປະເທດ ໃຫ້ເກີດການຕໍ່ຍອດ, ເພີ່ມມູນຄ່າຢ່າງເຕັມສ່ວນ, ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງຊາດ ສອດຄ່ອງຕາມທິດທາງຂອງກົມການເມືອງສູນກາງພັກ ໃນການຫັນປະເທດ ແລະ ລະບົບເສດຖະກິດແບບເພິ່ງພາ ກ້າວໄປສູ່ “ເສດຖະກິດເອກະລາດເປັນເຈົ້າຕົນເອງ ຫຼື ສອຈ” ໄດ້ຢ່າງໜັກແໜ້ນເຂັ້ມ ແຂງ.

ຈາກນັ້ນ, ທ່ານ ປະລິຍາ ນວນທະສິງ ຜູ້ອຳນວຍການໃຫຍ່ໂຮງງານກັ່ນຫຼອມ ວັດຖຸມີ ຄ່າ ລາວ-ສາກົນ ໄດ້ລາຍງານກ່ຽວກັບການດຳເນີນວຽກງານ ໂດຍສະຫຼຸບຄວາມຄືບໜ້າຂອງໂຄງການ, ການໃຫ້ບໍລິການວຽກງານແຕ່ລະດ້ານ ໂດຍໂຮງງານໄດ້ມຸ່ງໝັ້ນໃນການຍົກລະດັບການປະຕິບັດງານໃຫ້ສອດຄ່ອງກັບມາດຕະຖານສາກົນຂອງສະມາຄົມຕະຫຼາດຄຳແທ່ງລອນດອນ ກໍຄື LBMA ດ້ວຍການນໍາໃຊ້ນະວັດຕະກຳເຕັກໂນໂລຊີທັນສະໄໝ ທີ່ປະກອບດ້ວຍຫ້ອງກວດກາຄຸນນະພາບ ແລະ ເຄື່ອງຈັກອຸປະກອນລະບົບອັດຕະໂນມັດທີ່ທັນສະໄໝ, ມີຄວາມແມ່ນຢຳສູງ, ຮັບປະກັນການຜະລິດທີ່ສະອາດ ປາສະຈາກການທຳລາຍທຳມະຊາດ ແລະ ເປັນມິດກັບສິ່ງແວດລ້ອມ; ການຢຶດໝັ້ນໃນມາດຕະຖານ LBMA ບໍ່ພຽງເປັນການຢັ້ງ ຢືນເຖິງຄຸນນະພາບຄວາມບໍລິສຸດຂອງໂລຫະມີຄ່າເທົ່ານັ້ນ, ແຕ່ຍັງເປັນການສ້າງຄວາມເຊື່ອໝັ້ນ ແລະ ຍົກລະດັບຄວາມສາມາດໃນການແຂ່ງຂັນຂອງຜະລິດຕະພັນຈາກ ສປປລາວ ໃຫ້ກ້າວສູ່ເວທີການຄ້າສາກົນ ທີ່ທົ່ວໂລກຍອມຮັບ ແລະ ຊື້-ຂາຍແລກປ່ຽນໝູນວຽນໃນຕະ ຫຼາດຄຳໂລກໄດ້ ເຊິ່ງຈະເປັນກຸນແຈສຳຄັນສຳລັບການຂະຫຍາຍຕົວທາງດ້ານເສດຖະກິດ, ຄວາມໝັ້ນຄົງ, ສະຖຽນລະພາບຂອງສະກຸນເງິນ ແລະ ປະກອບສ່ວນເຂົ້າໃນການສ້າງຄັງສຳຮອງຄຳແຫ່ງຊາດ ໃຫ້ມີຄວາມໝັ້ນຄົງ ແລະ ເຂັ້ມແຂງຂຶ້ນເລື້ອຍໆ.
ນອກຈາກນັ້ນ, ທ່ານ ນາງ ສຸພາພອນ ສວນນະວົງ ຮອງຜູ້ອຳນວຍການໃຫຍ່ທະນາ ຄານຄໍາລາວ ຍັງໄດ້ລາຍງານກ່ຽວກັບຜົນການດໍາເນີນງານ ແລະ ທິດທາງການພັດທະນາຂອງທະນາຄານຄຳ ໂດຍມຸ່ງເນັ້ນການຍົກລະດັບມາດຕະຖານຜະລິດຕະພັນ ແລະ ການບໍລິການ ໃຫ້ສອດຄ່ອງກັບມາດຕະຖານສາກົນ, ສ້າງຄວາມໂປ່ງໃສ ຄວາມໜ້າເຊື່ອຖື ແລະ ພັດທະນານະວັດຕະກໍາທາງການເງິນດ້ານຄໍາ ເພື່ອສົ່ງເສີມຕະຫຼາດຄໍາລາວ ແລະ ຍົກລະດັບອຸດສາຫະກໍາຄໍາຂອງປະເທດ ສູ່ການເຊື່ອມໂຍງກັບຕະຫຼາດຄໍາສາກົນ.
ໂອກາດນີ້, ທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ ພ້ອມດ້ວຍບັນດາ ສສຊ ໄດ້ມີການສະແດງຄວາມດີໃຈທີ່ໄດ້ມີໂອກາດໄປເຫັນການດຳເນີນການຂອງໂຄງ ການລົງທຶນທີ່ສຳຄັນ, ຜັດປ່ຽນກັນເຈາະຈີ້ມຊັກຖາມ ກ່ຽວກັບໂຄງການດັ່ງກ່າວ ເພາະເປັນຂົງ ເຂດຜະລິດອັນໃຫຍ່ຂອງ ສປປລາວ ທັງເປັນໂຄງການທຳອິດທີ່ນຳໃຊ້ອຸປະກອນທັນສະໄໝໃນພາກພື້ນ. ທ່ານຮອງປະທານສະພາແຫ່ງຊາດ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຜົນງານຜົນ ສຳເລັດຂອງທະນາຄານຄຳ ແລະ ໂຮງງານກັ່ນຫຼອມ ວັດຖຸມີຄ່າ ລາວ-ສາກົນ ໃນໄລຍະຜ່ານມາ, ສະແດງຄວາມດີໃຈ ແລະ ເຊື່ອໝັ້ນຕໍ່ຄວາມມຸ່ງໝັ້ນຂອງໂຮງງານກັ່ນຫຼອມ ວັດຖຸມີຄ່າ ລາວ-ສາກົນ ທີ່ມີມາດຕະຖານສູງ ແລະ ມີເປົ້າໝາຍທີ່ຊັດເຈນໃນການກ້າວສູ່ການກັ່ນຫຼອມຕາມມາດຕະຖານໂລກ ເຊິ່ງຈະເປັນການປະກອບສ່ວນສ້າງເສດຖະກິດຂອງ ສປປລາວ ໃຫ້ມີບາດກ້າວຂະຫຍາຍຕົວ; ທັງຢືນຢັນວ່າ ສະພາແຫ່ງຊາດ ຈະສືບຕໍ່ໃຫ້ການອໍານວຍຄວາມສະດວກ ໂດຍສະເພາະການປັບປຸງນິຕິກຳທີ່ຈຳເປັນຕໍ່ການຄຸ້ມຄອງອຸດສາຫະກຳຄຳ ເພື່ອເປັນພື້ນຖານອັນໜັກແໜ້ນໃນການຍົກລະດັບອຸດສາຫະກຳໃຫ້ໄດ້ມາດຕະຖານສາກົນ, ຍົກລະ ດັບຂີດຄວາມສາມາດໃນການແຂ່ງຂັນ ແລະ ສ້າງຄວາມເຊື່ອຖືໃນຕະຫຼາດສາກົນໃນຕໍ່ໜ້າ.

