loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ຄະນະເລຂາທິການຖະແຫຼງຂ່າວກ່ຽວກັບການດຳເນີນກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາປະຊາຊົນແຂວງຊຸດທີ II

​ກ.ກ. 14, 2022 | ເຂດ 13 ສະ​ຫວັນນະເຂດ

 

ທີ່ຫ້ອງການສະພາປະຊາຊົນ ແຂວງສະຫວັນນະເຂດ, ໃນຕອນບ່າຍວັນ ທີ 12 ກໍລະກົດ 2022 ຄະນະເລ ຂາທິການຂອງສະພາປະຊາຊົນແຂວງ ໄດ້ຈັດໃຫ້ມີການ ຖະແຫຼງຂ່າວກ່ຽວກັບການດຳ ເນີນກອງປະຊຸມສະໄໝສາມັນ ເທື່ອທີ 3 ຂອງສະພາປະຊາຊົນ ແຂວງຊຸດທີ II ເຊິ່ງໃຫ້ກຽດ ຖະແຫຼງຂ່າວໃນຄັ້ງນີ້ ໂດຍທ່ານ ພູທອນ ພຸດທະຂັນຕິ ເລຂາທິການ ສະພາປະຊາຊົນແຂວງ ເຊິ່ງທ່ານ ໄດ້ຖະແຫຼງວ່າ: ກອງປະຊຸມສະ ໄໝສາມັນເທື່ອທີ 3 ຂອງສະພາ ປະຊາຊົນແຂວງ ຊຸດທີ II ຈະໄດ້ ໄຂຂຶ້ນເປັນເວລາ 3 ວັນ ເລີ່ມແຕ່ ຕອນເຊົ້າວັນພຸດ ວັນທີ 27 ຫາວັນ ທີ 29 ກໍລະກົດ 2022 ທີ່ຫໍວັດ ທະນະທຳໄກສອນພົມວິຫານ ແຂວງສະຫວັນນະເຂດ, ໃນວາລະປະຊຸມ ຈະໄດ້ປຶກສາຫາລືວຽກ ງານສຳຄັນຕ່າງໆຄື: ວຽກອົງການປົກຄອງແຂວງ ເຊິ່ງຈະພິຈາລະນາຮັບຮອງເອົາ ການລາຍງານ ໂດຍສັງເຂບຂອງທ່ານເຈົ້າແຂວງ ສະຫວັນນະເຂດກ່ຽວກັບສະພາບ ການຈັດຕັ້ງປະຕິບັດແຜນພັດທະ ນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດຂອງແຂວງ 6 ເດືອນຕົ້ນປີ ແລະທິດທາງ ແຜນການ 6 ເດືອນທ້າຍປີ, ຮັບຟັງການລາຍງານຈາກທ່ານຫົວໜ້າພະແນກແຜນການ ແລະການ ລົງທຶນແຂວງກ່ຽວກັບການຈັດ ຕັ້ງປະຕິບັດແຜນພັດທະນາເສດ ຖະກິດ-ສັງຄົມ 6 ເດືອນຕົ້ນປີ ແລະທິດທາງແຜນການ 6 ເດືອນ ທ້າຍ ປີ 2022, ຮັບຟັງການລາຍງານຈາກທ່ານຫົວໜ້າພະແນກ ການເງິນແຂວງກ່ຽວກັບຄວາມ ຄືບໜ້າໃນການຈັດຕັ້ງປະຕິບັດ ແຜນ ງົບປະມານແຫ່ງລັດ 6 ເດືອນ ຕົ້ນປີ ແລະທິດທາງແຜນການ 6 ເດືອນທ້າຍປີ 2022, ຮັບຟັງການ ລາຍງານຈາກທ່ານຮອງເຈົ້າ ແຂວງສະຫວັນນະເຂດກ່ຽວກັບ ຄວາມຄືບໜ້າໃນການຈັດຕັ້ງປະ ຕິບັດວາລະແຫ່ງຊາດວ່າດ້ວຍ ການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ ແລະການເງິນ, ຮັບຟັງການລາຍງານຈາກທ່ານຫົວໜ້າກອງບັນຊາການ ປກສ ແຂວງກ່ຽວກັບຄວາມຄືບໜ້າໃນ ການແກ້ໄຂບັນຫາຢາເສບຕິດ, ຟັງ ການລາຍງານຈາກທ່ານຫົວໜ້າ ພະແນກພະລັງງານ ແລະບໍ່ແຮ່ ແຂວງສະຫວັນນະເຂດກ່ຽວກັບ ການຂຸດຄົ້ນແຮ່ທາດພາຍໃນ ແຂວງສະຫວັນນະເຂດ, ຮັບຟັງ ການລາຍງານຈາກທ່ານຫົວໜ້າ ພະແນກຊັບພະຍາກອນທຳມະ ຊາດ ແລະສິ່ງແວດລ້ອມແຂວງ ກ່ຽວກັບການຈັດຕັ້ງປະຕິບັດນິຕິ ກຳໃຕ້ກົດໝາຍ ໂດຍສະເພາະຂໍ້ ຕົກລົງຂອງທ່ານເຈົ້າແຂວງສະ ຫວັນນະເຂດວ່າດ້ວຍການກຳນົດ ເຂດປະເມີນລາຄາທີ່ດິນ ແລະສິ່ງ ປຸກສ້າງທົ່ວແຂວງສະຫວັນນະ ເຂດ ແລະຂໍ້ຕົກລົງຂອງທ່ານເຈົ້າ ແຂວງວ່າດ້ວຍການຮັບຮອງເອົາ ແຜນຈັດສັນທີ່ດິນເບື້ອງຕົ້ນຂອງ ແຂວງສະຫວັນນະເຂດຮອດ ປີ 2025, ຮັບຟັງການລາຍງານ ຂອງທ່ານຫົວໜ້າພະແນກສຶກສາ ທິການ ແລະກິລາແຂວງກ່ຽວກັບ ການປັບປຸງຄຸນະພາບລະບົບ ການຮຽນ-ການສອນທຸກຊັ້ນທຸກ ສາຍໃນໄລຍະໃໝ່, ພ້ອມນັ້ນໃນ ກອງປະຊຸມຄັ້ງນີ້ຍັງຈະໄດ້ພິຈາ ລະນາຮັບຮອງເອົາບົດລາຍງານ ກ່ຽວກັບການຈັດຕັ້ງປະຕິບັດ ແຜນການເຄື່ອນໄຫວວຽກງານ ຂອງ ສະພາປະຊາຊົນແຂວງ ແລະ ຮັບຟັງການລາຍງານຂອງອົງ ການໄອຍະການປະຊາຊົນແຂວງ ກ່ຽວກັບການປະຕິບັດພາລະບົດ ບາດທົ່ວໄປຕິດພັນກັບການຈັດຕັ້ງປະຕິບັດວາລະແຫ່ງຊາດ, ຮັບຟັງ ການລາຍງານຂອງປະທານສານ ປະຊາຊົນແຂວງ ແລະຮັບຟັງການ ລາຍງານຂອງທ່ານຫົວໜ້າພະ ແນກຍຸຕິທຳແຂວງອີກດ້ວຍ