
(ສພຊ) ລະຫວ່າງວັນທີ 19-22 ສິງຫາ 2022 ຄະນະຜູ້ແທນຄະນະເລຂາທິການສະພາແຫ່ງຊາດ ແຫ່ງ ສປປລາວ ນໍາໂດຍສະຫາຍ ນາງ ປິ່ງຄໍາ ລາຊະສິມມາ ກໍາມະການສູນກາງພັກ, ເລຂາທິການສະພາແຫ່ງຊາດລາວ ໄດ້ເຂົ້າຮ່ວມກອງປະຊຸມສໍາມະນາແລກປ່ຽນບົດຮຽນ ຄັ້ງທີ XI ລະຫວ່າງຄະນະເລຂາທິການສະພາແຫ່ງຊາດລາວ ແລະ ຫ້ອງວ່າການສະພາແຫ່ງຊາດຫວຽດນາມ ທີ່ໄດ້ຈັດຂຶ້ນ ທີ່ແຂວງກວາງບິງ, ສສ.ຫວຽດນາມ.

ທັງນີ້, ກໍແມ່ນການຈັດຕັ້ງຜັນຂະຫຍາຍເນື້ອໃນບົດບັນທຶກວ່າດ້ວຍການຮ່ວມມື ລະຫວ່າງສອງສະພາແຫ່ງຊາດລາວ-ຫວຽດນາມ, ບົດບັນທຶກວ່າດ້ວຍການຮ່ວມມື ລະຫວ່າງຄະນະເລຂາທິການສະພາແຫ່ງຊາດລາວ ແລະ ຫ້ອງວ່າການສະພາແຫ່ງຊາດຫວຽດນາມ ສະບັບປີ 2017 ແລະ ສະບັບລົງວັນທີ 16 ພຶດສະພາ 2022 ກໍຄືບົດບັນທຶກຜົນຂອງກອງປະຊຸມພົບປະແລກປ່ຽນບົດຮຽນ ຄັ້ງທີ X ທີ່ແຂວງຊຽງຂວາງ ໃນປີ 2019 ແລະ ຍັງເປັນກິດຈະກໍາໜຶ່ງທີ່ສຳຄັນຂອງສອງສະພາແຫ່ງຊາດ ໃນການປະກອບສ່ວນສະເຫຼີມສະຫຼອງ ສອງວັນປະຫວັດສາດ ຂອງສອງປະເທດ ລາວ-ຫວຽດນາມ-ລາວ ຄື: ວັນຄົບຮອບ 60 ປີ (5/9/1962-5/9/2022) ແຫ່ງການສ້າງຕັ້ງສາຍພົວພັນການທູດ ແລະ 45 ປີ (18/7/1977-18/7/2022) ວັນເຊັນສັນຍາມິດຕະພາບ ແລະ ການຮ່ວມມືລະຫວ່າງລາວ-ຫວຽດນາມ.

ໃນການເຄື່ອນໄຫວ, ຄະນະຜູ້ແທນຄະນະເລຂາທິການສະພາແຫ່ງຊາດລາວ ໄດ້ພົບປະສອງຝ່າຍ ກັບສະຫາຍ ບຸ່ຍ ວັນ ເກື່ອງ ເລຂາທິການ, ຫົວໜ້າຫ້ອງວ່າການສະພາແຫ່ງຊາດຫວຽດນາມ ເຊິ່ງທັງສອງຝ່າຍ ໄດ້ຕີລາຄາຄືນການພົວພັນຮ່ວມມື ໂດຍສະເພາະແມ່ນການຈັດຕັ້ງປະຕິບັດບົດບັນທຶກການຮ່ວມມື ສະບັບປີ 2017-2019 ແລະ ບົດບັນທຶກທີ່ເຊັນກັນໃນເດືອນພຶດສະພາ 2022 ພ້ອມທັງປຶກສາຫາລືທິດທາງແຜນການຮ່ວມມື ໃນຕໍ່ໜ້າ. ພ້ອມນັ້ນ, ຍັງໄດ້ເຂົ້າຢ້ຽມຂໍ່ານັບສະຫາຍ ເຈີ່ນ ແທັງ ເມີ້ນ ກໍາມະການກົມການເມືອງສູນກາງພັກ, ຮອງປະທານສະພາແຫ່ງຊາດ ສສ.ຫວຽດນາມ ໂດຍສະຫາຍເລຂາທິການ ໄດ້ສະແດງຄວາມຮູ້ບຸນຄຸນ ແລະ ຂອບໃຈຕໍ່ສະຫາຍຮອງປະທານ ຜູ້ປະຈຳການສະພາແຫ່ງຊາດຫວຽດນາມ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ ແລະ ມີທິດຊີ້ນຳກ່ຽວກັບການເສີມຂະຫຍາຍການພົວພັນ 2 ຝ່າຍ, ສະຫາຍຫົວໜ້າຄະນະຜູ້ແທນຝ່າຍລາວ ຍັງໄດ້ຕີລາຄາສູງການພົວພັນຮ່ວມມືສອງຝ່າຍໃນໄລຍະຜ່ານມາ ແລະ ສະແດງຄວາມຂອບໃຈຕໍ່ການສະໜັບສະໜູນ ແລະ ຊ່ວຍເຫຼືອອັນລໍ້າຄ່າ ຂອງສະຫາຍອ້າຍນ້ອງຫວຽດນາມ ໃນພາລະກິດຕໍ່ສູ້ປົດປ່ອຍຊາດໃນເມື່ອກ່ອນ ແລະ ພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ ໃນປັດຈຸບັນ, ພິເສດ ຕໍ່ການຊ່ວຍເຫຼືອທຶນຮອນອັນລ້ຳຄ່າຂອງພັກ, ລັດ, ສະພາແຫ່ງຊາດ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ໃນການສ້າງຫໍສະພາແຫ່ງຊາດລາວ ຫຼັງໃໝ່, ທຶນໃນການບູລະນະປົກປັກຮັກສາຫໍສະພາແຫ່ງຊາດ, ອຸປະກອນເຕັກນິກຮັບໃຊ້ຫ້ອງການ, ອຸປະກອນການແພດ ແລະ ທຶນຮອນໃນການບໍາລຸງສ້າງພະນັກງານ-ລັດຖະກອນ ຂອງສະພາແຫ່ງຊາດລາວ.


ໂອກາດດັ່ງກ່າວ, ສະຫາຍ ບຸ່ຍ ວັນ ເກື່ອງ ຍັງໄດ້ເປັນເຈົ້າພາບຈັດງານລ້ຽງເພື່ອຊົມເຊີຍຜົນສຳເລັດ ກອງປະຊຸມສໍາມະນາແລກປ່ຽນບົດຮຽນ ຄັ້ງທີ XI ແລະ ສະຫຼຸບຂະບວນການແຂ່ງຂັນກິລາມິດຕະພາບ ແລະ ແລກປ່ຽນສິລະປະ-ວັດທະນະທໍາ ລະຫວ່າງຄະນະເລຂາທິການສະພາແຫ່ງຊາດລາວ ແລະ ຫ້ອງວ່າການສະພາແຫ່ງຊາດຫວຽດນາມ ທັງໄດ້ເຄື່ອນໄຫວທັດສະນະສຶກສາ ແລະ ທ່ຽວຊົມແຫຼ່ງທ່ອງທ່ຽວຟັອງຍາແກບ່າງ, ທ່ຽວຊົມເຂດຕົວເມືອງ ແລະ ໄດ້ຕ້ອນຮັບຈາກສະຫາຍ ວູ໌ ດ໋າຍ ຖັງ ກໍາມະການສູນກາງພັກ, ເລຂາພັກແຂວງ, ຫົວໜ້າຄະນະສະມາຊິກສະພາແຫ່ງຊາດ ແຂວງກວາງບິງ ຢ່າງອົບອຸ່ນ ໃນຖານສະຫາຍອ້າຍນ້ອງ.